ໃນວັນທີ 21 ພະຈິກນີ້ຢູ່ກະຊວງປ້ອງກັນປເທດ,
ທ່ານພົນຕີ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ລັດ ຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບໄດ້ຖະແຫລງຕໍ່ສື່ມວນຊົນ ແລະ ຕົວແທນຈາກພາກສ່ວນຕ່າງໆໄດ້ຮັບຊາບໂດຍປະຕິບັດຕາມການຊີ້ນຳຂອງກະຊວງປ້ອງກັນປະເທດໃນການກະກຽມ
ແລະ ຈັດ ຕັ້ງການສະເຫລີມສະຫລອງວັນສຳຄັນປະຫວັດສາດດັ່ງກ່າວ ຊຶ່ງທາງຄະນະຮັບຜິດຊອບໄດ້ສຳເລັດຫລາຍໜ້າວຽກເປັນຕົ້ນ:
ການສ້າງນິຕິກຳຕ່າງໆ,ການເປີດຂະບວນແຂ່ງຂັນທົ່ວກອງທັບ ໂດຍສະເພາະ 4 ແຜນງານ
26 ໂຄງການ,ການຈັດບັ້ນດຳເນີນຊີວິດການເມືອງທົ່ວກອງທັບ, ການປາຖະກະຖາຫວນຄືນມູນເຊື້ອກອງທັບປະຊາຊົນລາວ
ຢູ່ບັນດາກະຊວງ,ກົມກອງ, ກຳ ລັງຫລວງ, ກຳລັງທ້ອງຖິ່ນ ແລະ ບັນດາຮາກຖານທ້ອງຖິ່ນແຂວງ
ແລະ ເມືອງ. ນອກນັ້ນ,ການນຳພັກ-ຈະໄດ້ຢ້ຽມຢາມພົບປະໂອ້ລົມກັບບັນດາກົມກອງທະຫານ,
ວິທະຍາຄານ, ໂຮງຮຽນ, ໂຮງໝໍ ແລະ ໂຮງງານໃນທົ່ວກອງທັບ. ພ້ອມນັ້ນ ໄດ້ແຂ່ງຂັນສິລະປະ-
ວັນນະຄະດີສະໝັກ
ຫລິ້ນທົ່ວກອງທັບຄັ້ງທີ IV ຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ ໂດຍຈະມີການຊີງຊະນະເລີດໃນທ້າຍເດືອນພະຈິກນີ້.ສ່ວນຂະບວນການແຂ່ງຂັນກິລາກາຍະກຳກໍໄດ້ຈັດຂຶ້ນຢ່າງຟົດຟື້ນຢູ່ແຕ່ລະກົມກອງຈົນເຖິງເດືອນມັງກອນ
2014 ແລະ ໃນເດືອນດຽວກັນນັ້ນ, ກອງທັບປະຊາຊົນລາວຈະໄດ້ຈັດຕັ້ງການເດີນສວນສະ ໜາມສະແດງກຳລັງ,
ວາງສະແດງວັດຖຸກຳທາງປະຫວັດສາດ, ວາງສະແດງຜະລິດຕະພັນປ້ອງກັນ ຊາດ ທີ່ກອງທັບສາມາດກຸ້ມຕົນເອງໄດ້ຈຳນວນ
ໜຶ່ງ ແລະ ໃນວັນຄົບຮອບ 65 ປີ ຈະໄດ້ຊຸມນຸມໃຫຍ່ເພື່ອລະນຶກເຖິງປະຫວັດສາດດັ່ງກ່າວຢ່າງຄຶກຄື້ນ.
ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ
ໄດ້ຮຽກຮ້ອງໃຫ້ສື່ມວນຊົນເອົາໃຈໃສ່ເຄື່ອນໄຫວຕິດ ຕາມໂຄ ສະນາເຜີຍແຜ່ ຢ່າງກວ້າງຂວາງ
ແລະ ທົ່ວເຖິງກ່ຽວກັບມູນເຊື້ອຜົນງານ ແລະ ວິລະກຳອັນລ້ຳເລີດຂອງກອງທັບປະຊາຊົນລາວ
ລວມທັງບັນດາບັ້ນຮົບ,ບັ້ນຕີທີ່ດຸເດືອດ, ວິລະກຳຂອງວິລະຊົນ,ນັກຮົບແຂ່ງຂັນ,ຄອບຄົວປະຕິວັດດີເດັ່ນ
ແລະ ອື່ນໆ. 65 ປີ ແຫ່ງການກຳເນີດເຕີບໃຫຍ່ເຂັ້ມແຂງ ແລະ ສູຮົບມີໄຊຂອງກອງທັບປະຊາຊົນລາວ
ແມ່ນຍ່ານທາງທີ່ເຕັມໄປດ້ວຍການເສຍ ສະຫລະເລືອດເນື້ອເຫື່ອໄຄ ຜ່ານແປວໄຟສົງຄາມ
ແລະ ສິ່ງທົດສອບນາໆປະການ ເພື່ອຍາດເອົາຄວາມເປັນເອກກະລາດແຫ່ງຊາດ. ນັບແຕ່ມື້ສ້າງຕັ້ງຂຶ້ນຈົນເຖິງປະຈຸບັນກອງທັບໄດ້ສ້າງວິລະກຳອັນລ້ຳເລີດ
ແລະ ຍາດໄດ້ໄຊຊະນະອັນໃຫຍ່ຫລວງ ຊຶ່ງ ຜົນງານລວມ ຂອງການປະຕິວັດແມ່ນພາຍໃຕ້ການນຳພາຂອງພັກ
ແລະ ຂອງປະຊາຊົນທັງໃນພາລະກິດຕໍ່ສູ້ປົກປ່ອຍປະເທດຊາດກໍຄື ພາລະກິດປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
No comments:
Post a Comment