Ad

Ad

22 November 2013

ຕ້ອງເພີ່ມທະວີພັດທະນາສີມືແຮງງານຕິດພັນກັບການຈັດຫາວຽກ



          ທ່ານ​ຮອງ​ນາຍົກລັດຖະ ມົນຕີ ອາຊາ​ງ ລາວ​ລີ ຜູ້​ຊີ້​ນຳ​ວຽກ​ງານ​ວັດທະ​ນະ​ທຳ-ສັງຄົມ ​​ໄດ້​ໃຫ້​ກຽດ​​ເຂົ້າຮ່ວມ​ໂອລົມຕໍ່​ຂະ​​ແໜງ​ແຮ​ງງານ ແລະ ສະຫວັດ​ດີກາ​ນສັງຄົມ ທົ່ວ​ປະ​ເທດ ປະຈຳ​ປີ 2013 ເຊີ່ງ​ຈັດ​ຂື້ນ​ໃນ​ຕົ້ນ​ເດືອນ​ພະຈິກ​ຢູ່​ທີ່ນະຄອນ ຫຼວງ​ວຽງ​ຈັນ ໂດຍ​ທ່ານໃດ້​ເນັ້ນ​​ໃຫ້​ຂະ​​ແໜງ​ການ​ດັ່ງກ່າວ​ສຸມ​ໃສ່​ການ​ພັດທະ​ນາ​ສີມື​ແຮງ​ງານ​ໃຫ້​ຕິດ​ພັນ​ກັບ​ການຈັດ​ຫາ​ວຽກ​ເຊິ່ງປັດ ຈຸບັນ​ວຽກ​ງານ​ດັ່ງກ່າວ​ພວມ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຢູ່​ໃນ​ສັງຄົມ​ເຮົາ​ນັບ​ເປັນ​ຈຳ​ນວນ​ບໍ່​ໜ້ອຍ.
          ຮອງ​ນາຍົກລັດຖະມົນຕີ​ໃດ້​ໃຫ້​ທິດຊີ້​ນຳ​ວ່າ:​ເພື່ອ​ໃຫ້​ວຽກ​ງານ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ​​ໄດ້ຮັບ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ກາຍ​ເປັນ​ຮູບ​ປະ​ທຳຫຼາຍ​ຂຶ້ນ​ກ່ອນ​ອື່ນ​ໝົດຂະ​ແໜງ​ແຮງ​ງານ​ ​ແລະ ສະຫວັດດີ​ການສັງຄ​ົມຕ້ອງໄດ້ເພີ່ມ​ທະວີຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າໃນ​ກ​ານ​ພັດທະນາ​ສີມື​ແຮ​ງງານຕິດ​ພັນ​ກັບການຈັດ​ຫາ​ວຽກ ແລະ ຮັບປະກັນການ​ດຸ່ນດ່ຽງລະຫວ່າງຄວາມ​ຕ້ອງການ ແລະ ການ​ສະ ໜອງ​ແຮງ​ງານ​.ໃນນີ້, ຂະແໜງ​​ແຮງ​ງານ ແລະ ສະຫວັດ​ດີກາ​ນ ສັງຄ​ົມ ຕ້ອງ​ສືບ​ຕໍ່​ຖື​ເອົາ​ການ​ສ້າງ​ກຳ​ລັງ​ແຮງ​ງານ ແລະ ພັດທະນາ​ສີມື​ແຮງ​ງານ​ລາວ ​ເປັນວຽກຈຸດ​ສຸມ​ບຸລິມະ​ສິດ​ຂອງ​ຕົນ ແລະ ​ເພີ່ມ​ທະວີ​ການ​ປະສານ​ງານ​ກັບ​ຂະ​
ແໜງ​ຂອງ​ສູນ​ກາງ​ ​ແລະ ທ້ອງ​ຖິ່ນລວມທັງ​ພາກ​ເອກະ​ຊ​ົນ​ເພື່ອ​ສ້າງ​​ແຜນ​ຄວາມ​ຕ້ອງການ​ນຳ​ໃຊ້​ແຮງ​ງານ​ໃນ​ແຕ່ລະ​ຂ​ົງ​ເຂດ ​ແລະ ​ແຕ່ລະສາຂາອາ ຊີບ​ໃຫ້​ຊັດ​ເຈນ​ແນ​ໃສ່ພັດທະນາ​​ກຳ​ລັງ​ແຮງ​ງານ ລາວ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ ຮຽກຮ້ອງ​ຕ້ອງການ ຂອງ​ການ ພັດທະນາ​ປະ​ເທດ​​ແຕ່​ລະ​​ໄລ​ຍະ ​ໂດຍ​ສະ​ເພາະ​ແມ່ນ​ສອດຄ່ອງ​ກັບ​ໂຄງ​ປະກອບ​ເສດຖະກິດ ​ແລະ ທ່າແຮງ​ຂອງ​ເຂດ​ແຄວ້​ນ,ບໍລິ​ເວນ,ສອດຄ່ອງ​ກັບ​ຄວາມ​ຕ້ອງ ການ​ຂອງ​ຕະຫຼາດ​ແຮງ​ງານ​ທັງ​ໃນ​ສະ​ເພາະ​ໜ້າ ​ແລະ  ຍາ​ວນານ; ຕ້ອງ​ສູ້​ຊົນ​ແກ້​ໄຂ​ສະພາບ “​ເຫຼືອ​ບໍ່ພໍ” ຂອງ​ກຳລັງ​ແຮງ​ງານ. ໃນ ພາກ​ຕົວ​ຈິງ, ຕ້ອງ​ມີ​ມາດ​ຕະການ​ສ​ົ່ງ​ເສີມ ​ແລະ ດຶງ​ດູດ​ໃຫ້​ຄ​ົນຫັນ​ມາ​ເຂົ້າ​ຮຽນ ແລະ ຝຶກ​ອົບຮົມ​ວິ ຊາ​ຊີບ​​ໂດຍ​ສະ​ເພາະ​ແມ່ນ​ສາຂາ​ວິຊາ​ສະ​ເພາະ-ວິຊາ​ການ​ຊ່າງ ​ເພື່ອ​ໃຫ້​ກາຍ​ເປັນ​ກຳມະກອນອາ ຊີ​ບ,ນາຍ​ຊ່າງ​ຊຳນານ​ງານ ແລະ ພະນັກງານ​ເຕັກ​ນິກ-ວິຊາ​ການ​ ໃຫ້​ມີຈຳນວນ​ຫຼາຍ​ຂຶ້ນ ທັງ​ຮັບປະ ກັນ​ລະດັບ​ມ​າດຕະຖານ​ສີມື​ເພື່ອ​ໃຫ້​ສາມາດ​ແຂ່ງຂັນ​ໃນ​ອາ​ຊຽນ​ໄດ້​ເປັນ​ກ້າວ​ໆ.
          ເພື່ອ​ຮັບປະກັນ​ໃຫ້​ແກ່​ການ ​ຈັດ​ຕັ້ງປະຕິບັດ​ກ​ານ​ພັດທະນາ​ສີມື​ແຮງ​ງານ​ດັ່ງກ່າວ, ສະ​ເໜີ​ໃຫ້​ຂະ​ແໜງ​ແຮງ​ງານ ແລະ ສະ ຫວັດດີ​ການ​ສັງຄ​ົມ​ເອົາ​ໃຈ​ໃສ່​ກໍ່ສ້າງ ​ແລະ ປັບປຸງ​ບັນດາ​ສູນພັດທະນາ​ສີມື​ແຮງ​ງານ​ໃຫ້​ພຽງພໍ;ປັບ​ປຸງ​ຫຼັກສູດ, ສ້າງ​ປຶ້ມ ຕຳລາ​ການ​ຮຽນ-ການ​ສອນ​ໃຫ້​ມີ​ຫຼາຍ​ລະດັບ,ຫຼາຍ​ສາຂາ​ວິຊາ​ຊີບ, ຍົກ​ລະດັບ​ຄູ​ສອນ ແລະ ຈັດ​ຫາ​ອຸປະ ກອນ​ທີ່​ຈຳ​ເປັນ​ຮັບ​​ໃຊ້​ໃນ​ການ​ສາ ທິດ ​ແລະ ການ​ລົງມື​ປະ​ຕິ​ບັດ​ຕົວ​ຈິງ​ຂອງ​ຜູ້​ເຂົ້າ​ຝຶກ​ອົບຮົມ​ກາ​ນພັດ ທະນາສີມື​ແຮງ​ງານ​ເຮັດ​ໃຫ້ກາ​ນ ພັດທະນາ​ສີມື​ແຮງ​ງານ​ດຳ​ເນີນ​ໄປ​ເປັນ​ແຕ່ລະ​ໄລ​ຍະ​ຢ່າງ​ຕໍ່​ເນື່ອງ. ພາຍຫຼັງ​ທີ່​​ໄດ້ຮັບກາ​ນພັດທະນາ​ສີມື​ແຮງ​ງານແລ້ວ ຕ້ອງ​ມີ​ກົນ​ໄກ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ເຂົ້າ​ໄປ​ສູ່​ຕຳ​ແໜ່​ງງານ​ຕ່າງໆຂອງ​ຫົວໜ່ວຍ​ການຜະລິດທຸລະ​ກິດ​ຕາ​ມລະດັບ​ຄວາ​ມຮູ້​ຄວາມ​ສາມາດຂອງ​ເຂ​ົາ. ໜາຍ​ຄວາມ​ວ່າ “ ກາ​ນພັດທະນາ​ສີມື​ແຮງ​ງານຕ້ອງ ຕິດພັນກັບ ການມີວຽກເຮັດງານທຳ ”. ສະ ນັ້ນ, ຖ້າຢາກເຮັດໄດ້ແນວນັ້ນ, ຂະແໜງແຮງ​ງານ ແລະ ສະຫວັດ ດີການສັງຄົມ ຕ້ອງກຳໃຫ້ໄດ້ວ່າ ກຳລັງແຮງງານລາວທົ່ວປະເທດທີ່ມີວິຊາຊີບ, ມີມາດຕະ ຖານສີມືແຮງງານແຕ່ລະລະດັບໜ້ອຍ- ຫຼາຍຊ່ຳໃດ? ແຕ່ລະຂົງເຂດເສດຖະກິດມີແຮງງານແຕ່ລະປະເພດ, ແຕ່ລະສາຂາວິຊາ ອາຊີບແນວໃດ ? ແລ້ວຈິ່ງກຳນົດທິດໃນການພັດທະນາສີມືແຮງງານ, ເຮັດການທົດສອບ ແລະ ຢັ້ງຢືນມາດຕະຖານສີມືແຮງ ງານໄປຕາມແຜນຄວາມຕ້ອງການນຳໃຊ້ແຮງງານຂອງຫົວໜ່ວຍທຸລະກິດ, ການຜະລິດ ຫຼື ຄວາມຕ້ອງການຂອງຕະ ຫຼາດແຮງ ງານ. ທັງໝົດເຫຼົ່ານີ້ຕ້ອງມີກົນໄກການປະສານງານກັບທຸກພາກສ່ວນເສດຖະກິດລວມທັງພາກລັດ-ເອກະຊົນ ໃຫ້ເຂົ້າມາມີ ສ່ວນຮ່ວມໃນວຽກງານນີ້ຢ່າງກວ້າງຂວາງຕື່ມ. ຖ້າຫາກຍັງເບິ່ງບັນຫາໃນວົງແຄບໆ, ພຽງແຕ່ສິ່ງທີ່ຂະແໜງແຮງງານ ແລະ ສະ ຫວັດດີການສັງຄົມເຮັດການພັດທະນາສີມືແຮງງານເທົ່ານັ້ນກໍເປັນການ​ຍາກ​ທີ່​ຈະ​ບັນລຸ​ຕົວ​​ເລກຄາດໝາຍ​ສູ້​ຊົນ​ທີ່​ກຳນົດ​ໄວ້ໃດ້.
             ​ຮອງ​ນາຍົກ​ລັດຖະມ​ົນຕີ​ໃດ້ກ່າວ​ເນັ້ນ​ຕື່ມ​ວ່າ:ສຳ​ລັບ ການຈັດ​ຫາ​ວຽກ​ໃຫ້​ເອົາ​ໃຈ​​ໃສ່​ປັບປຸງ​ການ​ເຄື່ອນໄຫວ​ຂອງ​ບໍ ລິສັດ​ຈັດ​ຫາ​ວຽກ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ໂດຍ​ສະ​ເພາະ​ແມ່ນ​ເນັ້ນ​ໃສ່​ການຈັດ​ຫາ​ວຽກ​ພາຍ​ໃນ​ໃຫ້​ພຽງ ພໍກັບ​ຄວາມ​ຕ້ອງ​ການ ຂອງ​ຕະຫຼາດ​ແຮງ​ງານ. ພ້ອມ​ກັນ​ກໍຕ້ອງຮີບ​ຮ້ອນ​ແກ້​ໄຂ​ບັນດາ​ບໍລິ​ສັດ​ຈັດ​ຫາ​ວຽກ​ທີ່​ເຄື່ອນ​ໄຫວຈັດ​ຫາ​ວຽກ​ຂາດ​ປະສິດທິພາບ​ສ້າງ​ຄວາມ​ຫຍຸ້ງ​ເຫຍີງ​ໃຫ້​ແກ່​ລະບົບ​ການຈັດ​ຫາ​ງານ ຫຼື ເອົາລັດ​​ເອົາ​ປຽບຜູ້​ອອກແຮງງານໃຫ້ສຳ​ເລັດ​ຢ່າງ ຂາດ​ໂຕໂດຍ​ໄວ.

No comments:

Post a Comment