Ad

Ad

22 November 2013

ຫາລື​ການ​ໂຄສະນາ​ທ່ອງທ່ຽວ​ລາວ



         ກອງປະຊຸມປຶກສາຫາລືລະ ຫວ່າງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສະມາຄົມທຸລະກິດທ່ອງ ທ່ຽວລາວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ, ລັດວິສາຫະກິດການບິນລາວພ້ອມດ້ວຍຜູ້ປະກອບການທຸລະກິດ ທ່ອງທ່ຽວ ແລະ ໂຮງແຮມ ໄດ້ຈັດ​ຂຶ້ນໃນວັນທີ 20 ພະຈິກນີ້ຢູ່ໂຮງແຮມວຽງຈັນ ພລາຊາ ໂດຍການເປັນປະທານຮ່ວມຂອງ ທ່ານ ຈະເລີນ ວາລິນທະລາສັກ ລັດຖະ ມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ອຸເດດ ສຸວັນນະວົງ ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ແລະ ທ່ານ ຄຳຕັນ ເກິ່ງປັນຍາປະທານສະມາຄົມ ທຸລະກິດທ່ອງທ່ຽວ ລາວ ແລະ ມີຜູ້ຕາງໜ້າບໍລິສັດທ່ອງທ່ຽວ, ໂຮງແຮມ, ລັດວິສາ ຫະກິດການບິນລາວ, ທະນາຄານໂລກ, ອົງການ GIZ ຂອງປະເທດ ເຢຍລະມັນ ແລະ ພະນັກງານທີ່ ກ່ຽວຂ້ອງເຂົ້າຮ່ວມ 55 ທ່ານ.
           ທ່ານ ຈະເລີນ ວາລິນທະລາສັກ ກ່າວວ່າ: ກອງປະຊຸມຄັ້ງນີ້ເພື່ອປຶກສາຫາລືກ່ຽວກັບການຊອກຊ່ອງທາງ, ການໂຄ
ສະນາດຶງດູດນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນໃຫ້ເດີນທາງເຂົ້າມາທ່ອງທ່ຽວລາວໃຫ້ນັບມື້ນັບຫລາຍຂຶ້ນໂດຍເນັ້ນຕະ ຫລາດນັກທ່ອງທ່ຽວທີ່ເປັນເປົ້າ ໝາຍຄືນັກທ່ອງທ່ຽວທີ່ມີຄວາມຮັບຜິດຊອບ ແລະ ນັກທ່ອງທ່ຽວທີ່ມີລາຍຈ່າຍຫລາຍ. ນອກຈາກນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບແຜນການການເຄື່ອນໄຫວດ້ານການຕະຫລາດການທ່ອງທ່ຽວໃນອະນາຄົດໂດຍ ສະເພາະການກະກຽມເຂົ້າຮ່ວມວາງສະແດງການທ່ອງທ່ຽວອາຊຽນ (TRAVEX) ຢູ່ປະເທດມາເລເຊຍ ໃນເດືອນມັງກອນ 2014 ແລະ ການວາງສະແດງການທ່ອງທ່ຽວໂລກ ITB ທີ່ແບັກແລັງ ປ ເທດເຢຍລະມັນໃນເດືອນມີນາ 2014.ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນແລກປ່ຽນຖອດຖອນບົດຮຽນຢ່າງ ກົງໄປກົງມາເພື່ອຮ່ວມມືກັນໂຄສະນາການທ່ອງທ່ຽວລາວ ແລະ ເຈາະຕະຫລາດນັກທ່ອງທ່ຽວໃຫ້ກວ້າງຂວາງ.

No comments:

Post a Comment