Ad

Ad

22 November 2013

ຊາວສວນກາເຟສະເໜີໃຫ້ສະພາຊ່ວຍແກ້ໄຂບັນຫາລາຄາກາເຟຖືກ



        ໃນໂອກາດທີ່ທ່ານ ບຸນທຽນ ທອງແກ້ວ ສະມາຊິກສະພາແຫ່ງ ຊາດເຂດ ເລືອກຕັ້ງທີ 15 ສະພາ ແຫ່ງຊາດ ຊຸດທີ VII ແຂວງຈຳ ປາສັກ ລົງພົບປະໂອ້ລົມ ແລະ ຮັບຟັງຄຳສະເໜີຂອງປະຊາຊົນຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ເມື່ອບໍ່ດົນ ມານີ້, ປະຊາຊົນ ໄດ້ສະເໜີຢາກໃຫ້ສະພາແຫ່ງຊາດຊ່ວຍ ແກ້ໄຂຮີບດ່ວນບັນ ຫາລາຄາກາເຟຕົກຕ່ຳ ເນື່ອງຈາກປະເຊີນກັບບັນຫາ ດັ່ງກ່າວມາເປັນເວລາ 2 ປີແລ້ວ ເຊິ່ງຜ່ານມາເຖິງວ່າພາກລັດ,ຜູ້ປະກອບ ການ ແລະ ປະຊາຊົນ ໄດ້ມີການປຶກ ສາຫາລືເພື່ອ ຫາ ທາງອອກຫລາຍຄັ້ງ ແຕ່ກໍຍັງແກ້ໄຂບໍ່ໄດ້ດີເທົ່າທີ່ຄວນເນື່ອງຈາກສະພາບລາຄາກາເຟໃນຕະຫລາດໂລກ ຫລຸດລົງ ແລະ ຫລ້າ ສຸດໃນຕົ້ນ ເດືອນພະຈິກ 2013 ນີ້ ທາງພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກຮ່ວມ ກັບສະມາຄົມເກັບຊື້ກາເຟ ຂອງເມືອງປາກຊ່ອງກໍໄດ້ຈັດກອງປະຊຸມເພື່ອກຳນົດລາຄາເກັບຊື້ກາເຟປະຈຳປີ 2013-2014 ແລະ  ໄດ້ກຳນົດລາຄາເກັບຊື້ຕ່ຳ ສຸດ 2 ພັນກີບຕໍ່ກິໂລ ໝາກແດງ,ແຕ່ກໍຍັງເຫັນວ່າມີລາຄາຕ່ຳຢູ່. 
ດັ່ງນັ້ນປະຊາຊົນຈຶ່ງໄດ້ນຳສະເໜີຕໍ່ສະພາແຫ່ງຊາດເພື່ອຊອກ ຫາຊ່ອງທາງຊ່ວຍເຫລືອ, ຄຽງຄູ່ກັບບັນຫາດັ່ງກ່າວປະຊາຊົນຍັງ ໄດ້ສະເໜີໃຫ້ກວດຄືນ ການສຳປະທານທີ່ດິນຂອງນັກລົງທຶນ ຢູ່ພາຍໃນເມືອງທີ່ສະພາໄດ້ຮັບຮອງ, ການແກ້ໄຂທີ່ດິນທຳ ການຜະລິດຂອງປະຊາຊົນ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.

No comments:

Post a Comment