ໂດຍ : ທ່ຽວທຳ
ດັ່ງພວກເຮົາຮັບຮູ້ນຳກັນດີແລ້ວວ່າ : ລາວເປັນປະເທດຫນຶ່ງ
ທີ່ມີທ່າແຮງ ແລະ ມີຄວາມອຸດົມສົມບູນທາງດ້ານຊັບການ ທ່ອງທ່ຽວມີສິ່ງດຶງດູດທາງທຳມະຊາດ, ວັດ ທະນະທຳ
ແລະ ປະຫວັດສາດທີ່ຫລາກຫລາຍ ແລະ ໄດ້ຖິືກຂະຫນານນາມວ່າ : ເປັນດິນແດນແຫ່ງດອກຈຳປາອັນຍະມະນີແຫ່ງແມ່ນ້ຳຂອງ
ແລະ ມີຫລາຍສິ່ງຫລາຍ ຢ່າງທີ່ເປັນທ່າແຮງສຳລັບການທ່ອງທ່ຽວ ເວົ້າສະເພາະກໍແມ່ນການພັດທະນາການ ທ່ອງທ່ຽວແບບຍືນຍົງ,
ດັ່ງຄວາມອຸດົມສົມບູນ ແລະ ຫລາກຫລາຍຂອງຊັບພະຍາ ກອນທຳມະຊາດອັນສວຍສົດງົດງາມ, ປູສະນີຍະສະຖານ
ແລະ ວັດຖຸບູຮານອັນລືຊື່, ສະຖານທີ່ປະຫວັດ ສາດອັນມໍລະດົກ, ພິເສດແມ່ນຮີດຄອງປະເພນີ, ຂະນົບທຳນຽມອັນເປັນເອກະລັກຂອງແຕ່ລະເຜົ່ລາວທີ່ເຈືອຈານເຂົ້າກັນເປັນວັດທະນະທຳ
ແ່ຫງຊາດລາວ- ທີ່ສະທ້ອນເຖິງຄວາມຝັກໄຝ່ໃນສັນຕິພາບ, ມິດຕະພາບ, ຄວາມໂອບເອື້ອອາລີ ແລະ ຄວາມຈິງໃຈໄມ
ຕີຈິດຂອງຄົນລາວ.
ດ້ວຍເງື່ອນໄຂ ແລະ ທ່າແຮງດັ່ງກ່າວ, ໃນຜ່ານມາລັດຖະບານຈຶ່ງມີນະໂຍບາຍພັດທະນາການທ່ອງທ່ຽວໃຫ້ເປັນຂະແໜ່ງ
ການພື້ນຖານຫນຶ່ງຂອງເສດຖະກິດແຫ່ງຊາດ ແລະ ໄດ້ສົ່ງເສີມການທ່ອງທ່ຽວໃຫ້ມີບົດບາດຫລາຍຂຶ້ນໃນຂະບວນວິວັດແຫ່ງ
ການສ້າງສາພັດທະນາ ແລະ ການເຊື່ອມໂຍງເຂົ້າກັບຂົງເຂດ ແລະ ໃນໂລກ, ພ້ອມນັ້ນກໍໄດ້ຖືເອົາການທ່ອງທ່ຽວເປັນຂະແໜງ
ບູລິມະສິດໃນການແລກປ່ຽນບົດ
ຮຽນທາງດ້ານວັດທະນະທຳ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ-ໂດຍຍຶດ ໝັ້ນນະໂຍບາຍດັ່ງກ່າວ,
ລັດຖະບານ ຈຶ່ງໄດ້ດຳເນີນການປັບປຸງ ແລະ ຍົກລະດັບວົງການທ່ອງທ່ຽວແຫ່ງຊາດ. ໄດ້ອອກກົດ ຫມາຍ
ແລະ ລະບຽບການຄຸ້ມຄອງການທ່ອງທ່ຽວໃຫ້ມີຄວາມຍືນຍົງ ແລະ ໄດ້ໃຫ້ຄວາມສຳຄັນຕໍ່ການກໍ່ສ້າງບຳລຸງບຸກຄະລາ
ກອນປັບປຸງ ແລະ ຂະຫຍາຍແຫ່ຼງທ່ອງທ່ຽວ, ສົ່ງເສີມການມີສ່ວນຮ່ວມ ຂອງຊຸມຊົນ ແລະ ຜູ້ປະກອບການຕ່າງໆເຂົ້າໃນ
ການພັດທະນາການທ່ອງທ່ຽວ. ເຊິ່ງສະແດງອອກໃຫ້ເຫັນຜ່ານຂະບວນການຈັດຕັ້ງເທສະການ, ກິດຈະກຳສົ່ງເສີມການທ່ອງ
ທ່ຽວ, ການເຂົ້າຮ່ວມງານວາງສະແດງດ້ານການທ່ອງທ່ຽວຢູ່ໃນລະດັບພາກພື້ນ ແລະ ໃນໂລກນັບມື້ຫລາຍຂຶ້ນ,
ຂະນະດຽວ ກັນລາວເຮົາກໍໄດ້ປັບປຸງ ແລະ ເກີດກວ້າງນະໂຍບາຍລົງທຶນໃນຂະແຫນງການທ່ອງທ່ຽວ. ໂດຍອະນຸຍາດໃຫ້ຊາວຕ່າງປະເທດ
ສາມາດລົງທຶນ 100% ໃນທຸລະກິດໂຮງແຮມຮ້ານອາຫານ ແລະ ລົງທຶນ 30%- 70% ສຳລັບທຸລະກິດທ່ອງທ່ຽວ.
ພ້ອມນັ້ນກໍໄດ້ສຸມທຸກທຶນຮອນ ເຂົ້າໃນການປັບປຸງຍົກລະດັບ ພື້ນຖານໂຄງລ່າງ ໂດຍສະເພາະ ແມ່ນການກໍ່ສ້າງຖະຫນົນຫົນ
ທາງສາຍສຳຄັນຕ່າງໆຄື: ເສັນ ທາງຫລວງແຫ່ງຊາດ, ເສັ້ນທາງແລວເສດຖະກິດຕາເວັນອອກ-ຕາເວັນຕົກ,
ແລວເສດຖະກິດ ເຫນືອ-ໃຕ້, ພ້ອມກັບຂົວຂ້າມແມ່ນ້ຳຂອງຫລາຍແຫ່ງ, ປັບປຸງສະຫນາມບິນໃຫ້ໄດ້ມາດຕະຖານ
ແລະ ເປີດສາຍການບິນ ໂດຍກົງກັບຕ່າງປະເທດນັບມື້ຫລາຍຂຶ້ນເພີ່ມທະວີເປີດດ່ານຜ່ານແດນສາກົນເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວ
ສາມາດວີຊາເຂົ້າ-ອອກກັບດ່ານໄດ້, ພ້ອມຂະຫຍາຍເວລາອະນຸຍາດຢູ່ລາວຈາກ 15 ວັນ ມາເປັນ 30 ວັນ
ແລະ ຍົກເວັ້ນວີ ຊາໃຫ້ພົນລະເມືອງຫລາຍປະເທດໃນອາຊຽນຍີ່ປຸ່ນ, ສະຫະພັນລັດເຊຍ, ສ.ເກົາ ຫລີ
ແລະ ອື່ນໆ. ຂະຫຍາຍການ ນຳໃຊ້ບັດ ຜ່ານແດນສຳລັບພົນລະເມືອງຂອງບາງປະເທດເພື່ອນ ບ້ານໃກ້ຄຽງໄດ້ນຳອີກ,
ອັນໄດ້ອຳນວຍຄວາມສະດວກໃຫ້ນັກທ່ອງ ທ່ຽວເຂົ້າມາທ່ຽວລາວນັບມື້ຫລາຍຂຶນ. ເຊິ່ງໄລຍະ 10 ປີ
ຜ່ານມາ ຈຳນວນນັກທ່ອງທ່ຽວ ເຂົ້າມາລາວເພີ່ມຂຶ້ນສະເລ່ຍ 20%/ຕໍ່ປີ ຄື : ປີ 2000 ມີນັກທ່ອງ
ທ່ຽວເຂົາມາປະມານ 7 ແສນຄົນ, ມາອຮດ ປີ 2008 ມີນັກທ່ອງທ່ຽວ ເຂົ້າມາຫລາຍ ກວ່າ 3 ລ້ານຄົນແລ້ວ
ແລະ ພິເສດປີນີ້ ລາວເຮົາໄດ້ຮັບລາງວັນຈາກອົງການທ່ອງທ່ຽວອີຢູວ່າເປັນປະ ເທດທີ່ຫນ້າທ່ອງທ່ຽວ
ທີ່ສຸດໃນໂລກ ກໍຍ້ອນພວກເຮົາໄດ້ເອົາໃຈໃສ່ພັດທະນາການທ່ອງທ່ຽວຂອງຕົນເອງແບບຍືນຍົງ ແລະ ການມີສ່ວນຮ່ວມຂອງ
ຊຸມຊົນ.
No comments:
Post a Comment