
ລາຍງານຂ່າວຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ:
ເມື່ອກາງ ເດືອນພະຈິກ 2013 ນີ້ ຄະນະຜູ້ແທນລາວ ນໍາໂດຍທ່ານ ຫຸມພັນ ອິນທະຣາດ,
ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ໄດ້ສໍາເລັດການ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ອາຊຽນ ດ້ານວິທະຍາສາດ ແລະ
ເຕັກໂນ ໂລຊີ ຄັ້ງທີ 15 ທີ່ກົວລາລໍາເປີ ປະເທດມາເລເຊຍ
ໂດຍການເປັນປະທານຂອງທ່ານ ຮອນ ດາຕຸກ ດຣ. ອີວອນ ອີບິນ,
ລັດຖະມົນຕີວ່າການກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະເທດມ າເລເຊຍ,
ມີບັນດາລັດຖະມົນຕີວ່າການ, ຊ່ວຍ ວ່າການ ແລະ ບັນດາເຈົ້າໜ້າທີ່ອາວຸໂສ
ຈາກບັນດາປະເທດອາຊຽນ ແລະ ກອງເລຂາອາຊຽນ ຫລາຍກ່ວາ 100 ທ່ານ ເຂົ້າຮ່ວມ.
ກ່ອນກອງປະຊຸມຄັ້ງນີ້ ໄດ້ມີກອງປະຊຸມກະກຽມ ຄື: ກອງປະຊຸມຄະນະກໍາມະການດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງທີ 66 ແລະ ກອງປະ ຊຸມທີ່ກ່ຽວຂ້ອງຈໍານວນໜຶ່ງ ຊຶ່ງໄດ້ຈັດຂຶ້ນໃນວາລະດຽວກັນ ແຕ່ວັນທີ 7-11 ພະຈິກ 2013.
ກ່ອນກອງປະຊຸມຄັ້ງນີ້ ໄດ້ມີກອງປະຊຸມກະກຽມ ຄື: ກອງປະຊຸມຄະນະກໍາມະການດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງທີ 66 ແລະ ກອງປະ ຊຸມທີ່ກ່ຽວຂ້ອງຈໍານວນໜຶ່ງ ຊຶ່ງໄດ້ຈັດຂຶ້ນໃນວາລະດຽວກັນ ແຕ່ວັນທີ 7-11 ພະຈິກ 2013.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ຂອງປະທານຄະນະກໍາມະການດ້ານວິທະຍາສາດ ແລະ ເຕັກໂນໂລຊີ ກ່ຽວກັບ ຜົນສໍາເລັດຂອງການຈັດ ຕັ້ງປະຕິບັດ ບັນດາໂຄງການຮ່ວມມື ນັບແຕ່ກອງປະຊຸມຄັ້ງທີ 65 ແຕ່ເດືອນພຶດສະພາ 2013 ຢູ່ຕາໄກຈ່າຍ ປະເທດຟີລີປິນ ແລະ ການສະເໜີບັນ ດາໂຄງການຮ່ວມມືໃໝ່ ທີ່ຈະໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ, ຮັບຟັງການ ລາຍງານ ກ່ຽວກັບຜົນຂອງການຈັດຕັ້ງປະຕິບັດ ແຜນການ ຮ່ວມມືກັບບັນດາປະ ເທດຄູ່ເຈລະຈາຄື: ອີນເດຍ, ຣັດເຊຍ, ຍີ່ປຸ່ນ, ສ.ເກົາຫລີ ແລະ ສປ.ຈີນ ແລະ ການສະເໜີໂຄງການຮ່ວມມືໃໝ່ ຂອງບັນດາປະເທດຄູ່ເຈລະຈາ. ກອງປະຊຸມຄັ້ງນີ້ ຍັງໄດ້ແລກປ່ຽນປະສົບການດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃນບັນດາປະເທດອາຊຽນ, ປຶກສາຫາລື ກ່ຽວກັບທິດ ທາງໃນຕໍ່ໜ້າກ່ຽວກັບການສ້າງ ແລະ ຈັດຕັ້ງປະຕິບັດແຜນງານດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດ ຕະກໍາອາຊຽນ ໄປຄຽງຄູ່ກັບການ ປຶກສາຫາລື ກ່ຽວກັບຫລັກການດ້ານການເງິນ ເພື່ອສົ່ງເສີມກົນໄກການນໍາໃຊ້ກອງທຶນວິ ທະຍາສາດອາຊຽນ.
ຄະນະຜູ້ແທນລາວໄດ້ແຈ້ງໃຫ້ກອງປະຊຸມຊາບວ່າ ລັດຖະບານລາວ ໄດ້ໃຫ້ຄວາມສໍາຄັນວຽການວິທະຍາສາດ ແລະ ເຕັກໂນໂລ ຊີເປັນຕົ້ນການພິຈາລະນານໍາເອົາບັນດາໂຄງການທີ່ເປັນບູລິມະສິດເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII (2016-2020) ທີ່ຈະມາເຖິງນີ້. ນອກນັ້ນ ຍັງໄດ້ສະແດງການສະໜັບສະໜູນຂອງຕົນກ່ຽວກັບກົນໄກ ແລະ ວິທີ ການສ້າງແຜນປະຕິບັດງານດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ 2015-2020 ແລະ ການຮ່າງລະບຽບຫລັກ ການໃນການນໍາໃຊ້ກອງທຶນດັ່ງກ່າວ.
No comments:
Post a Comment