Ad

Ad

25 November 2013

ຍ້ອນຫຍັງໂຄງການກໍ່ສ້າງຂອງລັດຈຳນວນຫນຶ່ງມີຄຸນນະພາບຕຳ່ ແລະ ຈະແກ້ໄຂແນວໃດ ? ( ຄໍລຳ ແລກປ່ຽນຄຳຫັນ )



ໂດຍ : ທ່ຽງທຳ
       ນີ້ແມ່ນບັນຫາສືບເນື່ອງມາແຕ່ດົນນານແລ້ວ ແລະ ກໍແກ້ໄຂໄດ້ຍາກ, ສົ່ງຜົນໃຫ້ລັດເສຍງົບປະມານ, ວັດຖຸເງິນຄຳໄປເປັນ ຈຳນວນບໍ່ຫນ້ອຍ ແລະ ທຸກຝ່າຍກໍພຽງແຕ່ໄດ້ຈົ່ມວ່າ,  ເຈົ້າຖິ້ມໃຫ້ຂ້ອຍ, ຂ້ອຍເວົ້າໃຫ້ເຈົ້າຢ່າງບໍ່ແລ້ວບໍ່ເລົ່າແກ່ຍາວກັນ ມາຕະຫລອດ. ກໍດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ປັດຈຸບັນລາວເຮົາພວມສຸມວັດຖຸເງິນຄຳເປັນຈຳນວນບໍ່ຫນ້ອຍເຂົ້າໃນ ການພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມຂອງປະເທດໂດຍສະເພາະແມ່ນການສ້າງຖະຫນົນຫົນທາງເພື່ອອຳນວຍ ຄວາມສະດວກໃນການໄປມາຫາສູ່ລະຫ່ວາງເຂດແຂວງຕ່າງໆດ້ວຍກັນ, ອັນເປັນເງື່ອນໄຂໃຫ້ບັນດາບໍລິສັດຕ່າງໆນັບທັງພາກ ລັດ ແລະ  ເອກະຊົນແຂ່ງຂັນກັນເຂົ້າປະມູນຮັບເຫມົາກໍ່ສ້າງບັນດາໂຄງການດັ່ງກ່າວດ້ວຍຫລາຍມູນຄ່າ ແລະ ແຕ່ເງື່ອນໄຂຈະ ຖືກຄັດເລືອກຈາກຜູ້ເປັນເຈົ້າຂອງໂຄງການ, ຖ້າບໍລິສັດໃດມີເງື່ອນໄຂ ແລະ ມີຄວາມລຶ້ງເຄີຍກັບຜູ້ເປັນເຈົ້າຂອງກໍຈະໄດ້ຮັບ ການຄັດເລືອກໄດ້ໄວ ໂດຍຈະບໍ່ມີການພິຈາລະນາເຖິງຄວາມອາດສາມາດຂອງຜູ້ເຂົ້າຮັບເຫມົານັ້ນປານໃດ, ຖ້າຕ່າງຝ່າຍມີຜົນ ປະໂຫຍດຮ່ວມກັນ ແລະ ຈາກຈຸດນີ້ຈຶ່ງເຮັດໃຫ້ຫລາຍໂຄງການກໍ່ສ້າງຂາດຄຸນນະພາບ, ສ້າງຂຶ້ນມາພຽງບໍ່ເທົ່າໃດກໍເປ່ເພ. ນີ້ເປັນຈຸດຫນຶ່ງ, ສ່ວນອີກຈຸດຫນຶ່ງກໍມາຈາກຫນ່ວຍງານກວດກາ, ກໍເຮັດໄປພໍແລ້ວມື້ແລ້ວວັນ, ສ່ວນຄຸນນະພາບວຽກງານດີ ບໍ່ດີແມ່ນຂຶ້ນກັບໂຕ ເລກສ່ວນແບ່ງທີ່ຕົກລົງກັນໄດ້ກັບຜູ້ຮັບເຫມົາຕົວຈິງ, ຈາກສະພາບດັ່ງກ່າວໄດ້ກາຍເປັນສາ ເຫດຕົ້ນຕໍທີ່
ເຮັດໃຫ້ໂຄງການພັດ ທະນາພື້ນຖານໂຄງລ່າງຕ່າງໆ ຂອງລາວຂາດຄຸນນະພາບ. ດັ່ງການກໍ່ສ້າງເສັ້ນທາງເບຕົງແຕ່ຫນອງແຕ່ງ ອອກສູ່ເມືອງສັງທອງ ນະຄອນຫລວງວຽງຈັນ, ພາຍຫລັງປະຕິບັດມາແຕ່ຕົ້ນປີ 2012, ໃນໄລຍະທາງບໍ່ຮອດ 20 ກິໂລແມັດ, ກໍເຮັດແລ້ວເຮັດອີກຈົນມາຮອດປັດຈຸບັນກໍຍັງບໍ່ທັນ ສຳເລັດ, ນີ້ກໍເນື່ອງມາຈາກບັນ ຫາຄຸນນະພາບ, ເຮັດໄປເມື່ອຫລຽວຫລັງ ກໍເພໄປນຳ, ຜູ້ຮັບເຫມົາຈຳເປັນຕ້ອງໄດ້ສ້ອມແປງຄືນໃຫມ່ເປັນເຫດໃຫ້ການກໍ່ສ້າງຫລ້າຊ້າແກ່ຍາວຈົນບໍ່ຮູ້ວ່າເມື່ອໃດຈິ່ງຈະສ ຳເລັດ, ກໍ່ໃຫ້ເກີດມີຫາງສຽງວິພາກວິຈານກັນຕ່າງໆນາໆເກີດຂຶ້ນ, ສ້າງໃຫ້ສັງຄົມຂາດຄວາມເຄົາລົບນັບຖືຂະແຫນງການ ກ່ຽວຂ້ອງ ແລະ ຄວາມໄວ້ເນື້ອວາງໃຈຕໍ່ຜູ້ປະກອບການ, ຮ້າຍແຮງໄປກ່ວານັ້ນແມ່ນສົ່ງຜົນເຮັດໃຫ້ລັດສູນເສຍວັດຖຸເງິນຄຳ ເປັນຈຳນວນບໍ່ຫນ່ອຍ ແລະ ຕໍ່ສະພາບດັ່ງກ່າວ ຈະແກ້ໄຂແນວໃດ ? ນີ້ເປັນຄຳຖາມທີ່ຈະຕອບໄດ້ຍາກ, ຖ້າທົ່ວສັງຄົມບໍ່ເປັນ ເຈົ້າການຮ່ວມກັນຕ້ານປາກົດການຫຍໍ້ທໍ້ດັ່ງກ່າວໂດຍສະເພາະແມ່ນຂະແຫນງການກວດກາຕ້ອງມີຄວາມເດັດຂາດຕ້ານການທຸ ຈະລິດສໍ້ລາດບັງຫລວງ ແລະ ເບື້ອງລະບຽບກົດຫມາຍກໍຕ້ອງໄດ້ເພີ່ມຄວາມ ສັກສິດຂອງຕົນ, ເມື່ອວາງອອກແລ້ວກໍຕ້ອງໄດ້ ປະຕິບັດເພື່ອນຳໄປສູ່ການປົກຄອງປະເທດດ້ວຍລະບຽບກົດຫມາຍໃຫ້ໄດ້ໂດຍໄວ.

No comments:

Post a Comment