Ad

Ad

25 November 2013

ການສະ​ແດງ​ດົນຕີ​ສາ​ຍພົວພັນ​ມິດຕະພາບ ແລະ ການ​ຮ່ວມມືອາ​ຊຽນ-ຢີ່ປຸ່ນ ຄົບຮອບ 40 ປີ



           ໃນ​ວັນ​ທີ 22 ພະຈິກ​ນີ້, ຢູ່​ທີ່​ສູນພາ​ສາ​ຝຣັ່ງ,ນະຄອນຫຼວງ​ວຽງ​ຈັນ,​​ໄດ້​ຈັດການສະ​ແດງ​ດົນ ຕີ​ເພື່ອ​ສະ​ເຫຼີ​ມ ສະຫຼອງ​ສາຍພົວ ພັນມິດຕະພາບ ​ແລະ ການ​ຮ່ວມມືອາ​ຊຽນ-ຢີ່ປຸ່ນ ຄົບຮອບ 40 ປີ, ​​ໃຫ້​ກຽດເຂົ້າຮ່ວມ ຊົມ​ການສະ​ແດງດັ່ງ​ກ່າວ​ມີ ທ່ານ ຈະ​ເລີ​ນ ວາລິ​ນທະລາ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະແຫຼງ ຂ່າວ, ວັດທະ​ນາ​ທຳ ​ແລະ ທ່ອງ​ທ່ຽວ, ທ່ານ ປອນ​ເມກ ດາລາ​ລອຍ ປະທານ​ສະມາຄົມ​ມິດຕະ ພາບລາວ- ຢິ່ປຸ່ນ, ​ແລະ ທ່ານ  ຮິ​ໂຣະຢູກິ ຄິຊິ​ໂນະ ​ເອກ​ອັກຄະຣາ ຊະ​ທູດ​ຢິ່ປຸ່ນປະຈຳ ສ.ປ.ປ ລາວ ​​ພ້ອມ​ດ້ວຍ​​ທູ​ຕາ​ນະ​ທູດ,ຜູ້​ຕ່າງ​ໜ້າ​​ອົງການ​ສ​າກົນ​ຕ່າງໆ, ປະຈຳລາວເຂົ້າ​ຮ່ວມເປັນ​ຈຳ​ນວນຫຼາຍ.​ ໃນ​ງານ​ຍັງມີ​ການສະ​ແດງ​ດົນຕ​ີ ຈາກ​ກຸ່ມ​ສິລະ​ປີນ ROKKASEN ແລະ​ ​ກຸ່ມ​ສິລະ​ປີນລາວ​ທີ່​ສະ​ແດງດົນຕີພື້ນ​ເມືອງ​ລາວ (ແຄນ ແລະ ລຳ) ໄດ້​ສະ​ແດງ​ໃຫ້​ເຫັນ​ເຖີງຄວາມ​ຮ່ວມ​ມື ແລະ ຄຳ​ໝັ້ນ​ສັນຍາ​ໃນ​ການ​ເປັນຄູ່ຮ່ວມ​ມື​ຢ່າງກວ້າງ​ຂວາງ ລາວ ​ແລະ ຢິ່ປຸ່ນ.
               ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ໃນ ວັນ​ອາທິດທີ່​ຜ່ານ​ມາ ພະ​ນະ​ທ່ານ ຊິນ​ໂຊະ ອາ​ເບະ ນາຍົກລັດ ຖະ ມົນຕີຂອງ​ຢິ່ປຸ່ນ ກໍ່​ໄດ້​
ເດີນ ທາງ ມາ​ຢ້ຽມຢາມ​ລາວ​ຢ່າ​ງ​ເປັນ​ທາງ​ການ. ນັບ​ຕັ້ງແຕ່ປີ 2000 ເປັນຕົ້ນ​ມາ ​ຖ້າ​ນັບ​ລວມ​ເອົາ ການ​ມາ ຢ້ຽມຢາມ​ຕັ້ງ​ແຕ່​ສະ​ໄໝ ພະນະ​ທ່ານ ​ໂອ​ບູຈິ ນາຍົກລັດຖະມົນຕີ ຂອງ​ຢິ່ປຸ່ນ ຖື​ວ່າ​ນີ້​ແມ່ນ​ຄັ້ງ​ທີ່ 4 ​ທີ່ນາຍົກລັດຖະ ມົນຕີຂອງ​ຢິ່ປຸ່ນ ມາຢ້ຽມ ຢາມ​ລາວ ​ເພື່ອ​ເປັນ​ການ​ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ​ໃຫ້ ນັບ​ມື້ແໜ້ນ​ແຟ້ນຍິ່ງ​ຂື້ນ. ໃນ​ ຕອນ​ທ້າຍ​ພິທີ ທ່ານ​ ທູດ ​ໄດ້​ກ່າວ​ຄຳ​ຂອບ​ໃຈ​ຕໍ່​ການຈັດ​ງານ​ອັນ​ມີ​ຄວາມ​ໝາຍ​ດັ່ງກ່າວ​ທີ່​​ໄດ້​ຮັບ​ການ​ສະໜັບສະໜູນຈາກ ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ​ຢິ່ປຸ່ນ, ກະຊວງ​ຖະ​ແຫຼງຂ່າວ, ວັດທະ​ນາ​ທຳ ​ແລະ ທ່ອງ​ທ່ຽວ ​ແລະ ​ໃຫ້ຄຳ​ໝັ້ນ​ສັນຍາ​ຢີ່ປຸ່ນຈະ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີກ​ັບ ສ.ປ.ປ ລາວ ຕະຫຼອດ​ໃປ.

No comments:

Post a Comment