ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:
ໃນເວ ລາປະມານ 3-4 ໂມງເຊົ້າ ຂອງ ວັນທີ 22 ພະຈິກ ໄດ້ ເກີດເຫດມີຄົນຕ່າງປະເທດ ເສຍຊີວິດຢູ່ໂຮງ ແຮມ
ແມ່ຂອງຊັນຊາຍ ຕັ້ງຢູ່ບ້ານສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງ ວຽງຈັນຍ້ອນດື່ມສິ່ງມຶນເມົາເກີນຂະໜາດ.
ຜ່ານການສືບສວນ- ສອບສວນ ຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ:
ຜູ້ເສຍຊີວິດ ຊື່ ທ້າວ ຣັດແຊວ ແບຣດເລຈອນ ອາຍຸ 38 ປີ ນັກທ່ອງທ່ຽວສັນຊາດອົດສະຕຣາລີ, ເມຍຊື່
ນາງ ສາໝອນ ຣັດແຊວ ຊຶ່ງທັງສອງໄດ້ເດີນທາງເຂົ້າມາລາວໃນວັນທີ 21 ພະຈິກນີ້ ແລະ ໄດ້ພັກຢູ່ໂຮງແຮມດັ່ງກ່າວ
ໃນມື້ເກີດເຫດທັງສອງໄດ້ສັ່ງອາຫານ ແລະ ເບຍມາດື່ມ 8 ກະປ໋ອງ ຈາກນັ້ນຜູ້ເປັ ນຜົວໄດ້ ກິນມ໋ອກຝິ່ນ
ແລະ ຢາລະງັບຈົນເສຍຊີວິດ.
ຕາມການລາຍງານຂອງ ນາງ ສາໝອນ ຜູ້ເປັນເມຍວ່າ:
ຜ່ານມາສາມີຂອງຕົນກໍເຄີຍເສບຢາເສບຕິດ ແລະ ກິນ ມອກຝິ່ນເປັນປະຈຳເພາະເປັນການປົວພະຍາດ, ຜູ້ກ່ຽວເປັນນັກມວຍ
ແລະ ແຂນຫັກຖືກຜ່າຕັດມາແລ້ວ 3 ຄັ້ງ.
ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ເຫດຜົນວ່າ:
ສາເຫດການເສຍຊີວິດຂອງ ທ້າວ ຣັດແຊວ ຍ້ອນດື່ມສິ່ງ ມຶນເມົາ ແລະ ເສບຝິ່ນເກີນຂະໜາດ ຈຶ່ງເຮັດໃຫ້ຫົວໃຈຊຸດໂຊມກະທັນຫັນ
ແລະ ເສຍຊີວິດ.
No comments:
Post a Comment