Ad

Ad

25 November 2013

ລະວັງ !!! ພະຍາດລະບາດໃນລະດູຫນາວ



           ປັດຈຸບັນອາກາດໄດ້ເລີ່ມມີການປ່ຽນແປງ ແລະ ກ້າວເຂົ້າສູ່ລະດູໜາວແລ້ວ ຊຶ່ງອາດເຮັດໃຫ້ສຸຂະພາບຂອງຄົນເຮົາ ໄດ້ຮັບຜົນກະທົບເຊັ່ນກັນເຮົາຄວນລະວັງພະ ຍາດທີ່ອາດເກີດຂື້ນໂດຍສະເພາະພະ ຍາດລະບົບທາງເດີນຫາຍໃຈ, ປອດບວມ ແລະ ໄຂ້ຫວັດ ອື່ນໆ ຊຶ່ງມັກຈະເກີດຂຶ້ນດັ່ງນັ້ນ ເມື່ອມໍ້ໆມານີ້ ໜ່ວຍເຝົ້າລະວັງ ກະຊວງສາທາລະນະສຸກໄດ້ອອກມາເຕືອນປະຊາຊົນຈົ່ງພ້ອມກັນເພີ່ມທະວີຮັກ ສາສຸຂະພາບຂອງຕົນດ້ວຍການນຸ່ງຫົ່ມໃຫ້ອຸ່ນ ແລະ ກິນດື່ມໃຫ້ສະອາດເພື່ອປ້ອງ ກັນພະຍາດທີ່ມັກເກີດຂຶ້ນໃນລະດູໜາວຄື: ພະຍາດທາງເດີນຫາຍໃຈ, ພະຍາດຕິດຕໍ່ທາງເດີນອາຫານ, ພະຍາດຜິວໜັງ ແລະ ພະຍາດ ທີມາກັບພາຫະນະນຳເຊື້ອອື່ນໆ, ຊຶ່ງຜ່ານມາພະຍາດດັ່ງກ່າວມັກເກີດລະບາດ, ຢູ່ໃນຫຼາຍທ້ອງຖິ່ນມາແລ້ວໂດຍ ສະເພາະແມ່ນ ເຂດຫ່າງໄກສອກຫຼີກທີ່ຍັງຂາດການຕິດຕາມເຝົ້າລະວັງ, ສົ່ງຜົນໃຫ້ເກີດການສູນເສຍທາງດ້ານຊີວິດ ແລະ ສັບສິນຂອງປະຊາ ຊົນທີ່ຍັງຖືເບົ່າຕໍ່ການປະຕິບັດຫຼັກການສຸຂະສຶກສາ, ອະນາໄມ 3 ສະອາດ.

             ພ້ອມນີ້ໜ່ວຍງານເຝົ້າລະວັງຂອງກະຊວງສາທາລະນະສຸກຍັງໄດ້ຮຽກຮ້ອງໃຫ້ພະແນກສາທາລະນະສຸກທ້ອງຖິ່ນ ຕ່າງໆ, ຕະຫຼອດຮອດປະຊາຊົນ ຈົ່ງປະຕິບັດຕາມວິທີ່ປ້ອງກັນພະຍາດດັ່ງກ່າວຄື : ນຸ່ງເຄື່ອງໃຫ້ອົບອຸ່ນຢູ່ສະເໝີ, ໂດຍສະເພາະ ເດັກນ້ອຍ, ກິນອາຫານທີ່ມີປະໂຫຍດ, ສະອາດ, ສຸກ, ສົົດໃໝ່, ອອກກຳລັງກາຍເລື້ອຍໆເພື່ອສ້າງພູມຄຸ້ມກັນໃຫ້ແກ່ຮ່າງ ກາຍ, ລ້າງມືືທຸກຄັ້ງກ່ອນ ແລະ ຫຼັງການກິນອາຫານ, ປະຕິບັດຕາມມາລະຍາດ ໄອຈາມຕ້ອງອັດປາກ ແລະ ສິ່ງສຳຄັນແມ່ນ ຕ້ອງອະນາໄມຕົນເອງ ແລະ ທີ່ຢູ່ອາໃສໃຫ້ສະອາດຢູ່ສະເໝີ, ຖ້າເຂດແຂວງຫຼືທ້ອງຖິ່ນໃດຫາກເກີດມີກໍລິນີເກີດລະບາດຂອງ ພະຍາດໃດໜຶ່ງໃຫ້ຮີບຮ້ອນໄປພົບແພດໝໍທັນທີເພື່ອມີວິທີການປິ່ນປົວຮັກສາໃຫ້ດີ.

No comments:

Post a Comment