Ad

Ad

26 December 2013

10 ເຫດການຄາດຕະກຳໃນປີ 2013



         ໃນ​ໜຶ່ງ​ປີຜ່ານມາ ມີ​ສະພາບ​ຫຍໍ້​ທໍ້​ສັງຄົມ​ເກີດ​ຂຶ້ນ ຫລາຍ ​ແລະ ມື້ນີ້ໜັງສືພິມ ລາວ​ພັດທະນາ ​ໄດ້​ສະຫລຸບ 10 ​ເຫດການ​ຄາດ​ຕະກຳ​ທີ່​ເກີດ​ຂຶ້ນ​ໃນ 1 ປີຜ່ານມາ​ຄື:
     1. ​ໃນ​ເວລາ​ປະມານ 16 ​ໂມງ ຂອງ​ວັນ​ທີ 29 ມັງກອນ 2013 ​ໄດ້​ເກີດ​ເຫດ​ຄາດ​ຕະກຳ ຢູ່​ເຮືອນ​ພັກ​ແຫ່ງ​ໜຶ່ງ ​ເຊິ່ງຕັ້ງຢູ່​ບ້ານ​ດອນ​ກອຍ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງ​ຈັນ, ຜູ້​ເສຍ​ຊີວິດ​ເປັນ​ຜູ້ຍິງ​ອາຍຸ 26 ປີ ສັນຊາດ​ລາວ ອາຊີບສາວ​ບໍລິການ​ຮ້ານ​ກິນ​ດື່ມ, ຄົນ​ຮ້າຍ​ໄດ້​ບີບ​ຄໍ ​ແລະ ​ເອົາ​ຜ້າ​ອັດ​ປາກ ​ແລະ ດັງ ຈຶ່ງ​ເຮັດ​ໃຫ້​ເສຍ​ຊີວິດ (ສ່ວນ​ຄົນ​ຮ້າຍ​ຍັງ​ຈັບ​ບໍ່​ໄດ້).
     2. ​ໃນ​ເວລາ​ປະມານ 18 ​ໂມງ ຂອງ​ວັນ​ທີ 11 ​ເມສາ 2013 ​ໄດ້​ເກີດ​ເຫດ​ຄາດ​ຕະກຳ​ປຸ້ນ​ຊັບ​ຂຶ້ນ ຢູ່​ເສັ້ນທາງ​ບ້ານ​ໜອງ​ໜ້ຽວ​ຫາ​ບ້ານ​ໂພນ​ສົມບູນ ​ເມືອງ​ສີ​ໂຄດ ນະຄອນຫລວງ​ວຽງ​ຈັນ, ຜູ້​ເສຍ​ຊີວິດ​ເປັນ​ຜູ້​ຊາຍ​ອາຍຸ 24 ປີ ສັນ ຊາດ​ລາວ ອາຊີບ​ກຳມະກອນ​ສ້ອມ​ແປງ ປັດຈຸບັນ​ຢູ່​ບ້ານ​ພະ​ຂາວ ​ເມ​ືອງ​ໄຊ​ທານີ ນະຄອນ ຫລວງ​ວຽງ​ຈັນ ​ເຊິ່ງຖືກ​ຍິງ​ດ້ວຍ​ອາວຸດ​ປືນ​ເຂົ້າທີ່​ກາງ​ຫລັງ ມີ​ບາດ​ແຜ​ໜຶ່ງ​ຮ່ອງຮອຍ ​ແລະ ຊອດ​ໜ້າ​ເອິກ ​ເສຍ​ຊີວິດ​ຄາດ​ທີ່. ​ໃນ​ຂະນະ​ທີ່​ພວມ​ສ້ອມ​ແປງ​ລົດ​ຈົກ​ດິນ​ຢູ່​ແຄມ​ທາງ ຈຶ່ງ​ມີ​ຄົນ​ຮ້າຍ​ສອງ​ຄົນ​ຂີ່​ລົດຈັກ​ຊ້ອນ​ກັນ​ມາ​ເຫັນ​ຜູ້​ເສຍ​ຊີວິດ​ມີ​ສາຍ​ຄໍ​ຄຳ​ຈຶ່ງ​ຍິງ​ປຸ້ນ​ເອົາ. ຜ່ານ​ການ​ສືບສວນ- ສອບ​ສວນ​ເກັບ​ກຳ​ຂໍ້​ມູນ​ຂອງ​ເຈົ້າ ໜ້າ​ທີ່​ຈຶ່ງ​ສາມາດ​ຈັບ​ຕົວ​ຄົນ​ຮ້າຍ​ຜູ້​ກໍ່​ການ​ກະທຳ​ຜິດ​ໄດ້​ໜຶ່ງ​ຄົນ.

     3. ​ໃນ​ເວລາ​ປະມານ 24 ​ໂມງ ຂອງ​ວັນ​ທີ 12 ​ເມສາ 2013 ​ໄດ້​ເກີດ​ເຫດ​ຄາດ​ຕະກຳ​ປຸ້ນ​ຊັບ​ຂຶ້ນ ຢູ່​ບ້ານ​ສາລາ​ຄຳ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງ​ຈັນ, ຜູ້​ເສຍ​ຊີວິດ​ເປັນ​ຜູ້​ຊາຍ​ອາຍຸ 41 ປີ ສັນຊາດ​ລາວ ອາຊີບ​ກຳມະກອນ ຢູ່​ບ້ານ​ສາລາ​ຄຳ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງ​ຈັນ ຖືກ​ແທງ​ດ້ວຍ​ມີດປາຍ​ແຫລມ​ມີ​ຄົມ 11 ບາດ​ແຜ ຍ້ອນ​ໄປ​ຊ່ວຍ​ຫລານ​ສາວ​ທີ່​ຖືກ​ຄົນ​ຮ້າຍ​ດຶງ​ກະ​ເປົາ​ຈົນ​ຖືກ​ຄົນ​ຮ້າຍ​ໃຊ້​ມີດ​ແທງ​ຈົນ​ເສຍ​ຊີວິດ (ຄົນ​ຮ້າຍ​ຍັງ​ຈັບ​ບໍ່​ໄດ້).
     4. ​ໃນ​ເວລາ​ປະມານ 17 ​ໂມງ ຂອງ​ວັນ​ທີ 2 ມິຖຸນາ 2013 ​ໄດ້​ເກີດ​ມີ​ເຫດການ​ຄາດ​ຕະກຳ​ເກີດ​ຂຶ້ນ ຢູ່​ເສັ້ນທາງ​ຫລັງ​ຕະຫລາດ​ທົ່ງ​ຂັນ​ຄຳ ບ້ານ​ທົ່ງ​ຂັນ​ຄຳ ​ເມືອງ​ຈັນ​ທະ​ບູລີ ນະຄອນຫລວງ​ວຽງ​ຈັນ, ຜູ້​ເສຍ​ຊີວິດ​ເປັນ​ຜູ້​ຊາຍ​ອາຍຸ 30 ປີ ສັນຊາດ​ລາວ ອາຊີບ​ຫວ່າງ​ງານ ຢູ່​ບ້ານ​ສີ​ເມືອງ ​ເມືອງ​ສີ​ສັດ ຕະ​ນາກ ນະຄອນຫລວງ​ວຽງ​ຈັນ ຖືກ​ຍິງ​ດ້ວຍ​ອາວຸດ​ປືນ​ຕາມ​ລຳ​ຕົວ 5 ນັດ ​ແລະ ​ເຈົ້າໜ້າ​ທີ່​ກວດ ຄົ້ນ​ໃນ​ກະ​ເປົາ​ຮັດ​ແອວ​ຂອງ​ຜູ້​ຕາຍ​ພົບ​ປືນສັ້ນ 1 ກະບອກ ພ້ອມ​ລູກປືນ​ຈຳນວນ​ໜຶ່ງ ​ແລະ ມີດ​ປາຍ​ແຫລມ 1 ​ເຫລັ້ມ ​ໂດຍ​ຜູ້​ເສຍ​ຊີວິດ​ມີ​ປະຫວັດ​ເປັນ​ນັກ​ເລງ​ອັນ​ຕະພານ​ປຸ້ນ​ຈີ້ຊີງ​ຊັບ, ​ເສບ​ຢາ​ເສບ​ຕິດ ​ແລະ ຄ້າ​ຢາ​ເສບ​ຕິດ. ຕໍ່​ເຫດ ການ​ທີ່​ເກີດ​​ແມ່ນ​ເກີດ​ຈາກ​ການ​ຂັດ​ແຍ່ງ​ຜົນ​ປະ​ໂຫຍ​ດທີ່​ຜິດ​ກົດ ໝາຍ​ກັບ​ກຸ່ມ​​ແກ໋ງຂອງ​ພວກ​ເຂົາ​ເອງ (ຄົນ​ຮ້າຍ​ຍັງ​ຈັບ​ບໍ່​ທັນ​ໄດ້).
     5. ​ໃນ​ເວລາ​ປະມານ 4-5 ​ໂມງ ຂອງ​ວັນ​ທີ 20 ກໍລະກົດ 2013 ​ໄດ້​ເກີດ​ມີ​ເຫດ​ຄາດ​ຕະກຳ​ຂຶ້ນ ຢູ່​ບ້ານ​ຫ້ວຍ​ຫົງ ​ເມືອງ​ຈັນທະ​ບູລີ ນະ ຄອນຫລວງ​ວຽງ​ຈັນ, ສະຖານ​ທີ່​ເກີດ​ເຫດ​ເປັນ​ເຮືອນ​ວິນ​ລາຊັ້ນ ດຽວ ມີ​ຄົນ​ເສຍ​ຊີວິດ 2 ຄົນ ​ເປັນ​ຜູ້​ຊາຍ​ອາຍຸ 45 ປີ ສັນຊາດ​ລາວ ອາຊີບ​ນັກທຸລະກິດ ​ແລະ ຜູ້ຍິງ​ອາຍຸ 18 ປີຢູ່​ບ້ານ​ຫ້ວຍ​ຫົງ ​ເມືອງ​ ຈັນທະ​ບູລີ ນະຄອນຫລວງ​ວຽງ​ຈັນ ທັງ​ສອງ​ຖືກ​ຍິງ​ດ້ວຍ​ອາວຸດ​ປືນ​ຢູ່​ຂະໝັບ​ຫົວ​ເບື້ອງຂວາ​ຊອດ​ທະລຸ​ຂະໝັບ​ຫົວ​ເບື້ອງຊ້າຍ ​ເສຍ​ຊີວິດ​ຄາ​ທີ່ ເຫດການ​ດັ່ງກ່າວ​ທີ່​ເກີດ​ຂຶ້ນ​ເປັນ​ການ​ຂ້າ​ຕົວ​ຕາຍ, ຜູ້​ຊາຍ​ເຊິ່ງ​ເປັນ​ຜູ້​ໃຊ້​ອາວຸດ​ປືນ​ຍິງ​ຜູ້ຍິງ​ໃນ​ຂະນະ​ນອນ​ຫລັບ​ຢູ່ ຈາກ​ນັ້ນກໍ​​ໃຊ້​ປືນ​ບອກ​ດຽວ​ກັນ​ຍິ່ງ​ຕົນ​ເອງ​ຕາຍ​ຕາມ.ສາ​ເຫດ​ແມ່ນ​ຍ້ອນ​ ບັນຫາ​ທຸລະ​ກິດ​ສ່ວນ​ຕົວ ​ແລະ ຄອບຄົວ.
     6. ​ໃນ​ເວລາ​ປະມານ 2 ​ໂມງ ຂອງ​ວັນ​ທີ 5 ຕຸລາ 2013 ​ໄດ້​ເກີດ​ເຫດ​ໄວ​ລຸ້ນ​ໃຊ້​ອາວຸດ​ປືນ​ຍິງ​ກັນ​ຕາຍ ຢູ່​​ເສັ້ນທາງ​ໜອງ​ດ້ວງ-ດົງ​ນາ​ໂຊກ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ, ຜູ້​ເສຍ​ຊີວິດ​ເປັນ​ຜູ້​ຊາຍ​ອາຍຸ 16 ປີ ສັນ ຊາດ​ລາວ ອາຊີບ​ນັກຮຽນ ບ້ານ​ໜອງ​ໜ້ຽວ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ຖືກ​ຍິງ​ດ້ວຍ​ອາວຸດ​ປືນ​ຢູ່​ບາ​ໄລ່​ເບື້ອງ ຂວາ ​ເກີດ​ຂຶ້ນຈາກ​ກຸ່ມ​ແກ໋ງ​ໄວ​ລຸ້ນນັກ​ເລງ​ອັນ​ຕະພານ​ຂັດ​ແຍ່ງ​ເລື່ອງຊູ້​ສາວ ຈຶ່ງ​ຍິງ​ກັນ​ເອງ (ຄົນ​ຮ້າຍ​ຍັງ​ຈັບ​ບໍ່​ທັນ​ໄດ້).
    7. ​ໃນ​ເວລາ 1 ​ໂມງ ຂອງ​ວັນ​ທີ 19 ກັນຍາ 2013 ​ໄດ້​ເກີດ​ເຫດ​ໄວ​ລຸ້ນ​ໃຊ້​ອາວຸດ​ປືນ​ຍິງ​ກັນ​ຕາຍ ຢູ່​ໜ້າ​ຮ້ານ​ຄາ​ລາ​ໂອ​ເກະ​ແຫ່ງ​ໜຶ່ງ ບ້ານ​ພະ​ຂາວ ​ເມືອງ​ໄຊ​ທານີ ນະ ຄອນຫລວງ​ວຽງ​ຈັນ, ຜູ້​ເສຍ​ຊີວິດ​ເປັນ​ຜູ້​ຊາຍ​ອາຍຸ 38 ປີ ສັນຊາດ​ລາວ ອາຊີບ​ພະນັກງານ​ປ້ອງ​ກັນ ຢູ່​ບ້ານ​ຊ້າງ​ຄູ ​ເມືອງ​ໄຊ​ທານີ ນະ ຄອນຫລວງ​ວຽງ​ຈັນ ຖືກ​ຍິງ​ດ້ວຍ​ອາວຸດ​ປືນ​ຈຳນວນ 2 ນັດ ຢູ່​ເທິງ​ຫົວ​ນົມ​ເບື້ອງຊ້າຍ​ຊອດ​ທະລຸ​ກາງ ຫລັງ ​ແລະ ອີກ​ຈຸດ​ໜຶ່ງ​ຖືກ​ຍິງ​ເຂົ້າລຸ່ມ​ດູກ​ມີດ​ເບື້ອງຂວາ ຍ້ອນ​ມີ​ກຸ່ມ​ແກ໋ງ​ໄວ​ລຸ້ນນັກ​ເລງ​ອັນ​ຕະ ພານອາ​ລະວາ​ດຕີ​ກັນ, ຜູ້​ເສຍ​ຊີ ວິດ​ເປັນ​ຜູ້​ປ້ອງ​ກັນ​ສະຖານ​ທີ່​ດັ່ງ ກ່າວ​ເຂົ້າ​ໄປ​ຫ້າມຈຶ່ງ​ຖືກ​ຍິງ.
     8. ​ໃນ​ເວລາ​ປະມານ 19 ​ໂມງ ຂອງ​ວັນ​ທີ 2 ຕຸລາ 2013 ​ໄດ້​ເກີດ​ມີ​ເຫດ​ຄາດ​ຕະກຳ​ຂຶ້ນ ຢູ່​ລຳ​ນ້ຳ ຂອງ ​ເຂດ​ບ້ານ​ຫ້ວຍ​ຫ້ອມ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ, ຜູ້​ເສຍ​ຊີວິດ​ເປັນ​ຜູ້​ຊາຍ​ອາຍຸ 35 ປີ ສັນຊາດ​ລາວ ອາຊີບ​ກຳມະກອນ ຢູ່​ບ້ານ​ຫ້ວຍ​ຫ້ອມ ​ເມືອງ​ສີ​ໂຄດ ນະຄອນຫລວງ​ວຽງ​ຈັນ ຖືກ​ຍິງ​ດ້ວຍ​ອາວຸດ​ປືນ​ບໍ່​ຮູ້ຊະນິດ 2 ຈຸດ ຄື​ຢູ່​ຫົວ ​ເຮັດ​ໃຫ້​ກະ​ໂຫລ​ກຫົວ​ແຕກ​ມຸ່ນ. ​ເຫດ ການ​ດັ່ງກ່າວ​ເກີດ​ຂຶ້ນ​ອາດ​ເປັນ​ການ​ຂັດ​ແຍ່ງ​ທາງ​ດ້ານ​ການ​ຄ້າ ຂາຍ​ສິ່ງ​ຜິດ​ກົດໝາຍ.
      9. ​ໃນ​ເວລາ​ປະມານ 16 ​ໂມງ ຂອງ​ວັນ​ທີ 18 ພະຈິກ 2013 ​ໄດ້​ເກີດ​ເຫດ​ຄາດ​ຕະກຳ​ຂຶ້ນຢູ່​ເສັ້ນທາງ​ບ້ານ​ໜອງ​ດາ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ, ຜູ້​ເສຍ​ຊີວິດ​ເປັນ​ຜູ້ຍິງ ອາຍຸ 25 ປີ ສັນຊາດ​ລາວ ອາຊີບ​ຄ້າຂາຍຢູ່​ບ້ານ​ໂພ​ສີ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ຍ້ອນ​ຖືກ​ແຟນຊາຍ​ຂັບ​ລົດ​ໄລ່​ຕຳ ​ແລະ ຢຽບ​ເສຍ​ຊີວິດ​ຄາ​ທີ່ຢູ່​ເສັ້ນທາງ​ດັ່ງ ກ່າວຍ້ອນ​ຂັດ​ແຍ່ງ​ຜົນ​ປະ​ໂຫຍ​ດ​ເປັນ​ໜີ້ສິນ​ກູ້​ຢືມ​ເງິນ​ຮ່ວມ​ກັນ ​ເຮັດ​ໃຫ້​ຝ່າຍ​ຊາຍ​ບໍ່ພໍ​ໃຈ​ຫລັງ​ຈາກ​ໄກ່​ເກ່ຍກັນ.
     10. ​ໃນ​ເວລາ​ປະມານ 5 ​ໂມງ ຂອງ​ວັນ​ທີ 20 ທັນວາ 2013  ​ໄດ້​ເກີດ​ມີ​ເຫດການ​ຄາດ​ຕະກຳ​ຂຶ້ນ ຢູ່​ບ້ານ​ໂພນ​ຄໍ້ ​ເມືອງ​ໄຊ​ທານີ ນະ ຄອນຫລວງ​ວຽງ​ຈັນ, ຜູ້​ເສຍ​ຊີວິດ​ເປັນ​ຜູ້​ຊາຍ​ອາຍຸ 35 ປີ ສັນຊາດ​ລາວ ອາຊີບ​ຫວ່າງ​ງານ ຢູ່​ບ້ານ​ໂພ​ນຄໍ້ ​ເມືອງ​ໄຊ​ທານີ ນະຄອນ ຫລວງ​ວຽງ​ຈັນ ຖືກ​ແທງ​ດ້ວຍ​ມີດ​ປາຍ​ແຫລມ​ມີ​ຄົມ​ຕາມ​ຮ່າງ ກາຍ 4 ບາດ​ແຜ ​ແລະ ​ເສຍ​ຊີວິດ​ໃນ​ໄລຍະ​ນຳ​ສົ່ງ​ໂຮງໝໍ ຍ້ອນ​ບັນຫາ​ຊູ້​ສາວ.

No comments:

Post a Comment