Ad

Ad

26 December 2013

ຈະມີງານວາງສະແດງຜະລິດ​ຕະພັນ​ລາວ​



           ຜະລິດ​ຕະພັນ​ຂອງ​ລາວ ທີ່​ເຮັດ​​ໂດຍ​ຝີ​ມື​​ຄົນ​ລາວ ​ເລີ່​ມມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ແລະ ​ເພື່ອ​ເປັນ​ການ​​ຊຸກຍູ້ໃຫ້ ຄົນລາວ ​ຫັນ​ມາ​ຊົມ​ໃຊ້​ຜະລິດຕະພັນຂອງ​ລາວ​ເຮົາຫຼາຍຂື້ນ ສະພາ​ອຸດສາຫະກຳ ​ແລະ ການ​ຄ້າ ​ຈະໄດ້​ຈັດ​ງານ​ວາງສະ​ແດງ​ສິນ ຄ້າ​ຜະລິດ​ຕະພັນ​ລາວ ຄັ້ງທີ 3 ຂື້ນ ເພື່ອສົ່ງ​ເສີມ​ການ​ຜະລິດ ​ແລະ ຈຳ ໜ່າຍພາຍ​ໃນ​ເພື່ອ​ກ້າວ​ຂື້ນສູ່​ລະດັບ​ສາກົນ ແລະ ຮັບ ປະກັນ​​ດ້ານ​ຄຸນ​ນະພາ​ບ ຊຶ່ງ​ ທ່ານ  ດຣ ສະ​ນັ່ນ ຈຸນ​ລະ​ມະ ນີ ແລະ ທ່ານ ດາວ​ວອນ ພະຈັນ​ທະ​ວົງ ຮອງ​ປະທານ​ສະພາ ອຸດ ສາຫະກຳ​ແຫ່ງ​ຊາດ ​ໄດ້​ຖະ​ແຫຼງ ຕໍ່ສື່​ມວນ​ຊົນ ໃນ​ວັນ​ທີ 25 ທັນວາ ນີ້ຢູ່ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ວ່າ: ງານວາງ​ສະ​ແດງ​ຜະລິດ​ຕະພັນ​ລາວ ຄັ້ງທີ 3 ແມ່ນ​ຈະ​ໄດ້​ຈັດຂຶ້ນ​ໃນ​ວັນ​ທີ 15 ມັງກອນ 2014 ທີ່​ສູນ​ການ​ຄ້າ​ລາວ​ໄອ​ເຕັກ ຊຶ່ງ​ຈະ​ມີ​ສິນຄ້າ​​ຂອງ​ລາວ​ເຂົ້າຮ່ວມ​​ວາງສະແດງຫຼາຍກ່ວາ 10 ຂະ​ແໜງການ ແລະ 300 ຫ້ອງ​ວາງສະ​ແດງ, ພ້ອມ​ດຽວກັນ​ກໍ​ຍັງ​ມີ​ຜະລິດ​ຕະ ພັນ​ຈາກ​ຕ່າງປະ​ເທດຈຳນວນໜຶ່ງທີ່​ສົນ​ໃຈ​ເຂົ້າຮ່ວມ​ໃນ​ງານ​ດັ່ງກ່າວ​ນີ້.

            ທ່ານ ດາວ​ວອນ ພະຈັນ​ທະ​ວົງ ກ່າວ​ວ່າ​: ງານ​ວາງສະ​ແດງ​ຜະລິດ​ຕະພັນ​ລາວ ​ຈັດ​ຂື້ນ​ເພື່ອ​ເປັນ​ການ​ເຕົ້າ​ໂຮມ ​ແລະ ​ລວມ​ເອົາ​ບັນດາ​ຜູ້​ຜະລິດ​ສິນຄ້າ ພາຍ​ໃນ​ປະ​ເທດ​ເອົາສິນຄ້າທີ່ໄດ້ ຮັບຄວາມນິຍົມຂອງສັງຄົມມາ​ວາງສະ​ແດງ ​ແນ​ໃສ່​ປຸກລະ ດົມ​ການ​ລົງທຶນ​ຈາກ​ພາຍ​ໃນ ແລະ ຕ່າງປະ​ເທດ ທັງ​ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ, ​ແນວ​ໃດ​ກໍ​ດີ ການຈັດ​ງານ​​ດັ່ງກ່າວ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ທຸກ​ຄັ້ງ ທີ່​ຜ່ານ​ມາ ​ເນື່ອງ​ຈາກ​ວ່າ​ຢູ່ໃນ ທ່າມກາງບັນຍາກາດ​ການສະ​ເຫຼີມສະຫຼອງວັນຊາດ​ທີ 2 ທັນວາ ຄົບຮອບ 38 ປີ ແລະ ສະ​ເຫຼີມສະ ຫຼອງວັນ​ສ້າງຕັ້ງກອງທັບ​ປະຊາ ຊົນ​ລາວ ຄົບຮອບ 65 ປີ, ຂະນະ​ດຽວການວາງສະ​ແດງ​ກໍ​ຍັງ​ມີ ສິນຄ້າ​ກະສິກຳ ​ແລະ ອຸດສາຫະ ກຳ ທີ່​ທັນ​ສະ​ໄໝຂອງ​ລາວຫຼາຍ ປະ​ເພດ​ເຊັ່ນ: ​ເຄື່ອງນຸ່ງ​ຫົ່ມ,​​​ເຟີ​ນີ​ເຈີ ແລະ ອື່ນໆ ທີ່​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ສັງຄົມ ກໍ​ຄື ຕະ ຫຼາດພາຍ​ໃນ ແລະ ຕ່າງປະ​ເທດ ​ເພື່ອ​ໃຫ້​ຄົນ​ລາວ​ໄດ້​ຮັບ​ຮູ້​ຜະລິດ​ຕະພັນ​ຂອງ​ລາວ ພ້ອມ​ທັງ​ກຽມ ຄວາມ​ພ້ອມ​ເຂົ້າ​ສູ່​ການ​ເຊື່ອມ​ໂຍງ​ປະຊາ​ຄົມ​ເສດຖະກິດ​ອາ ຊຽນ ໃນ​ປີ 2015 ນຳ​ອີກ​.

No comments:

Post a Comment