Ad

Ad

26 December 2013

ຫນຶ່ງປີຜ່ານມາ ມີຜູ້ນຳຫລາຍປະເທດມາຢ້ຽມຢາມ ສປປ ລາວ



       ປີ 2013 ຖື​ເປັນ​ປີ​ແຫ່ງ​ການຈັດຕັ້ງປະຕິບັດ​ແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2011-2015) ​ເຄິ່ງ ສະ​ໄໝ​ຂອງ​ລາວ. ​ໃນ​ຂະນະ​ດຽວ​ກັນ ກໍ​ເປັນ​ປີ​ທີ່​ມີ​ບັນດາ​ຜູ້ນຳ​ຫລາຍ​ປະ​ເທດ​ໄດ້​ມາ​ຢ້ຽມຢາມ ສປປ ລາວ ຄື​ແຕ່​ລະຫວ່າງ​ວັນ​ທີ 25 ກຸມພາ ຫາ 1 ມີນາ 2013 ສະຫາຍ ​​ເຮ​ໂຣນີ​ໂມ ​ເດ ຊູ​ຊາ (Jeronimo de Sousa) ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ປອກຕຸຍ​ການ ​ໄດ້​ເດີນທາງ​ຢ້ຽມ ຢາມ​ລາວ ​ເພື່ອ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ທີ່​ມີ​ມູນ​ເຊື້ອຍາວ​ນານ​ລະຫວ່າງ​ພັກ​ປະ ຊາຊົນ​ປະຕິ​ວັດ​ລາວ ​ແລະ ພັກ​ກອມ​ມູນິດ​ປອກຕຸຍ​ການ.
    ໃນ​ວັນ​ທີ 4 ​ເມສາ 2013 ຄະນະ​ສະພາ​ບໍລິຫານ​ໃຫຍ່​ຂອງ​ທະນາ ຄານ​ໂລກ ​ໂດຍ​ມີ​ທ່ານ ​ໂອ​ມາ ບູ ກາຣາ ​ເປັນ​ຫົວໜ້າ​ຄະນະ ​ໄດ້​​ມາ​ຢ້ຽມຢາມ​ລາວ ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ການ​ດຳ​ເນີນ​ງານ​ຂອງ​ກຸ່ມ​ທະນາຄານ​ໂລກ​ໃນ​ລາວ, ພ້ອມ​ທັງ​ສືບຕໍ່​ຊ່ວຍ​ເຫລືອ​ທາງ​ດ້ານ​ການ​ພັດທະນາ​ໃນ ສປປ ລາວ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ລະ ຫວ່າງ​ທະນາຄານ​ໂລກ ​ແລະ ສປປ ລາວ ຕື່ມ​ອີກ.
         ໃນ​ວັນ​ທີ 29 ​ເມສາ 2013 ທ່ານ ຊິກ​ອາ​ມັດ ອາລ໌ ຟາ​ຮັດ ອາລຊາ​ບາ ອະດີດ​ຮອງ​ນາຍົກ ລັດຖະມົນຕີ​ແຫ່ງ​ປະ​ເທດ​ກູ​ເວດ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ​ລາວ ​ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວ ພັນ ​ແລະ ຮ່ວມ​ມື​ລະ ຫວ່າງ​ສອງ​ປະ​ເທດ ລາວ-ກູ​ເວດ ​ໃຫ້​ນັບ​ມື້ຂະ ຫຍາຍຕົວ ​ແລະ ມີ​ໝາກຜົນ​ຍິ່ງໆ​ຂຶ້ນ. ພ້ອມ​ນີ້ ທ່ານ​ອະດີດ​ຮອງ​ນາຍົກລັດຖະ ມົນຕີ​ແຫ່ງ​ປະ​ເທດ​ກູ​ເວດ ຍັງ​ຢືນຢັນ​ທີ່​ຈະ​ສືບຕໍ່​ໃຫ້ ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫລືອ ສປປ ລາວ ​ໃຫ້​ບັນລຸ​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້.

         ​​ໃນ​ວັນ​ທີ 23 ມິຖຸນາ 2013, ສະຫາຍ ມີ​ເກັນ ດີ​ອາສ-ກາ​ເນັນ ​ແບກ​ມູ​ເດັສ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ, ຮອງ​ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ​ຜູ້​ທີ​ໜຶ່ງ ​ແຫ່ງ​ສາທາ​ລະນະ​ລັດ​ກູ​ບາ ​ໄດ້​​ເດີນທາງ​ຢ້ຽມຢາມ​ລາວເຊິ່ງ​ເປັນ ​ເຫດການ​ສຳຄັນ​ອັນ​ໜຶ່ງ​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ສປປ ລາວ ​ແລະ ສ.​ກູ​ບາ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະ ພາບ, ຄວາມ​ສາມັກຄີ​ຖານ​ອ້າຍ​ນ້ອງ​ແລະການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ສອງ​ປະ​ເທດ ກໍ​ຄື​ປະ ຊາຊົນ​ສອງ​ຊາດ ລາວ-ກູ​ບາ ທີ່​ມີ​ມາ​ແຕ່​ດົນ​ນານ​ນັ້ນ​ໃຫ້​ນັບ​ມື້​ໄດ້ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດທະນາ​ໄປ​ສູ່​ບາດກ້າວ​ໃໝ່ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ສອງ​ປະ​ເທດ.
          ​ໃນ​​ວັນ​ທີ 2-3 ສິງຫາ 2013 ​ທ່ານ ຫວ່າງ​ອີ້ (Wang Yi) ລັດຖະ ມົນຕີ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດ​ແຫ່ງ ສປ ຈີນ ​​ໄດ້​ເດີນ ທາງ​ມາ​ຢ້ຽມຢາມ​ລາວ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຮັດ​ແໜ້ນ​ສາຍ​ພົວ ພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ ລາວ-ຈີນ ບົນ​ຈິດ​ໃຈ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ,ການ​ຮ່ວມ​ ມື​ດ້ານ​ເສດຖະກິດ,ການ​ຄ້າ, ການ​ ລົງທຶນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ-ສັງຄົມ ​ແລະ ຂະ​ແໜງ​ການ​ອື່ນໆ​.
     ໃນ​​ວັນ​ທີ 12 ສິງຫາ 2013 ພະ ນະ​ທ່ານ ພົນ​ໂທ ​ເຊີ ​ເຈີຣີ ມາ​ເຕ ປາ​ເຣ ຜູ້​ສຳ​ເລັດ​ລາຊະການ​ແຫ່ງ​ປະ​ເທດ​ນິວຊີ​ແລນ ພ້ອມ​ພັນ​ລະ​ຍາ ​ແລະ ຄະນະ ​ໄດ້​ເດີນທາງ​ມາ ຢ້ຽມຢາມ​ລາວ ​ ​ເຊິ່ງ​ຖື​ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ທາງ​ປະຫວັດ ສາດ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ລາວ-ນິວຊີ​ແລນ ​ໂດຍສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ສາຍ​ພົວພັນ​ມິດຕະພາບ ​ແລະການ​ຮ່ວມ​ມື​ຂອງ​ສອງ​ ປະ​ເທດ​ມາ​ເກືອບ 50 ປີ, ພ້ອມ​ທັງ​ມີ​ຄວາມ​ຍິນ​ດີ​ຈະ​ສືບຕໍ່​ຮັດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອອັນ​ດີງາມ​ແລ້ວນັ້ນ​ໃຫ້​ຈະ​ເລີ​ນງອກ​ງາມ​ຍິ່ງໆ​ຂຶ້ນບົນ​ຫລັກການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ນອກ​ນັ້ນ ຍັງ​ເຫັນ​ດີ​ໃນ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ການ​ສຶກສາ, ສາທາລະນະ​ສຸກ, ກະສິກຳ, ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ໃນ​ຂອບ​ສອງ​ຝ່າຍກໍ​ຄື​ຫລາຍ​ຝ່າຍ.
        ​ໃນ​ວັນ​ທີ 10 ກັນຍາ 2013 ທ່ານ ​ໄກຣາລາຊະ​ນານາ​ກຸສ ມາວ ນາຍົກລັດຖະມົນຕີ ຕີ​ມໍ​ເລ​ສ​ເຕ ​ໄດ້​ມາ​ຢ້ຽມຢາມ​ລາວ ​ເຊິ່ງຖື​ເປັນ​ຂີດ​ໝາຍ​ໃໝ່​ທີ່​ສຳຄັນ​ໃນ​ປະ ຫວັດສາດ​ແຫ່ງ​ການ​ພົວພັນ​ລະ ຫວ່າງ ສປປ ລາວ ​ແລະ ຕີ​ມໍ​ເລ​ສ​ເຕ, ສອງ​ຝ່າຍ​ໄດ້​ຮ່ວມ​ລົງ​ນາມ​ໃນ​ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ​ເຕັກ​ໂນ​ໂລ​ຊີ ລະຫວ່າງ ສປປ ລາວ ​ແລະ ສປ ຕີ​ມໍ​ເລ​ສ​ເຕ ​ເຊິ່ງ​ເປັນ​ສັນຍານ​ພື້ນຖານ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ສອງ​ຝ່າຍ​ໃນ​ການ​ຮ່ວມ​ມື​ຕໍ່ໜ້າ.
     ​ໃນ​ວັນ​ທີ 6-8 ຕຸລາ 2013 ​ສະ ຫາຍ ດາມ​ດິນ ຊອກ​ບາ​ຕາ (Damdin TSOGTBAATAR) ​ເລຂາທິການ​ພັກ​ປະຊາ ຊົນ​ມົງ​ໂກ​ລີ ພ້ອມ​ຄະນະໄດ້​​ຢ້ຽມຢາມລາວ. ການ​ຢ້ຽມຢາມຄັ້ງນີ້​ແມ່ນ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະ ວີ​ສາຍ​ພົວພັນ​ມິດ ຕະພາບ​ທີ່​ມີ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ​-ມົງ​ໂກ​ລີ ​ໃຫ້​ນັບ​ມື້​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ​ເລື້ອຍໆ ​ແລະ ໃນ​ວັນ​ທີ 17 ພະຈິກ 2013, ທ່ານ ຊິນ​ໂຊ ອາ​ເບະ ນາ ຍົກລັດຖະມົນຕີຍີ່ ປຸ່ນ ພ້ອມ​ຄະ ນະ ​ໄດ້​ມາ​ຢ້ຽມຢາມລາວ ​ແລະ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ລະ ຫວ່າງ​ນາຍົກລັດຖະມົນຕີ ສປປ ລາວ ​ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ​ເຊິ່ງສອງ​ຝ່າຍ​ໄດ້​ສະຫລຸບ​ຕີ​ລາຄາ​ການ​ຮ່ວມ​ມື​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ປຶກສາ​ຫາລື​ທິດ​ທາງ​ແຜນການ​ຮ່ວມ​ມື​ໃນຕໍ່ ໜ້າ. ພ້ອມ​ນັ້ນ ນາຍົກລັດຖະມົນ ຕີທັງສອງປະ​ເທດ​ຍັງ​ໄດ້​ເປັນ​ສັກ ຂີ​ພະຍານ​ໃນ​ການ​ລົງ​ນາມ​ບົດ​ບັນທຶກ​ການ​ຮ່ວມ​ມື​ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຮັກສາ​ສຸຂະພາບ​, ຝ່າຍ​ລາວ​ປະກາດ​ຍົກ​ເວັ້ນວີ​ຊາ​ລັດຖະການ​ໃຫ້​ແກ່​ຍີ່ປຸ່ນ ​ເພື່ອ​ເຮັດ​ໃຫ້ການ​ໄປມາຫາສູ່​ເຊິ່ງກັນ ​ແລະ ກັນ​ສະດວກ​ຍິ່ງ​ຂຶ້ນ.

No comments:

Post a Comment