Ad

Ad

26 December 2013

ກອງປະຊຸມປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາຊຸກຍູ້ວຽກງານ 3 ສ້າງປິດລົງດ້ວຍຜົນສຳເລັດອັນຈົບງາມ



           ກອງປະຊຸມທົ່ວປະເທດ ເພື່ອປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາ, ຊຸກຍູ້ວຽກງານ 3 ສ້າງໄດ້ປິດລົງດ້ວຍຜົນສຳເລັດອັນຈົບ ງາມ ໃນຕອນບ່າຍ ຂອງວັນທີ 25 ທັນວາ 2013 ທີ່ຫໍ ປະຊຸມແຫ່ງຊາດ, ນະຄອນ ຫລວງວຽງຈັນ ພາຍຫລັງທີ່ໄດ້ດຳເນີນມາເປັນເວລາສອງວັນ ໂດຍ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາ​ທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ ແຫ່ງ ສປປ ລາວ, ທ່ານ ​ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ ທັງ ເປັນຫົວໜ້າຄະນະ​ຊີ້ນຳ​ວຽກງານ 3 ສ້າງ​ຂັ້ນສູນ​ກາງ, ມີ​ບັນດາ​ການ​ນຳ​ພັກ-ລັດ, ​ແຂກ​ຖືກ​ເຊີນ​ຈາກ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ຈຳນວນ​ຫລາຍ.
         ໃນໂອກາດນີ້, ຜູ້ແທນກອງປະຊຸມໄດ້ໃຫ້ກຽດຮັບຟັງການໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ຈູມມາລີ ໄຊຍະສອນ ເຊິ່ງບາງຕອນສະຫາຍໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ, ທຸກຂະແໜງການຕ້ອງອອກແຮງ ຕື່ມອີກ ໃນການຊຸກຍູ້ການພັດທະນາໃຫ້ດຳເນີນໄປຖືກທິດ, ທັງມີຄວາມຕໍ່ເນື່ອງໜັກແໜ້ນ ແລະ ມີຜົນສຳເລັດໃຫຍ່ຫລວງ
ກວ່າເກົ່າ. ພ້ອມທັງໄດ້ສະເໜີໃຫ້ບັນດາກະຊວງ-ອົງການອ້ອມຂ້າງສູນກາງ, ນະຄອນຫລວງ ແລະ ແຂວງ ລວມທັງເມືອງ ແລະ ບ້ານໃຫ້ກຳແໜ້ນ ແລະ ສຸມໃສ່ປະຕິບັດ 4 ວຽກງານ ສຳຄັນຄື: ສຸມໃສ່ປັບປຸງລະບົບການເມືອງຢູ່ຮາກຖານບ້ານໃຫ້ ເຂັ້ມແຂງ ໂດຍຖືເອົາການປັບປຸງໜ່ວຍພັກ ແລະ ອົງການປົກຄອງບ້ານໃຫ້ມີຄວາມເຂັ້ມແຂງ, ມີຄວາມສາມາດນຳພາປະຊາ ຊົນສ້າງບ້ານຂອງຕົນໃຫ້ເປັນບ້ານພັດທະນາ; ສຸມໃສ່ນຳພາປະຊາຊົນຈັດຕັ້ງປະຕິບັດໂຄງການພັດທະນາຢູ່ບ້ານເພື່ອຂະຫຍາຍ ການຜະລິດເປັນສິນຄ້າ, ສ້າງລາຍຮັບເຂົ້າຄອບຄົວໝາຍຄວາມວ່າ: ສຸມໃສ່ຊ່ວຍປະຊາຊົນເຮັດແຜນການແລ້ວກໍຊ່ວຍປະຊາ ຊົນໃນການຫາແຫລ່ງທຶນຮັບໃຊ້ການຜະລິດໂດຍການຈັດຕັ້ງເປັນກຸ່ມ, ມີການເຝິກອົບຮົມຄວາມຮູ້ວິຊາການ, ມີການລົງຕິດ ຕາມຊ່ວຍເຫລືອແນະນຳເປັນປະຈຳເພື່ອໃຫ້ການປູກ, ການລ້ຽງມີຄຸນນະພາບ ແລະ ມີສະມັດຖະພາບ; ມີການຕິດຕາມຊອກ ຮູ້ສະພາບການຊື້-ຂາຍຜົນຜະລິດ ແລະ ຊ່ວຍເຂົາເຈົ້າໃຫ້ມີຜົນປະໂຫຍດອັນສົມຄວນ; ໃຫ້ສຸມໃສ່ນຳພາປະຊາຊົນແກ້ໄຂບັນ ຫາທ້າທາຍຈຳນວນໜຶ່ງເພື່ອບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ ໃນປີ 2015 ຊຶ່ງບັນຫາທ້າທາຍເຫລົ່ານັ້ນລວມ ມີການໄດ້ຮັບການສຶກສາບໍ່ທົ່ວເຖິງ ແລະ ມີລະດັບການສຶກສາຕ່ຳ, ປະຊາຊົນມີອາຍຸບໍ່ຍືນ, ບັນຫາເດັກນ້ອຍເກີດໃໝ່ ແລະ ເດັກນ້ອຍອາຍຸແຕ່ 1-5 ປີ ຍັງເສຍຊີວິດຫລາຍ, ບັນຫາການກິນທີ່ບໍ່ມີທາດບຳລຸງພຽງພໍ ແລະ ບັນຫາອື່ນໆອີກ ຈຳນວນໜຶ່ງ. ພ້ອມນີ້ໃນການສ້າງບ້ານພັດທະນາຕ້ອງສຸມໃສ່ສ້າງພະນັກງານກັບທີ່ ຫລື ພະນັກງານບ້ານໃຫ້ໄດ້ທັງຈຳນວນ ແລະ ຄຸນນະພາບ ເພາະວ່າພະນັກງານມີບົດບາດສຳຄັນໃນການຕັດສິນບັນຫາຕ່າງໆດັ່ງນັ້ນ ຕ້ອງສ້າງພະນັກງານກັບທີ່ໃຫ້ໄດ້ ແລະ ຕ້ອງອົບຮົມ ເຂົາເຈົ້າໃຫ້ມີຄວາມສາມາດນຳພາ, ມີຄວາມສາມາດບໍລິຫານວຽກງານຕ່າງໆພາຍໃນບ້ານໄດ້ຢ່າງເປັນເຈົ້າການ.
     ພ້ອມນີ້, ສະຫາຍເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນ ໂດຍສະເພາະ ແມ່ນການນຳແຕ່ລະຂັ້ນໃຫ້ພ້ອມກັນສືບຕໍ່ສ້າງບາດກ້າວບຸກທະລຸ ທັງ 4 ດ້ານ ໃຫ້ແຂງແຮງກວ່າເກົ່າ ໂດຍສະເພາະ ດ້ານກົນ ໄກ ແລະ ລະບຽບການບໍລິຫານຄຸ້ມຄອງຂອງລັດ ທີ່ຍັງກົດໜ່ວງເຮັດໃຫ້ ການຜະລິດທຸລະກິດມີການຊິ້ນເປືອງ ແລະ ມີ ຄວາມຫຍຸ້ງຍາກ, ພາໃຫ້ເສຍເວລາ ແລະ ພາໃຫ້ເສຍປຽບດ້ານການແຂ່ງຂັນຕ້ອງໄດ້ຮັບການແກ້ໄຂໃຫ້ຕົກໄປຄຽງຄູ່ກັບການ ສຸມໃສ່ບຸກທະລຸດ້ານການແກ້ໄຂຄວາມທຸກຍາກຂອງຄອບຄົວໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ດ້ວຍຮູບການສືບຕໍ່ປັບປຸງຍົກ ລະດັບ ແລະ ຂະຫຍາຍພື້ນຖານວັດຖຸເຕັກນິກກໍຄືໂຄ່ງລ່າງເສດຖະກິດ-ວັດທະນະທຳ- ສັງຄົມ ໄປສູ່ຊົນນະບົດໃຫ້ໄດ້ຢ່າງ ກວາງຂວາງ ແລະ ເປັນປົກກະຕິຕໍ່ເນື່ອງ; ໃຫ້ແຕ່ລະພາກສ່ວນກວດກາຄືນບັນດາແຜນງານ- ໂຄງການຂອງຕົນທີ່ພົວພັນເຖິງ ການພັດທະນາຊົນນະບົດ ກໍຄືວຽກ 3 ສ້າງ, ແລ້ວ ຮີບຮ້ອນປັບປຸງໃຫ້ຖືກທິດໂດຍການມອບສິດ, ມອບຄວາມຮັບຜິດຊອບ ຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂຄງການ, ງົບປະມານ ແລະ ພະນັກງານໃຫ້ແກ່ທ້ອງຖິ່ນຮັບຜິດຊອບທັງໝົດຢ່າງຂາດຕົວ; ສຳ ລັບນະຄອນຫລວງ ແລະ ແຂວງຕ້ອງສ້າງບາດກ້າວບຸກທະລຸລົງສູ່ເມືອງ, ສູ່ບ້ານຢ່າງ ເຖິງຖອງ; ໃຫ້ທຸກເມືອງ ແລະ ທຸກບ້ານ ທົ່ວປະເທດສືບຕໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຢ່າງຕັ້ງໜ້າ ໂດຍສະເພາະ ເມືອງ ແລະ ບ້ານ ເປົ້າໝາຍ 3 ສ້າງ ນັ້ນ ໃຫ້ ປະຕິບັດບັນດາແຜນງານ ແລະ ໂຄງການທີ່ກຳນົດໄວ້ໃນແຜນພັດ ທະນາ ແລະ ແຜນງົບປະມານ 2013-2014 ໃຫ້ສຳເລັດ; ໃຫ້ຕັ້ງ ໜ້າສົ່ງເສີມປັດໄຈໃໝ່, ໜໍ່ແໜງໃໝ່ ແລະ ບົດຮຽນທີ່ດີດ້ານການຜະລິດເປັນສິນຄ້າເພີ່ມ ຈຳນວນຄອບຄົວຕົວແບບໃຫ້ຫລາຍຂຶ້ນກວ່າເກົ່າຄຽງຄູ່ກັບການສົ່ງເສີມວິສາຫະກິດ, ນັກທຸລະກິດ ແລະ ຜູ້ປະກອບການ ດ້ານການຜະລິດໃຫ້ມີສ່ວນຮ່ວມໃນການພັດທະນາຊົນນະບົດ-ແກ້ໄຂຄວາມທຸກ ຍາກໃຫ້ນັບມື້ຫລາຍຂຶ້ນເພາະນັ້ນແມ່ນກຳ ລັງແຮງອັນສຳຄັນທີ່ຂາດບໍ່ໄດ້ໃນການພັທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກກໍຄືການພັດທະນາປະເທດຊາດ; ພ້ອມ ນີ້ຕ້ອງຊຸກຍູ້ ແລະ ສົ່ງ ເສີມວິຊາການເຂົ້າຮ່ວມໃນຂະບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາຢ່າງມີຈຸດສຸມ, ມີປະສິດທິຜົນ ແລະ ສຸດທ້າຍສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກໄດ້ ເນັ້ນ ຕື່ມວ່າ: ການສ້າງປະເທດ ຊາດໃຫ້ຮັ່ງມີເຂັ້ມແຂງ ແລະ ເຮັດ ໃຫ້ປະຊາຊົນຮັ່ງມີຜາສຸກນັ້ນ ແມ່ນຮຽກຮ້ອງໃຫ້ມີການປະ ກອບສ່ວນດ້ວຍທຶນຮອນ, ດ້ວຍເຫື່ອແຮງ, ດ້ວຍສະຕິປັນຍາຂອງໝົດທຸກຄົນແຕ່ພ້ອມກັນນັ້ນ ກໍໃຫ້ເຂົ້າໃຈວ່າຄວາມມັ່ງຄັ່ງເຂັ້ມແຂງຂອງປະເທດຊາດ ຈະຊ່ວຍສ້າງຄວາມມັ່ງຄັ່ງໃຫ້ແກ່ທຸລະກິດ ແລະສ້າງຄວາມຮັ່ງມີຜາສຸກແກ່ຄອບຄົວເຊັ່ນດຽວກັນ.

No comments:

Post a Comment