Ad

Ad

27 December 2013

ຢາກເຫັນຫນ້າໃຫ້ເບິ່ງຫລັງ ( ຄໍລຳ ຈານແຍ່ )

ໂດຍ : ວິເສດ ສະແຫວງສຶກສາ
     ແຕ່ລະປີພໍຮອດເວລານີ້ ຈານ ແຍ່ເຄີຍໄດ້ຮັບປະຕິທິນປີໃໝ່ເປັນ ຈຳນວນຫລວງຫລາຍ, ແຕ່ປີນີ້ ຫາກໍໄດ້ສະບັບດຽວ ຈາກທະນາຄານແຫ່ງ ສປປ ລາວ. ແນວໃດກໍດີ, ຈານແຍ່ຂໍຖືໂອກາດນີ້ສົ່ງຄວາມຂອບໃຈແບບບໍ່ອັ້ນເຖິງສຳນັກງານ, ອົງການ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ທີ່ເຄີຍສົ່ງປະຕິ ທິນປີໃໝ່ໃຫ້ຕິດຕາມວັນເວລາ ໂດຍທີ່ຈານແຍ່ບໍ່ຈຳເປັນຕ້ອງໄດ້ ຈົກຖົງເງິນຊື້ ເອງ. ເຂົາວ່າ (ຈານ ແຍ່ເອງກໍວ່າ) “ເວລາ” ເປັນເງິນ ເປັນຄຳ. ສະນັ້ນ ການຊ່ວຍໃຫ້ໃຜ ຜູ້ໜຶ່ງຮູ້ເວລາ, ຮູ້ສຳນຶກເຖິງຄວາມສຳ ຄັນຂອງເວລາທີ່ບໍ່ຍອມຢຸດຈຶ້ງ ຈຶ່ງຖືວ່າເປັນການ “ໃຫ້” ທີ່ມີຄຸນຄ່າທີ່ສຸດ.
    ຕົກກະເທີນໄດ້ອະລຳພະບົດ ກ່ຽວກັບປະຕິທິນແລ້ວ, ຈານແຍ່ ເລີຍຢາກຂໍອະນຸຍາດມີຄຳຄິດຄຳ ເຫັນກ່ຽວກັບປະຕິທິນ ວ່າ: ພວກເຮົາຄວນເຮັດຫຍັງຕື່ມ ເພື່ອສົ່ງເສີມໃບໜ້າ, ຮູບລັກສະນະ ແລະ ເນື້ອໃນປະຕິທິນລາວທີ່ດີງາມຢູ່ແລ້ວໃຫ້ໂດດເດັ່ນ ຂຶ້ນຕື່ມຄືນອກຈາກຈະເຮັດໜ້າທີ່ບອກເວລາແລ້ວ, ຄວນບໍ່ທີ່ປະຕິທິນຕ້ອງໃຫ້ຄວາມຮູ້ດ້ານອື່ນໆເທົ່າທີ່ໜ້າເຈ້ຍຂອງມັນມີ ເງື່ອນໄຂ. ພວກເຮົາເບິ່ງປະຕິທິນແມ່ນເພື່ອຮູ້ເວລາເປັນຕົ້ນຕໍ ເຊັ່ນວ່າມື້ນີ້ແມ່ນວັນຫຍັງ, ວັນທີເທົ່າໃດລາມໄປຮອດລາຍລະ ອຽດກ່ຽວກັບຂ້າງຂຶ້ນຂ້າງແຮມ, ວັນບຸນຕາມຮີດສິບສອງ ແລະ ວັນສຳຄັນຂອງຊາດຂອງສາກົນ. ຈານແຍ່ເຫັນວ່າແຕ່ລະພາກ
ສ່ວນທີ່ຜະລິດປະຕິທິນນັ້ນໄດ້ໃຊ້ຄວາມພະຍາຍາມສູງ ເພື່ອປັບປຸງການອອກແບບເຊັ່ນຂະໜາດ (ຂະໜາດມືຖື, ຂະໜາດຕັ້ງ ໂຕະ ແລະ ປະເພດແຂວນຝາ), ສ່ວນຮູບປະກອບນັ້ນ ສ່ວນຫລາຍມັກຈະເນັ້ນຮູບໂຄສະນາກ່ຽວກັບສຳນັກງານອົງການ, ຫ້າງ ຮ້ານ ແລະ ບໍລິສັດທີ່ກ່ຽວຂ້ອງ. ປະຕິທິນບໍລິສັດເບຍລາວ ແລະ ຊີມັງລາວນັ້ນ ເນັ້ນການເຊື່ອມໂຍງລະຫວ່າງມົນສະເໜ່ຂອງ ສາວງາມກັບການໂຄສະນາຜະລິດຕະພັນຂອງຕົນ ແລະ ກໍເຮັດໄດ້ຢ່າງກົມກຽວອີ່ຫລີ. ອີກອັນໜຶ່ງທີ່ປະຕິທິນຂອງແຕ່ລະພາກ ສ່ວນປະບໍ່ໄດ້ກໍແມ່ນຄຳຂວັນປະຈຳຂອງຕົນ. ປະຕິທິນທະນາຄານແຫ່ງ ສປປ ລາວ ໃນຊຸມປີຜ່ານມານັ້ນ ເນັ້ນຮູບປະຫວັດ ເງິນກີບ ນັບແຕ່ໃດໜຶ່ງກີບເຖິງໃບໜຶ່ງແສນກີບ ເຊິ່ງເບິ່ງແລ້ວພາໃຫ້ເກີດຄວາມຮູ້ສຶກຢ້ອນຍຸກ ເພາະເງິນໃບນ້ອຍໆຈຳນວນ ຫລວງຫລາຍດຽວນີ້ບໍ່ຄ່ອຍເຫລືອໃຫ້ເຫັນອີກແລ້ວ. ຜ່ານຄວາມຮູ້ສຶກຈາກປະຕິທິນທະນາຄານແຫ່ງ ສປປ ລາວ ນີ້ເອງ, ຈານ ແຍ່ຈຶ່ງເກີດມີຄວາມຄິດທີ່ຍາກບິແບ່ງກັບພາກສ່ວນທີ່ຜະລິດປະຕິທິນ, ຕາງເປັນຂໍ້ສະເໜີດັ່ງລຸ່ມນີ້ຄື
    1. ນອກຈາກຂໍ້ມູນຂ້າງຂຶ້ນ ຂ້າງແຮມ, ວັນບຸນທາງສາສະໜາ, ວັນສຳຄັນຂອງຊາດ ແລະ ສາກົນແລ້ວ, ຄວນເພີ່ມຂໍ້ມູນປີກ ຍ່ອຍທີ່ຈຳເປັນຕື່ມ ເຊັ່ນວັນຕ້ານການສໍ້ລາດບັງຫລວງ, ວັນຕ້ານລະເບີດຝັງດິນ, ວັນຕ້ານໄພກືກໜັງສື ແລະ ອື່ນໆ.
     2. ຄວນປະກອບຮູບຢ້ອນຍຸກໃຫ້ຫລາຍໆ ເຊັ່ນປະຕິທິນເບຍລາວອາດສະເໜີຮູບຜະລິດຕະພັນໃນຊຸມປີສ້າງຕັ້ງທຳອິດ, ປະຕິທິນໂຍທາກໍອາດສະເໜີຮູບສິ່ງກໍ່ສ້າງສະໄໝບູຮານ ເຊັ່ນຂົວປະເພດຕ່າງໆທີ່ເຄີຍນຳໃຊ້ໃນສັງຄົມລາວ.
     3. ປະຕິທິນແຕ່ລະປີຄວນມີຈຸດສຸມສະເພາະຕົວຢ່າງພາກສ່ວນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມປີນີ້ອາດ ລົງເລິກ ເລື່ອງນ້ຳ, ປີໜ້າອາດເວົ້າເຖິງປ່າໄມ້, ຕໍ່ໄປອາດລົງເລິກເລື່ອງສັດປ່າທີ່ຫາຍາກ, ປະຕິທິນກ່ຽວກັບການບິນກໍອາດສະ ເໜີຮູບເຮືອບິນຍຸກຕ່າງໆທີ່ເຄີຍນຳໃຊ້ຢູ່ປະເທດພວກເຮົາເຊັ່ນແຕ່ເປີງຝຣັ່ງຈົນຮອດປັດຈຸບັນ.
    ຕາມສັງເກດ, ນອກຈາກປະຕິ ທິນທະນາຄານແຫ່ງ ສປປ ລາວ ແລ້ວ, ປະຕິທິນພາກສ່ວນອື່ນໆມັກຈະເນັ້ນເລື່ອງໃນປັດຈຸ ບັນຫລາຍກວ່າຈຶ່ງຂໍຝາກເລື່ອງນີ້ ໄວ້ໃຫ້ຊ່ວຍຄິດເພາະນັກກະວີອາວຸໂສ ສ.ເດຊາ ຄຳພູ ໄດ້ຂຽນໄວ້ ວ່າ: “ພິກແຜ່ນດິນປີ້ນ ແຜ່ນຟ້າຍາກເຫັນໜ້າໃຫ້ເບິ່ງຫລັງ”.

No comments:

Post a Comment