Ad

Ad

19 December 2013

ເດັກນ້ອຍ 2 ຄົນ ຢູ່ເມືອງຕຸ້ມລານເສຍຊີວິດຍ້ອນລະເບີດ



           ອົງການເກັບກູ້ລະເບີດແຂວງສາລະວັນແຈ້ງໃຫ້ຮູ້ວ່າ: ເດັກຊາຍ 2 ຄົນ, ໄດ້ຖືກລະເບີດຕົກຄ້າງແຕກໃສ່ເສຍຊີວິດຄາທີ່ຫຼັງເກັບເອົາລູກບົມບີຢູ່ປ່າມາໂຍນ ຫຼິ້ນເປັນກິລາເປຕັງ.
         ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 13 ທັນວາ, ຢູ່ບ້ານນາດູ່ໃຫຍ່ຫ່າງຈາກ ເທສະບານ, ເມືອງຕຸ້ມລານ, ແຂວງສາລະ ວັນ, ທາງທິດຕາເວັນອອກ 10 ກວ່າກິໂລ ແມັດ, ເຊິ່ງເດັກຊາຍ 2 ຄົນຄື: ທ້າວ ສີໄທ ອາຍຸ 12 ປີ ແລະ ທ້າວ ໂພຕາ ອາຍຸ 13 ປີ, ໄດ້ພາກັນໄປເກັບເອົາລູກລະເບີດບົມບີຢູ່ປ່າແຄມບ້ານຂອງຕົນ, ຈາກນັ້ນກໍໄດ້ມາໂຍນຫຼິ້ນເປັນໝາກບູນ ຈົນລະເບີດຂຶນເຮັດ ໃຫ້ເດັກທັງ 2 ເສຍຊີວິດທັນທີ ໃນສະພາບຮ່າງກາຍຂາດເຄິ່ງ.
          ສາລະວັນເປັນແຂວງທີ່ມີລະເບີດຕົກຄ້າງມາແຕ່ປາງສົງຄາມຫຼາຍເປັນອັນດັບ 3 ຂອງລາວ. ແຕ່ລະປີມີຜູ້ເສຍຊີວິດ ແລະ ເຈັບຍ້ອນລະເບີດເຫຼົ່ານັ້ນບໍ່ໜ້ອຍກ່ວາ 2-4 ຄົນ. ປັດຈຸບັນອົງການເກັບກູ້ລະເບີດແຂວງດັ່ງກ່າວໄດ້ ເອົາໃຈໃສ່ກຳຈັດລະ ເບີດເຫຼົ່ານັ້ນໃຫ້ໝົດໄປເທື່ອລະກ້າວ.

No comments:

Post a Comment