Ad

Ad

19 December 2013

ທະນາຄານສົ່ງເສີມກະສິກຳອອກລາງວັນເງິນຝາກທະວີໂຊກ 2 ຄັ້ງທີ 4



          ວັນທີ 18 ທັນວານີ້ ທະນາ ຄານສົ່ງເສີມກະສິກຳໄດ້ອອກ ລາງວັນເງິນຝາກ ທະວີໂຊກ 2 ຄັ້ງທີ 4 ຢູ່ສຳນັກງານໃຫຍ່ ຂອງຕົນນະຄອນຫຼວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ພູວົງ ພົມມະບຸດ, ກຳມະການສະພາບໍລິ ຫານທະນາຄານສົ່ງ ເສີມ ກະສິກຳ ທ່ານ ບົວເງິນ ພົງສະຫວັດ ຜູ້ອຳນວຍການທະນາຄານສົ່ງເສີມກະສິກຳ, ທ່ານ ສຸລະພົງ ນິລະພັນ, ຜູ້ຊ່ວຍຜູ້ຈັດການໃຫຍ່ທະນາຄານສົ່ງເສີມກະສິກຳແຫ່ງປະເທດ ໄທ, ແລະ ລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.
          ໃນພິທີດັ່ງກ່າວ ທ່ານ ສົມຈິດ ທອງຄຳສຸກ ຮອງຜູ້ອຳນວຍທະນາຄານການ ສົ່ງເສີມກະສິກຳ ກ່າວ ວ່າ:ເງິນຝາກ ທະວີໂຊກ ແມ່ນຜະລິດຕະພັນໜຶ່ງຂອງທະນາ ຄານ ສົ່ງເສີມກະສິກຳ,ໂດຍ ໄດ້ຮັບການເຫັນດີຈາກສະພາບໍລິຫານ ແລະ ທະນາ ຄານແຫ່ງ ສປປ ລາວ ເພື່ອເປັນເຄື່ອງມືໃນການລະດົມແຫຼ່ງທຶນ ແລະ ສ້າງຄວາມ ເຂັ້ມແຂງທາງດ້ານແຫຼ່ງທຶນດ້ວຍຕົນເອງ, ໂຄງການເງິນຝາກທະວີໂຊກມີມູນຄ່າລະດົມທຶນທັງໝົດ ຈຳນວນ 100 ຕື້ກີບ, ແບ່ງອອກ ເປັນ 2 ຊຸດ, ຊຸດທີ່ໜຶ່ງ 50 ຕື້ກີບ ແລະ ໄດ້ເລີ່ມຮັບຝາກເງິນດັ່ງກ່າວມາແຕ່ ປີ 2011  ເປັນຕົ້ນມາ, ແຕ່ສຳລັບ
ເງິນຝາກທະວີໂຊກ ຊຸດ 2 ໄດ້ເພີ່ມລາງວັນຈາກ ຊຸດທີໜຶ່ງ 2,5 ຕື້ກີບ, ມີ 30 ລາງວັນ, ເພີ່ມເປັນ 2,8 ຕື້ກີບມີ 156 ລາງ ວັນ.
            ທ່ານ ຮອງອຳນວຍການກ່າວວ່າ: ສຳລັບເງິນຝາກທະວີໂຊກ 2 ແມ່ນໃບເງິນຝາກມີກຳນົດ  2 ປີ, ມູນຄ່າໃບລະ 1 ແສນກີບ, ມີອັດຕາດອກເບ້ຍ 3% / ປີ, ອອກລາງວັນ 4 ຄັ້ງ, ແຈກລາງວັນຄັ້ງລະ 70 ລ້ານກີບ ຄື: ລາງ ວັນທີ 1 ມີ 1 ລາງ ວັນ, ລາງວັນລະ 200 ລ້ານກີບ, ລາງວັນທີ 2 ມີ 3 ລາງວັນ, ລາງວັນລະ 50 ລ້ານກີບ, ລາງວັນທີ 3 ມີ 5 ລາງວັນ, ລາງ ວັນລະ 30 ລ້ານກີບ, ລາງວັນທີ 4 ມີ 10 ລາງວັນ, ລາງວັນລະ 10 ລ້ານກີບ ແລະ ລາງ ວັນທີ 5 ມີ 20 ລາງວັນ, ລາງວັນລະ 5 ລ້ານກີບ, ລວມມີ 39 ລາງວັນ, ມູນຄ່າທັງ ໝົດ 700 ລ້ານກີບ ແລະ ຜູ້ໂຊກດີໄດ້ຮັບລາງວັນທີ 1 ແມ່ນ ນາງ ເທບພາລັກ ແສງມະນີ, ບ້ານໂພຄຳ, ເມືອງໄຊທານີ ນະຄອນຫຼວງວຽງຈັນ.
           ຜ່ານມາທະນາຄານສົ່ງເສີມກະສິກຳໄດ້ອອກລາງວັນມາແລ້ວ 8 ຄັ້ງ, ແຈກລາງວັນໃຫ້ແກ່ຜູ້ໂຊກດີ 137 ທ່ານໃນທົ່ວ ປະເທດ, ລວມມູນຄ່າ 4,6 ຕື້ກີບໃນ ນັ້ນສາຂາທີ່ສາມາດລະດົມແຫຼ່ງທຶນໄດ້ດີອັນດັບ 1 ແມ່ນ ສາຂາ ນະຄອນຫຼວງວຽງຈັນ ລະດົມໄດ້ 15,6 ຕື້ກີບ, ສາຂາໄຊຍະບູລີລະດົມໄດ້ 10,4 ຕື້ກີບ ແລະ ຈຳປາສັກລະດົມໄດ້ 9 ຕື້ກີບ ແລະ ສຳລັບເງິນທືນທີ່ ລະດົມໄດ້ຄັ້ງນີ້ ແມ່ນຈະມອບໃຫ້ສາຂານຳໄປປ່ອຍເປັນສິນເຊື້ອໃຫ້ແກ່ກະສິກອນໃນທົ່ວປະເທດ.

No comments:

Post a Comment