Ad

Ad

19 December 2013

ລາວ-ຫວຽດນາມເຫັນ​ພ້ອມ​ຄວນ​ເລືອກຜູ້​​ໄປ​ຮຽນ​ຕໍ່ ສສ ຫວຽດນາມມີ​ຄຸນ​ນະພາ​ບ​



        ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ມື ລາວ-ຫວຽດນາມ ຄັ້ງທີ 36 ທີ່​ສຳ​ເລັດ​ລົງ​ເມື່ອ​ບໍ່​ດົນ​ນີ້, ໃນ​ກອບ​ການ​ຮ່ວມ​ມື​ດ້ານ​ການ​ ສຶກສາ ​ແລະ ພັດທະນາ​ຊັບ ພະຍາກອນ​ມະນຸດທັງ​ສອງ​ຝ່າຍ​ເຫັນ​ພ້ອມ​ກັນ​ວ່າ: ຕ້ອງ​ສືບຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການຈັດ ຕັ້ງຜັນ​ຂະຫຍາຍ​ໂຄງການ​ຍົກ​ສູງ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມືສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ ​ແຕ່​ໄລຍະ​ປີ 2011-2020 ​ໃຫ້​ມີ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ ​ເຊິ່ງ​ໃນ​ນັ້ນ ສອງ​ຝ່າຍ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບການ​ກໍ່ສ້າງ​ພະນັກງານ, ນັກ​ສຶກສາ​ຢ່າງ​ເຂັ້ມງວດ, ຮັບປະກັນ​ໃຫ້​ໄດ້​ມາດຕະ ຖານຄຸນ​ນະພາ​ບ​ໃນ​ຂອດ​ການ​ສອບ​ເສັງ​ຄັດ​ເລືອກ​ສົ່ງ​ໄປ​ຮຽນ​ຂອງ​ແຕ່ລະ​ຝ່າຍ ​ແລະ ​ໃຫ້​ມີ​ການ​ຕິດຕາມ​ກວດກາ​ຄຸ້ມ​ຄອງ​ການ​ປະຕິບັດ​ກົດ​ລະບຽບ​ການ​ຮຽນ​ຢ່າງ​ເຄັ່ງ​ຄັດ ​ໂດຍ​ມອບ​ໃຫ້​ຂະ​ແໜງ​ການ​ສຶກສາ​ສອງ​ຝ່າຍ​ເປັນ​
ເອກະ​ພາບ​ໃນ​ການ​ຄຸ້ມ​ຄອງ​ບຳລຸງ​ສ້າງ ທັງ​ໄລຍະ​ຍາວ ​ແລະ ການ​ເຝິກອົບ ຮົມ​ໄລຍະ​ສັ້ນຂະ​ແໜງ​ວິຊາ​ຕ່າງໆ​ໃຫ້​ລວມສູນ​ຜ່ານ​ປະຕູ​ດຽວ​ໃນ​ທຸກ​ແຫ​ລ່ງທຶນ ​ແນ​ໃສ່​ຮັບປະກັນ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ນຳ​ໃຊ້​ພາຍຫລັງ​ສຳ​ເລັດ​ການ​ສຶກສາ ​ເຊິ່ງ​ໃນ​ໄລຍະ​ຜ່ານ​ມາການຮ່ວມມືໃນ ຂົງເຂດນີ້ ທັງສອງຝ່າຍ​ເຫັນວ່າໄດ້ມີການເປີດກວ້າງຫລາຍບູລິມະສິດ ແລະ ຫລາຍຮູບການເຮັດ ໃຫ້ມີການເພີ່ມຂຶ້ນດ້ານປະ ລິມານຂອງນັກສຶກສາໃນແຕ່ລະປີ, ແຕ່ເມື່ອທຽບກັບຄວາມຮຽກຮ້ອງຕ້ອງການຂອງການພັດທະ ນາໃນໄລຍະໃໝ່ເຫັນວ່າ ວຽກ ງານດັ່ງກ່າວຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວເຖິງ ແລະ ຄົບຊຸດເທື່ອ, ຄຸນ ນະພາບ ແລະ ໂຄງປະກອບຂະແໜງວິ ຊາຮຽນຍັງບໍ່ທັນສົມດູນ, ການສອບເສັງຄັດເລືອກສົ່ງໄປຮຽນຍັງບໍ່ທັນໄດ້ມາດຕະຖານທີ່ວາງ ອອກໂດຍສະເພາະການຄຸ້ມຄອງ ການກໍ່ສ້າງນັກສຶກສາລາວທີ່ຮຽນຢູ່ຫວຽດນາມຍັງບໍ່ທັນລວມສູນຜ່ານປະຕູດຽວຈຶ່ງເຮັດໃຫ້ ມີບັນຫາຄົງຄ້າງຈຳນວນໜຶ່ງທີ່ຈະ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດ.

No comments:

Post a Comment