Ad

Ad

31 December 2013

ຫ້ອງວ່າການສູນກາງພັກເຊື່ອມຊຶມມະຕິ 7 ສະໄໝທີ 9 ພ້ອມສະຫລຸບຜົນງານປີ 2013



        ຫ້ອງວ່າການສູນກາງພັກ ຈັດກອງປະຊຸມເຊື່ອມຊຶມມະຕິ ກອງປະຊຸມສູນກາງພັກ ຄັ້ງທີ  7 ສະໄໝທີ 9  ແລະ ສະ ຫລຸບຜົນງານປະຈຳປີ 2013 ໃນວັນທີ 30 ທັນວານີ້, ທີ່ຫ້ອງວ່າການສູນກາງ ພັກ(ຫລັກ6) ພາຍໃຕ້ການເປັນ ປະທານຂອງ ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນ ກາງພັກ, ເລຂາຄະ ນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ. ເພື່ອໃຫ້ສະມາຊິກພັກ- ພະນັກງານເຂົ້າໃຈເຖິງຜົນສຳເລັດ ແລະ ສິ່ງທ້າທາຍ ໃນ ການຈັດຕັ້ງປະຕິບັດແນວທາງ ຂອງພັກ-ລັດຖະບານ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII, ພ້ອມ ກັນນີ້, ກໍເພື່ອເປັນການກວດກາຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຂອງ ຫ້ອງ ວ່າການສູນກາງພັກໃນການ ເປັນເສນາທິການ, ການປະສານງານ ແລະ ການບໍລິການ ຮັບໃຊ້ການນຳ ໃນຮອບ 1 ປີຜ່ານມາ ແລະ ວາງທິດທາງແຜນການ ປີ 2014, ທັງເປັນ ການສະຫລຸບການເປີດບັ້ນດຳເນີນຊີວິດການເມືອງປະຈຳປີ, ສຳຫລວດກວດກາ, ຕີລາຄາ ແລະ ແບ່ງປະເພດສະມາຊິກພັກ-ພະ ນັກງານ, ຄັດເລືອກຕົວເດັ່ນ ແລະ ຍ້ອງຍໍ.

        ໃນໂອກາດນີ້, ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍເນັ້ນໃຫ້ພະນັກງານຫ້ອງວ່າການ ສູນກາງພັກສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຄວາມຊື່ສັດບໍລິສຸດ, ຄວາມຈົງຮັກພັກດີຊ່ວຍເຫລືອເກື້ອກຸນເຊິ່ງ ກັນ ແລະ ກັນ, ປົກປັກຮັກສາຜົນສຳເລັດໃນໄລຍະຜ່ານມາ, ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມວຽກງານຫ້ອງວ່າການທົ່ວ ປະເທດຄັ້ງທີ 6, ປະຕິບັດແຜນການສ້າງໜ່ວຍພັກແຂງຮູ້ນຳພາຮອບດ້ານ, ປະຕິບັດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດ ທະນາໃຫ້ປະກົດຜົນເປັນຈິງ ແລະ ສືບຕໍ່ປັບປຸງກົງຈັກການຈັດຕັ້ງຫົ່ວຫ້ອງວ່າການສູນກາງພັກເພື່ອປະຕິບັດໜ້າທີ່ການເມືອງ ຂອງແຕ່ລະກົມໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ທັນສະໄໝເທື່ອລະກ້າວ.
         ໄປພ້ອມໆກັນນີ້ ກໍຕ້ອງຍົກສູງປະສິດທິພາບຂອງວຽກງານໃນການເປັນເສນາທິການ, ການປະສານງານ ແລະ ບໍລິການ ຮັບໃຊ້ການນຳໃຫ້ມີການຫັນປ່ຽນໃໝ່ດ້ວຍຈິດໃຈບຸກທະລຸທັງ 4 ດ້ານ, ຍູ້ວຽກງານຂະບວນການຕ່າງໆໃຫ້ມີການເຄື່ອນໄຫວ ຢ່າງແຂງແຮງດ້ວຍບັນຍາກາດຟົດຟື້ນກວ່າເກົ່າ, ມີເນື້ອໃນອຸດົມສົມບູນບົນຈິດໃຈຂໍ້ແຂ່ງຂັນຂອງແຕ່ລະກົມທີ່ໄດ້ກຳນົດອອກ ໃຫ້ປະສົບຜົນເປັນຈິງ ແລະ ເອົາໃຈໃສ່ຕໍ່ອົງການຈັດຕັ້ງມະຫາຊົນໃນການເຂົ້າຮ່ວມວຽກງານຕິດຕາມກວດກາໃຫ້ເປັນປົກກະ ຕິຕໍ່ເນື່ອງເຮັດໃຫ້ຄາດໝາຍສູ້ຊົນແຕ່ລະດ້ານໃນ ປີ 2014 ບັນລຸຜົນສຳເລັດຢ່າງຈົບງາມ.

No comments:

Post a Comment