Ad

Ad

31 December 2013

ຫນຶ່ງປີຜ່ານມາຢູ່ລາວມີມູນຄ່າການລົງທຶນ 3 ຕື້ກວ່າໂດລາສະຫະລັດ



            ກົມ​ສົ່ງ​ເສີມ​ການ​ລົງທຶນ ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ​ໃນ​ສົກ​ປີ 2012- 2013 ສາມາດ​ດຶງ​ດູດ​ການ​ລົງທຶນ​ທັງ​ພາກ​ເອກະ​ຊົນ ​ແລະ ຕ່າງປະ​ເທດ​ໄດ້ 52 ​ໂຄງການ, ມີ​ມູນ​ຄ່າ​ການ​ລົງທຶນ 3.048 ລ້ານ​ ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 5,1% ​ເມື່ອ​ທຽບ​ໃສ່​ສົກ​ປີຜ່ານມາ ​ແລະ ຂະ​ແໜງ​ທີ່​ມີ​ການ​ລົງທຶນຫລາຍ​ກວ່າ​ໝູ່​ແມ່ນ​ພະລັງງານ​ໄຟຟ້າ​ ມີ​ມູນ​ຄ່າ 1.656 ລ້ານ​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ ​ໂຄງການ​ທີ່​ພົ້ນ​ເດັ່ນ​​ແມ່ນ​ໂຄງການ​ເຂື່ອນ​ນ້ຳງຽບ 1 ມີ​ມູນ​ຄ່າ 868 ລ້ານ​ໂດ​ລາ​ສະຫະ ລັດ, ຮອງ​ລົງ​ມາ​ແມ່ນ​ຂະ​ແໜງ​ບໍ່​ແຮ່​ມີ 37 ​ໂຄງການ ມີ​ມູນ​ຄ່າ 1.099 ລ້ານໂດ​ລາ​ສະຫະລັດ ​ແລະ ຖັດມາ​ແມ່ນ​ຂະ​ແໜງ​ບໍລິການ​ເຊັ່ນ: ​ໂຮງ​ແຮມ, ຮ້ານ​ອາຫານ ມີ​ມູນ​ຄ່າ 190 ລ້ານ​ໂດ​ລາ​ສະຫະລັດ ​ແລະ ຂະ​ແໜງ​ອື່ນໆມີ 12 ປະ​ເທດ​ເຂົ້າມາ​ລົງ ທຶນ, ​ໃນ​ນັ້ນ ສປ ຈີນ ​ເປັນອັນ​ດັບ​ໜຶ່ງ ມູນ​ຄ່າ 1.337 ລ້ານ​ໂດ​ລາ​ສະຫະລັດ, ຈາກ​ນັກ ທຸລະກິດ​ພາຍ​ໃນ​ ມີ​ມູນ​ຄ່າ 530 ລ້ານ​ໂດ​ລາ​ສະຫະລັດ, ​ໄທ 416 ລ້ານ​ໂດ​ລາ​ສະຫະລັດ ​ແລະ ປະ​ເທດ​ອື່ນໆ.

     ກົມ​ສົ່ງ​ເສີມ​ການ​ລົງທຶນ ​ໃຫ້​ຮູ້​ວ່າ: ດ້ານ​ດີ​ທີ່​ເຮັດ​ໃຫ້ການ​ລົງທຶນ​ມີ​ບັນຍາກາດ​ຟົດຟື້ນນີ້ ​ແມ່ນ​ພາຍ ຫລັງ​ກົດໝາຍ​ສົ່ງ​ເສີມ​ການ​ລົງ ທຶນ​ສະບັບ​ປັບປຸງ​ໃໝ່ ​ເຊິ່ງ​ໄດ້​ກຳ ນົດ​ຊັດ​ເຈນ​ກ່ຽວ​ກັບ​ການ​ແບ່ງ​ໜ້າ​ວຽກ​ໃນ​ການ​ພິຈາລະນາ​ອະ ນຸມັດ​ການ​ລົງທຶນ​ລະຫວ່າງ​ຂະ​ແໜງ​ແຜນການ ​ແລະ ການ​ລົງ ທຶນ​ກັບ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເຊິ່ງ​ໄດ້​ກຳນົດ​ໃຫ້​ຂະ​ແໜງ​ແຜນການ ​ແລະ ການ​ລົງທຶນ​ເປັນ​ຜູ້​ພິຈາລະນາ​ອະນຸມັດ​ໂຄງການ​ລົງທຶນ​ທີ່​ຕິດ​ພັນ​ກັບ​ສິດ​ສຳ​ປະທານ​ຂອງ​ລັດຖະບານ, ສ່ວນ​ໂຄງການ​ລົງທຶນ​ທົ່ວ​ໄປ​ແມ່ນ​ມອບ​ໃຫ້​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ພິຈາລະນາ, ພ້ອມ​ກັນນີ້ ກົມ​ສົ່ງ​ເສີມ​ການ​ລົງທຶນ​ຍັງ​ໄດ້​ສ້າງ​ກົນ​ໄກ​ວິທີ​ການ​ເຮັດ​ວຽກ​ໃຫ້​ມີ​ຄວາມ​ສະດວກ ​ແລະ ຄ່ອງ​ຕົວ​ຂຶ້ນກວ່າ​ເກົ່າ ທີ່​ເອີ້ນວ່າ: “ໜ່ວຍ​ງານ​ບໍລິການ​ການ​ລົງທຶນ​ປະຕູ​ດຽວ” ​ເຊິ່ງປະກອບ​ມີ​ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ມາ​ປະຈຳ ການ​ຢູ່​ໃນ​ຈຸ​ດດຽວ ​ເພື່ອ​ຮັບ​ໃຊ້​ບໍລິການ​ໃຫ້​ແກ່​ນັກ​ລົງທຶນ​ໃຫ້​ມີ​ຄວາມ​ສະດວກ​, ວ່ອງ​ໄວ ​ແລະ ປອດ​ໃສ ທັງ​ປະກັ​ນ​ໄດ້ຜົນ​ປະ​ໂຫຍ​ດສ່ວນ​ລວມຂອງ​ຊາດ.ການ ​ບໍລິການ​ລົງທຶນ​ປະຕູ​ດຽວ​ຖື​ວ່າ​ແມ່ນ​ຜົນງານ​ພົ້ນ​ເດັ່ນ ​ແລະ ​ເປັນ​ບາດກ້າວ​ສຳຄັນ​ໃນ​ການ​ປັບປຸງ​ກົນ​ໄກ​ການ​ອະນຸຍາດ​ລົງທຶນ ​ໂດຍ​ສະ​ເພາະ​ການ​ອອກ​ໃບ​ຕາດິນ​ໃບ​ດຽວ​ແທນ 3 ​ໃບ​ໃນ​ແບບ​ເມື່ອ​ກ່ອນ ດ້ວຍ​ການ​ກຳນົດ​​ເລກ​ປະ​ຈຳ​ຕົວ​ວິ​ສາ​ຫະກິດ ​ແລະ ​ເລກ​ປະຈຳ​ຕົວ​ຜູ້​ເສຍ​ອາ ກອນ​ໄວ້​ໃນ​ໃບ​ດຽວ. ນອກຈາກ​ນີ້ ຍັງ​ໄດ້​ສ້າງ​ກົນ​ໄກ​ສົ່ງ​ເສີມ​ການ​ລົງທຶນ​ໃນ​ຮູບ​ແບບ​ຕ່າງໆ​ເຊັ່ນ: ສ້າງ​ເວັບ​ໄຊ ​ເພື່ອ​ໃຫ້​ນັກ​ລົງ ທຶນ​ສາ​ມາດ​ຮັບ​ຮູ້ ​ແລະ ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ​ໃນ​ການ​ລົງທຶນ​​ໄດ້​ຢ່າງ​ສະດວກ ດ້ວຍ​ການ​ໂຄສະນາ​ບັນດາ​ນະ​ໂຍບາຍ, ລະ ບຽບ​ກົດໝາຍ, ຂັ້ນຕອນ​ການ​ພິຈາລະນາ​ອະນຸມັດ​ການ​ລົງທຶນ​ໃຫ້​ໄດ້​ຮັບ​ຊາບ​ຜ່ານ​ລະບົບ​ອິນ​ເຕີ​ເນັດ ​ເຊິ່ງນັກ​ລົງທຶນ​ບໍ່​ວ່າ​ຢູ່​ປະ​ເທດ​ໃດ​ກໍ​ສາມາດ​ເຂົ້າສຶກສາ​ໄດ້ ​ໂດຍ​ບໍ່​ຈຳ​ເປັນ​ເດີນທາງ​ມາ ລາ​ວ. ພ້ອມ​ກັນນີ້ ກໍ​ໄດ້​ສ້າງ​ບັນຊີ​ວຽກ​ການ​ລົງທຶນ (Invest ment Calling List) ​ເພື່ອ​ໃຫ້​ນັກ​ລົງທຶນ​ໄດ້​ສະດວກ​ໃນ​ການ​ເລືອກ​ໂຄງ ການ​ລົງທຶນ​ວ່າ​ປະ​ເພດ ​ແລະ ຂະ​ແໜງ​ການ​ລົງທຶນ​ໃດ​ທີ່​ສົນ​ໃຈ​ຢາກ​ລົງທຶນ.

2 comments:

  1. ສະບາຍດີ. ກ່ອນອື່ນຂໍສະແດງຄວາມຂອບໃຈ ຕໍ່ອົງການຂ່າວ ໜັງສືພິມລາວພັດທະນາ.
    ແຕ່ຂ້າພະເຈົ້າ ບໍ່ເຂົ້າໃຈດີກ່ຽວກັບຫົວຂໍ້ຂ່າວເທີງນີ້ ກໍ່ເລີຍຢາກໜ້ອຍໜຶ່ງ.
    ໃນຫົວຂໍ້ນັ້ນ ຂຽນວ່າ: "3ຕື້ລ້ານໂດລາ" ນັ້ນ ບໍ່ແມ່ນຂຽນຜິດບໍ່? ຖ້າຫາກແມ່ນ 3ຕື້ລ້ານແທ້ແລ້ວ ຕົວເລກການລົງທືນຂອງ ປະເທດເຮົານີ້ ຍັງຫຼາຍກວ່າ GDP ຂອງ ສະຫະລັດພຸ້ນໄດ໋!. ຄິດວ່າ ຕົວເລກດັ່ງກ່າວນີ້ ອາດຈະມີການຂຽນຜິດພາດ!
    ເພາະໃນບົດຂ່າວ ແມ່ນ 3 ພັນກວ່າລ້ານ.

    ReplyDelete
  2. ໍໍຂອບໃຈທ່ານຫລາຍໆ ແມ່ນແລ້ວເຮົາຂຽນຜິດ ຕ້ອງຂໍອະໄພຫລາຍໆເດີ

    ReplyDelete