Ad

Ad

31 December 2013

ວາງສີລາເລີກກໍ່ສ້າງເຂື່ອນໄຟຟ້ານ້ຳຕົກນ້ຳທາ 1



      ​ເພື່ອ​ເປັນ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ພະລັງງານ​ໄຟຟ້າ​ຂອງ ສປປ ລາວ ​ເຮັດ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໄດ້​ຊົມ​ໃຊ້​ໄຟຟ້າ 90% ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດໃນ​ປີ 2020 ​ໃຫ້​ປາກົດ​ຜົນ​ເປັນ​ຈິງ. ດັ່ງນັ້ນ ​ໃນ​ວັນ​ທີ 28 ທັນວາ, ຢູ່​ແຂວງ​ບໍ່​ແກ້ວ ​ໄດ້​ມີ​ພິທີ​ວາງ​ສີ​ລາ​ເລິກ​ກໍ່ສ້າງ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນ້ຳທາ 1 ຂຶ້ນ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ​ເລັ່ງສະ ຫວັດ ຮອງ​ນາຍົກ ລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ເສດຖະກິດ, ທ່ານ​ເຈົ້າ​ແຂວງ​ຫລວງ​ນ້ຳທາ, ​ແຂວງ​ບໍ່​ແກ້ວ, ທ່ານ​ເອກ​ອັກຄະ​ລັດຖະ ທູດ​ຈີນ​ປະຈຳ​ລາວ, ບັນດາ​ຜູ້ຕາງໜ້າ​ຈາກ​ກະຊວງ​ກ່ຽວຂ້ອງ​ເຂົ້າຮ່ວມ.
      ​ໂຄງການ​ດັ່ງກ່າວ​ໄດ້​ມີ​ການ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ມາ​ແຕ່​ເດືອນ​ສິງຫາ 2006 ​ເຊິ່ງຕັ້ງຢູ່​ເຂດ​ເມືອງ​ຜາ​ອຸດົມ ​ແຂວງ​ບໍ່​ແກ້ວ ​ແລະ ​ເມືອງ​ນາ​ແລ ​ແຂວງ​ຫລວງ​ນ້ຳທາ ​ໂດຍ​ມີ​ເປົ້າໝາຍ ​ເພື່ອ​ແນ​ໃສ່​​ເປັນ​ແຫ​ລ່ງຜະລິດ​ພະລັງງານ​ໄຟຟ້າ​ທີ່​ຊົມ​ໃຊ້​ພາຍ​ໃນ​
ປະ​ເທດກໍ​ຄື​ຂອງ​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວສົ່ງ​ເຂົ້າ​ໃນ​ຕາ​ຂ່າຍ​ໄຟຟ້າ​ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ອັນ​ເປັນ​ການ​ສ້າງ​ເງື່ອນ​ໄຂ​ດ້ານ​ພະລັງງານ ​ເພື່ອ​ຮອງ​ຮັບ​ໃຫ້​ແກ່​ການ​ລົງທຶນ​ດ້ານ​ອຸດສາຫະກຳ, ກະສິ ກຳ ​ແລະ ການ​ບໍລິການ ກໍ​ຄື​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໂດຍ​ລວມຢູ່​ບັນດາ​ແຂວງ​ພາກ​ເໜືອ​ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ໜັກ​ແໜ້ນ ​ແລະ ສາມາດ​ເຊື່ອມ​ໂຍງ​ກັບ​ການ​ພັດທະນາ​ຢູ່​ພາກພື້ນ, ​ເວົ້າສະ​ເພາະ​ກໍ​ແມ່ນ​ການ​ປະກອບ ສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ ທຸກຍາກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ຂອງ​ສອງ​ເມືອງ​ທຸກ​ຍາກ​ທີ່ຢູ່​ໃນ​ເຂດ​ໂຄງການ​ດັ່ງກ່າວ ​ແລະ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ໃຫ້​ນັບ​ມື້ນັບ​ດີ​ຂຶ້ນ​ເປັນ​ກ້າວໆ. ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນ້ຳທາ 1 ມີ​ກຳລັງ​ຕິດຕັ້ງ ທັງ​ໝົດ 168 ​ເມ​ກາ​ວັດ, ສາມາດ​ຜະລິດ​ພະລັງງານ​ສະ​ເລ່ຍ​ໄດ້ 759 ກິ​ກະ​ວັດ​ໂມງ​ຕໍ່​ປີ ລວມມູນ​ຄ່າ​ການ​ກໍ່ສ້າງ 471 ລ້ານ​ໂດ​ລາ​ສະ ຫະລັດ ​ເຊິ່ງຈະ​ເລີ່​ມຜະລິດ​ໄຟຟ້າ​ຂາຍ​ໄດ້​ໃນ​ທ້າຍ​ປີ 2017 ​ເປັນ​ຮູບ​ແບບ​ກໍ່ສ້າງ​ດຳ​ເນີນ​ງານ ​ແລະ ມອບ​ໂອນ​ຄືນ​ໃຫ້​ລັດຖະບານ​ລາວ (BOT) ​ໃນ​ໄລຍະ​ສຳ​ປະທານ 28 ປີ ​ໂດຍ​ແມ່ນ​ລັດ​ວິ​ສາ​ຫະກິດ​ໄຟ ຟ້າ​ລາວ​ຖື​ຮຸ້ນ 20% ​ແລະ ບໍລິສັດ​ຕາ​ຂ່າຍ​ໄຟຟ້າ​ພາກ​ໃຕ້​ຈີນ CSGI (China Southern Grid International) ຖື​ຮຸ້ນ 80%.
       ​ໂອກາດ​ນີ້, ຮອງ​ນາຍົກລັດ ຖະມົນຕີ ສົມ​ສະຫວາດ ​ເລັ່ງສະ ຫວັດ ​ໄດ້​ກ່າວ​ວ່າ: ​ໂຄງການ​ນີ້ ຖ້າ​ເບິ່ງ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ແມ່ນ​ບໍ່​ຫລາຍ, ​ແຕ່​ມັນ​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ​ອັນ​ເລິກ​ເຊິ່ງ, ພວກ​ເຮົາ​ຮູ້​ແລ້ວ​ວ່າ: ​ເມືອງ​ນາ​ແລ​ກໍ​ເປັນ​ເມືອງ​ວິລະ​ຊົນ ​ແລະ ​ເມືອງ​ຜາ​ອຸດົມ​ກໍ​ເປັນ​ເມືອງ​ຖານ​ທີ່​ໝັ້ນ ປະ ຕິວັດ​ໃນ​ສະ​ໄໝ​ຕໍ່ສູ້​ກູ້​ຊາດ, ຖ້າ​ປະ ຊາຊົນ​ສອງ​ເມືອງ​ບໍ່​ໃຫ້ການ​ສະ ໜັບສະໜູນ ການ​ປົດ​ປ່ອຍ​ພາກ​ເໜືອ​ຂອງ​ລາວ​ກໍ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ຫລາຍ. ດັ່ງນັ້ນ ລັດຖະ ບານ​ລາວ ຈຶ່ງ​ໄດ້​ຮຽກຮ້ອງ​ເຖິງ​ນັກ​ລົງທຶນ​ຕ່າງປະ​ເທດ​ໃຫ້​ມາ​ກໍ່ ສ້າງ​ເຂື່ອນ​​ແຫ່ງ​ນີ້ ​ເຊິ່ງກໍ​ມີ​ຫລາຍ​ບໍລິສັດ​ໄດ້​ມາ​ສຳ​ຫລວດ​ສຶກສາ, ​ແຕ່​ກໍ​ບໍ່​ສາ ມາດ​ເຮັດ​ໄດ້ ຍ້ອນ​ປະ ສິດທິ​ຜົນ​ດ້ານ​ເສດຖະກິດ​ໜ້ອຍ, ​ແຕ່​ເຫັນ​ໄດ້​ຄວາມ​ໝາຍ​ດ້ານ​ການ​ເມືອງ​ດັ່ງກ່າວ, ບໍລິສັດ CSGI ກໍ​ຕັດສິນ​ໃຈ​ກໍ່ສ້າງ​ເຂື່ອນ​ແຫ່ງ​ນີ້ ອັນ​ເປັນ​ການ​ປະຕິບັດ​ຄຳ​ຊີ້ນຳ​ຂອງ​ການ​ນຳ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ຮັດ​ແໜ້ນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ໃນ​ຖານະ​ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ ຈີນ​ກັບ​ລາວ ​ອັນ​ເປັນ​ການ​ຢັ້ງຢືນ​ວ່າ: ພັກ ​ແລະ ລັດຖະບານ​ຈີນ ກໍ​ໃຫ້ ການ​ສະໜັບສະໜູນ​ ພັກ ​ແລະ ລັດ ຖະບານ​ລາວ. ພ້ອມ​ນີ້ ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ ​ແລະ ຂອບ​ໃຈ ພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ ກໍ​ຄື​ບໍລິສັດ CSGI ທີ່​ໄດ້​ຕັດສິນ​ໃຈ​ມາ​ກໍ່ສ້າງ​ໂຄງການ​ດັ່ງກ່າວ ​ແລະ ສະ​ແດງ​ຄວາມ​ຫວັງ​ວ່າ: ​ໂຄງການ​ເຂື່ອນ​ໄຟຟ້າ​ແຫ່ງ​ນີ້ຈະ​ສຳ​ເລັດ​ຜົນ​ຕາມ​ກຳນົດ​ເວລາດ້ວຍ​ຄຸນ​ນະພາ​ບທີ່​ຮັບປະກັນ ​ແລະ ຈະ​ພ້ອມ​ກັນ​ຕິດຕາມ​ຊຸກຍູ້​ໂຄງການ​ນີ້​ໃຫ້​ປະສົບ​ຜົນສຳ​ເລັດ​ຢ່າງ​ແທ້​ຈິງ.

No comments:

Post a Comment