Ad

Ad

2 January 2014

ວຽກງານທ່ອງທ່ຽວມີຜົນສຳເລັດຫລາຍດ້ານ


      ກົມ​ພັດທະນາ​ການທ່ອງທ່ຽວ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ: ​ໃນ​ໜຶ່ງ​ປີຜ່ານມາ, ວຽກ​ງານ​ທ່ອງ​ທ່ຽວ​ລາວ​ມີ​ຜົນສຳ​ເລັດ​ພົ້ນ​ເດັ່ນ​ຫລາຍ​ດ້ານ ​ເຊິ່ງ​ໄດ້​ເຮັດ​ໃຫ້​ໂຕ​ເລກ​ຈຳນວນ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ເພີ່ມ​ຂຶ້ນ​ເປັນ​ລຳດັບ ​ແລະ ເຮັດ​ໃຫ້​ພາບ​ລວມຂອງ​ການທ່ອງ ທ່ຽວ​ມີ​ບັນຍາກາດ​ຟົດຟື້ນ.
      ກົມ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ທ່ອງ​ທ່ຽວ​ແມ່ນ​ຂະ​ແໜງ​ການ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ປະກອບສ່ວນ​ພັດ ທະນາ​ເສດຖະ ກິດ-ສັງຄົມ ​ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ ລັດຖະບານ​ໄດ້​ເອົາ​ໃຈ​ໃສ່​ໃນ​ການວາງ​ແຜນ​ພັດ ທະນາ​ການທ່ອງທ່ຽວ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ ຈົນ​ເຮັດ​ໃຫ້ ສປປ ລາວ ​ໄດ້​ຮັບ​ລາງວັນ​ເປັນ​ປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ ​ໃນ​ປີ 2013. ນອກຈາກ​ນີ້, ສປປ ລາວ ຍັງ​ໄດ້​ຮັບ​ກຽດ​ເປັນ​ເຈົ້າ ພາບ​ຈັດ​ກອງ​ປະຊຸມ ​ເພື່ອ​ປຶກສາ​ຫາລື​ການ​ພັດທະນາ​ການທ່ອງ ທ່ຽວ ທັງ​ໃນ​ລະດັບ​ພາກພື້ນ ​ແລະ ສາກົນ.
     ສຳລັບ​ການຈັດ​ສັນ​ແຫ​ລ່ງ ທ່ອງ​ທ່ຽວ ມາ​ຮອດ​ປັດຈຸບັນ​ໄດ້​ມີ​ການຈັດ​ສັນ​ວາງ​ແຜນ​ພັດທະນາ​ແຫ​ລ່ງທ່ອງ​ທ່ຽວ​ທີ່​ເປັນ​ບູລິ​ມະ​ສິດສຳ​​ເລັດ 5 ​ແຫ່ງ ຄື​ຈັດ​ສັນ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຢູ່​ເຂດ​ບ້ານ​ຊ່າງ​ໄຫ ​ແລະ ບ້ານ​ປາກ​ອູ ເມືອງ​ປາກ​ອູ ​ແຂວງ​ຫລວງ​ພະ​
ບາງ, ​ແຫ​ລ່ງທ່ອງ​ທ່ຽວ​ຖ້ຳຈອມ​ອອງ ​ເມືອງ​ໄຊ ​ແຂວງ​ອຸດົມ​ໄຊ, ແຫ​ລ່ງທ່ອງ​ທ່ຽວ​ເຮືອນ​ຫີນ ເມືອງ​ໄຊ​ພູ​ທອງ  ​ແຂວງ​ສະຫວັນ​ນະ​ເຂດ, ​ແຫ​ລ່ງທ່ອງ​ທ່ຽວ​ແກັງ​ກຸ​ປາກ​ເສັດ ​ເມືອງ​ວາປີ ​ແຂວງ​ສາ ລະ​ວັນ​​ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ​ຕາກ​ຮຳ ​ເມືອງ​ແກ່ນ​ທ້າວ ​ແຂວງ​ໄຊ​ຍະ​ບູລີ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ​ອື່ນໆ​ຕື່ມ​ອີກ. ນອກຈາກ​ນີ້ ຍັງ​ໄດ​້​ເຝິກອົບຮົມ​ການທ່ອງທ່ຽວ​ແບບ​ອະນຸລັກ​ໃຫ້​ປະຊາຊົນ​ຫລາຍ​ທ້ອງ​ຖິ່ນ ​ເພື່ອ​ເຮັດ​​ໃຫ້​ປະຊາຊົນ​ເຫັນ​ໄດ້​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ອະນຸລັກ​ທຳ​ມະ​ຊາດ, ວັດທະ ນະທຳ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ທ້ອງ​ຖິ່ນ ທັງ​ເຮັດ​ໃຫ້​ປະຊາຊົນ​ມີ​ສ່ວນ​ຮ່ວມ​ໃນ​ການ ຈັດຕັ້ງປະຕິບັດ​ກິດຈະກຳ​ການ ທ່ອງທ່ຽວ​ແບບ​ອະນຸລັກ ​ເຮັດ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ມີ​ລາຍ​ຮັບ​ດ້ານ​ເສດຖະກິດ​ຈາກ​ກິດຈະການ​ທ່ອງ​ທ່ຽວ​ແບບ​ອະນຸລັກ ທັງ​ເປັນ​ການ​ສົ່ງ​ເສີມ​ການ​ຜະລິດ​ເຄື່ອງ​ຫັດຖະກຳ​ຂອງ​ຊາວບ້ານ.

No comments:

Post a Comment