Ad

Ad

2 January 2014

ປີ 2013 ສະພາບຫຍໍ້ທໍ້ຢູ່ ນະຄອນວຽງຈັນ ຫລຸດລົງ 300 ກວ່າເລື່ອງ.



       ເຈົ້າໜ້າທີ່ຫ້ອງຕຳຫລວດ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ:  ​ໃນ​ປີ 2013 ຢູ່ ນະຄອນຫລວງ​ວຽງຈັນ ມີ​ສະພາບ​ປະກົດ​ການ​ຫຍໍ້ທໍ້​ເກີດ​ຂື້ນ 3217 ກໍລະນີ ທຽບ​ໃສ່​ປີຜ່ານມາ​ຫລຸດ​ລົງ 398 ກໍລະນີ, ໃນ​ນັ້ນມີ ປຸ້ນ​ຊັບ​ພົນລະ​ເມືອງ 96 ກໍລະນີ, ຊິງ​ຊັບ​ພົນລະ​ເມືອງ 170 ກໍ​ລະ​ນີ, ງັດ​ແງະ​ລັກ​ຊັບ​ພົນລະ​ເມືອງ 728 ກໍລະນີ, ສໍ້​ໂກງ​ຊັບ​ພົນລ​ະເມືອງ 78 ກໍລະນີ, ຄົນ​ຫາຍ 16 ກໍລະນີ, ທຳຣ້າຍຮ່າງກາຍ 22 ກໍລະນີ, ທຸບ​ແວ່ນ​ລົດ 17 ກໍລະນີ, ຄາດ​ຕະກຳ 10 ກໍລະນີ, ຄ້າ​ໂສ​ເພນີ 6 ກໍລະນີ, ຄ້າ​ມະນຸດ 1 ກໍລະນີ, ຍັກ​ຍອກ​ຊັບ 2 ກໍລະນີ, ປອມ​ແປງ​ເອກະສາ​ນ 12 ກໍລະນີ, ​ແຫກ​ກະ​ເປົາ 16 ກໍລະນີ, ສະພາບ​ອັກຄີ​ໄພ 146 ກໍລະນີ ແລະ ສະພາບ​ອື່ນໆ ແລະ ເຈົ້າໜ້າທີ່​ສາມາດ​ແກ້​ໄຂ​ໄດ້​ 2 ພັນ​ກ່ວາ​​ເລື່ອງ, ກັກ​ຕົວ​ຜູ້​ກະທຳ​ຜິດ​ມາ​ດຳ​ເນີນ​ຄະດີ​ໄດ້ 1.529 ຄົນ, ຜົນ​ເສຍ​ຫາຍ​​ເງີ​ນ 21 ຕື້ກ່ວາ​ກີບ, 7 ລ້ານ​ກ່ວາ​ບາດ,  ຄຳຮູບປະພັນ254 ບາດ, ​ແຫວນ​ເພັດ 15 ວົງ, ສາຍ​ແອວ​ທອງ​ນາກ 10 ເສັ້ນ ໜັກ 98 ບາດ, ລົດ​ເສຍ​ທັງໝົດ 428 ຄັນ, ​ໃນ​ນັ້ນມີ​ລົດຈັກ 389 ຄັນ, ລົດ​ໃຫຍ່ 37 ຄັນ, ​ໂທລະສັບ​ມື​ຖື 210 ໜ່ວຍ ​ແລະ ຊັບ​ສິນ​ອື່ນໆ. ແນວ​ໃດ​ກໍ​ດີ ທາງ​ເຈົ້າໜ້າທີ່ສາມາດ​ຢຶດ​ເຄື່ອງ​ຂອງ​ກາງ ​ແລະ ​ເກັບ​ກູ້​ໄດ້​ຄືນ ເງີ​ນຈຳນວນ 100 ກ່ວາ​ລ້ານ​ກີບ, ລົກ​ຈັກ 59 ຄັນ, ລົດ​ໃຫຍ່ 2 ຄັນ.

       ​ເຈົ້າໜ້າທີ່​ຫ້ອງ​ຕຳຫລວດ ນະຄອນຫລວງ​ວຽງຈັນ ໃຫ້ຮູ້ວ່າ: ສຳ​ຫລັບ​ວຽກງານ​ສະກັດ​ກັ້ນ ແລະ ປາ​ບປາມຢາ​ເສບ​ຕິດ ຊຶ່ງ​ມີ​ຄະດີ​ເກີດ​ຂື້ນ 305 ເລື່ອງ, ຊຶ່ງ​ເຈົ້າໜ້າທີ່​ສາມາດ​ຢຶດຂອງ​ກາງ​ຄະດີ​ໄດ້ ລົດ​ໃຫຍ່ 12 ຄັນ, ລົດຈັກ 35 ຄັນ, ຢາ​ບ້າ 7 ແສນ​ກ່ວາ​ເມັດ​, ກັນຊາ​ແຫ້ງ 33 ແທ່ງ, ​ເຣ​ໂລ​ອິນ 2,9 ກຼາມ ​ໂດຍ​ສາມາດ​ກັກ​ຕົວ​ຜູ້​ກະທຳ​ຜິດ​ມາ​ດຳ​ເນີນ​ຄະດີ​ໄດ້ 100 ກ່ວາ​ຄົນ.

No comments:

Post a Comment