Ad

Ad

2 January 2014

ສົກປີ 2013-2014 ດ່ານ​ສາກົນ ຂົວ​ມິດຕະພາບ I ຕັ້ງ​ເປົ້າ​ເກັບ​ລາຍ​ຮັບ​ໃຫ້​ໄດ້ 2.709 ຕື້ກວ່າ​ກີບ.



     ທ່ານ ຄຳ​ຜົງ ສີວິ​ໄລ ຮອງ​ຫົວໜ້າ​ດ່ານ​ສາກົນ​ຂົວ​ມິດຕະພາບ I ​ໃຫ້​ຮູ້​ວ່າ: ​ໃນ​ສົກ​ປີ 2013-2014 ​ໄດ້​ຕັ້ງ​ເປົ້າ​ເກັບ​ລາຍ​ຮັບ​ໃຫ້​ໄດ້ 2.709 ຕື້ກວ່າ​ກີບ ທຽບ​ໃສ່​ສົກ​ປີຜ່ານມາ​ເພີ່ມ​ຂຶ້ນປະມານ 13% ຂອງ​ແຜນການ ​ເຊິ່ງລາຍ​ຮັບ​ຕົ້ນຕໍ​ມາ​ຈາກ​ການ​ເກັບ​ພາສີ​ນຳ​ເຂົ້ານ້ຳມັນ​ເຊື້ອ​ໄຟ, ພາຫະນະ, ວັດ​ສະ​ດຸ​ກໍ່ສ້າງ ​ແລະ ອື່ນໆ. ຂະນະ​ທີ່ ການ​ເກັບ​ລາຍ​ຮັບ​ໃນ​ໄຕ​ມາດ​ທຳ​ອິດ​ແຕ່​ເດືອນ​ຕຸລາ​ຫາ​ເດືອນ​ທັນວາ​ສົກ​ປີ 2013-2014 ສາມາດ​ເກັບ​ລາຍ​ຮັບ​ໄດ້​ແລ້ວ 546 ຕື້ ກວ່າ​ກີບ ​ເທົ່າ​ກັບ 20% ຂອງ​ແຜນການ​ປີ.
     ​ໃນ​ສົກ​ປີ 2012-2013 ດ່ານ​ສາກົນ​ຂົວ​ມິດຕະພາບ I ສາມາດ​ເກັບ​ລາຍ​ຮັບ​ໄດ້​ປະມານ 2.330 ຕື້ກວ່າ​ກີບ ປະ ຕິບັດ​ໄດ້ 99% ຂອງ​ແຜນການ​ປີ, ​ແຕ່​ໂຕ​ເລກ​ດັ່ງກ່າວ​ເມື່ອ​ທຽບ​ໃສ່​ສົກ​ປີ 2011-2012 ​ແມ່ນ​ປະຕິບັດ​ໄດ້ 117% ​ໂດ​ຍສາ​ເຫດ​ທີ່​ເຮັດ​ໃຫ້ການ​ເກັບ​ລາຍ​ຮັບ​ຢູ່​ດ່ານ​ດັ່ງກ່າວ​ບໍ່​ບັນລຸ​ແຜນ​ແມ່ນ​ຍ້ອນ​ມີ​ການ​ນະ​ໂຍບາຍ​ຍົກ​
ເວັ້ນພາສີ​ອາ ກອນ​ເປັນ​ຈຳນວນ​ຫລາຍ​ເພື່ອ​ມາ​ຮັບ​ໃຊ້​ໂຄງການ​ຂອງ​ລັດ ​ເປັນຕົ້ນສິນຄ້າ​ປະ​ເພດ​ເຫລັກ, ຊີມ​ັງ ມີ​ມູນ​ຄ່າ​ການ​ຍົກ​ເວັ້ນ​ເຖິງ 473 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ​ແລະ ນ້ຳມັນ​ເຊື້ອ​ໄຟ​ມີ​ມູນ​ຄ່າ​ການ​ຍົກ​ເວັ້ນພາສີ​ອາກອນ​ເຖິງ 46 ລ້ານ​ກວ່າ​ໂດ​ລາ​ສະຫະລັດ.
     ​ແນວ​ໃດ​ກໍ​ຕາມ, ທ່ານ ຄຳ​ພົງ ກ່າວ​ວ່າ: ການ​ຕັ້ງ​ເປົ້າໝາຍ​ການ​ເກັບ​ລາຍ​ຮັບ​ຄື​ດັ່ງກ່າວ​ອາດ​ມີ​ໂຕ​ເລກ​ສູງ​ສົມ ຄວນ, ​ແຕ່​ຈະພະຍາຍາມ​ຈັດຕັ້ງປະຕິບັດ​ໃຫ້​ບັນລຸ​ແຜນ ​ໂດຍ​ສະ​ເພາະ​ການ​ປະຕິບັດ​ມາດ​ຕະການ​ຕ່າງໆ​ເຊັ່ນ: ສຶກສາ​ອົບຮົມ​ດ້ານ​ການ​ເມືອງ​ແນວ​ຄິດ​ພະນັກງານ​ໃຫ້​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ວຽກ​ງານ, ມີ​ຄວາມ​ປອດ​ໃສ, ​ເຝິກອົບຮົມ​ດ້ານ​ລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ນຳ​ເຂົ້າ-ສົ່ງ​ອອກ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ສູງ​ຕື່ມ​ໃນ​ການ​ແຈ້ງ​ມູນ​ຄ່າ​ໃຫ້​ມີ​ຄວາມ​ຊັດ​ເຈນ​ຖືກຕ້ອງ​ກັບ​ຕົວ​ຈິງ.

No comments:

Post a Comment