Ad

Ad

17 December 2013

ພິທີອຸທິດບຸນກຸສົນເພື່ອຜູ້ເຄາະຮ້າຍເຮືອບິນຕົກຢູ່ປາກເຊ



             ພິທີ​​ອຸທິດ​ບຸນ​ກຸສົນ​ເຖິງ​ດວງ​ວິນ​ຍານ​ຜູ້​ເຄາະ​ຮ້າຍ​ຈາກ ອຸປະຕິ​ເຫດ​ເຮືອ ບິນ ATR ຖ້ຽວ​ບິນ QV 301 ວຽງ​ຈັນ-ປາກ​ເຊ ຕົກລົງ​ນ້ຳຂອງ​ເຂດ​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ ໄດ້​ມີ​ຂຶ້ນ​​ໃນ​ຕອນ​ເຊົ້າວັນ​ທີ 16 ທັນວາ​ນີ້, ຢູ່​ຫໍ​ທຳ​ມະ​ສະພາວັດ​ພະ ທາດ​ຫລວງ​ວຽງ​ຈັນ ​ໂດຍ​ມີ​ການ​ນຳ​ພັກ-ລັດ ​ແລະ ຍາດ​ພີ່ນ້ອງ​ຂອງ​ຜູ້​ເຄາະ​ຮ້າຍ ​ແລະ ຊາວ​ພຸດ​ທະສະ​ນິກະ​ຊົນ​ເຂົ້າຮ່ວມ.
           ພິທີ​ສູດ​ຄັ້ງນີ້ຈັດ​ໂດຍ​ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ, ທະນາຄານ​ຮຸ້ນ​ສ່ວນ​ທຸລະ​ກິດ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ (BIDV) ​ແລະ ບໍລິ ສັດ​ຮ່ວມ​ທຸລະ​ກິດ​ປະກັນ​​ໄພ ລາວ-ຫວຽດ (LVI) ເຊິ່ງພາຍ ຫລັງ​ເກີດ​ອຸປະຕິ​ເຫດ​ສູນ​ເສຍ​ຄັ້ງຮ້າຍ​ແຮງ​ດັ່ງກ່າວ ​ເມື່ອ​ກາງ​ເດືອນ​ຕຸລາ 2013 ຜ່ານ​ມານີ້, ທະ ນາຄານ BIDV ​ໃນ​ຖານະ​ເປັນ​ທະນາຄານ​ແມ່​ໃນ​ການ​ປະ ກອບ​ທຶນ​ຢູ່​ບໍລິສັດ LVI ​ໄດ້​ຊີ້ນຳ​ໃຫ້​ບໍລິສັດ​ປະກັນ​ໄພ​ດັ່ງກ່າວ​ຮີບ​ຮ້ອນ​ໃນ​ການ​ພົວພັນ​ປະສານ​ສົມທົບ​ກັບ​ບັນດາ​ບໍລິສັດ​ປະ ກັນ​​ໄພ​ຕໍ່, ບໍລິສັດ​ຕີລາຄາ​ຜົນ​ເສຍ​ຫາຍ, ບໍລິສັດ​
ການບິນ​ລາວ ​ແລະ ພາກສ່ວນ​ກ່ຽວຂ້ອງລວມ​ເຖິງ​ຄອບຄົວ​ຍາດ​ພີ່ນ້ອງ​ຜູ້​ເຄາະ​ຮ້າຍເພື່ອ​ປະຕິບັດ​ຂັ້ນຕອນ​ໃນ​ການ​ແກ້​ໄຂ​ທົດ​ແທນ​ຄືນ​ຄວາມ​ເສຍ​ຫາຍ​ຈາກ​ການ​ເກີດ​ອຸປະຕິ​ເຫດ​ຄັ້ງນີ້​ໃຫ້​ສຳ​ເລັດ​ໂດຍ​ໄວ ​ເພື່ອ​ເປັນ​ການບັນ​ເທົາ​ທຸກ​ຄວາມ​ໂສກ​ເສົ້າຂອງ​ຄອບຄົວ ​ແລະ ຍາດ​ພີ່ນ້ອງ​ຂອງ​ຜູ້​ເສຍ​ຊີວິດ ​ແລະ ມາ​ຮອດ​ປັດຈຸບັນທຸກຂັ້ນ ຕອນ​ໄດ້​ມີ​ການ​ປະສາ​ນສົມທົບ​ກັນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.

No comments:

Post a Comment