Ad

Ad

17 December 2013

11 ເດືອນຜ່ານມາລາວໂທລະຄົມສາມາດສ້າງຜົນກຳໄລໄດ້ຫລາຍກວ່າ 994 ຕື້ກີບ



      ບໍລິສັດລັດວິສາຫະກິດລາວ ໂທລະຄົມ ເປັນບໍລິສັດທີ່ໃຫຍ່ໃນດ້ານການບໍລິການ ໂທລະຄົມຢູ່ ລາວ ແລະ ມີການພັດ ທະນາຄຸນ ນະພາບຢ່າງບໍ່ຢຸດຢັ້ງ ເຊິ່ງປັດຈຸ ບັນບໍລິ ສັດໄດ້ນຳເອົາເຕັກໂນໂລຊີທີ່ທັນສະໄໝ ຄືການໃຫ້ບໍລິການ ອິນເຕີເນັດລະ ບົບ 4G ທີ່ເປັນລະ ບົບທັນສະໄໝທີ່ສຸດ ເພື່ອຮອງຮັບ ກັບການພັດທະນາສັງຄົມ, ຂະນະ ທີ່ ພຽງໄລຍະ 11 ເດືອນຜ່ານມານີ້, ທາງບໍລິສັດຍັງສາມາດສ້າງ ຜົນກຳໄລໄດຫຼາຍກວ່າ 994 ຕື້ ກີບ ເຊິ່ງຄາດວ່າຜົນກຳໄລຈະ ເພີ່ມຂື້ນຈາກປີຜ່ານມາເຖິງ 12%.
        ທ່ານ ທອງໃສ ຊານໄຊຍະ ຜູ້ອຳນວຍການໃຫຍ່ບໍລິສັດດັ່ງກ່າວ ໄດ້ໃຫ້ສຳພາດຕໍ່ນັກ ຂ່າວ ລາວພັດທະນາ ເນື່ອງໃນໂອ ກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 38 ປີວ່າ: ລັດວິສາຫະກິດ ລາວໂທລະຄົມ (ລລທ) ແມ່ນໜຶ່ງ ໃນຜູ້ບໍລິການ ດ້ານການສື່ສານໂທລະ ຄົມມະນາຄົມຄົບວົງຈອນໃນລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ເປັນບໍລິສັດຮ່ວມທຶນ ໃນ ເດືອນ 11 ພະ ຈິກ 1996 ໂດຍການຖືຮຸ້ນ ລະຫວ່າງ ລັດຖະບານລາວ ແລະ ບໍລິສັດ ເຊນນິງຕັນ ອິນເວດສະເມນ ປະເທດສິງ ກະໂປ, ປັດ ຈຸບັນ ມີພະນັກງານຫຼາຍກວ່າ 2 ພັນຄົນ ທີ່ເຮັດວຽກຕາມສາຂາຕ່າງໆໃນທົ່ວປະເທດໂດຍສະເພາະການ ໃຫ້ບໍລິ ການດ້ານໂທ ລະຄົມຫຼັກໆລວມມີໂທລະສັບຕັ້ງໂຕະແບບໃຊ້ ສາຍ ແລະ ບໍ່ມີສາຍ, ບໍລິການໂທ ລະສັບມືຖືແບບລາຍເດືອນ
ແລະ ຕື່ມເງິນ, 3G HSPA ແລະ ອິນເຕີ ເນັດ, WiFi, Fiber to the Home, ບໍລິການໂທລະສັບລະຫວ່າງປະ ເທດ ແລະ ອື່ນໆ ໂດຍ ມີສັນຍານ ເຄື່ອຂ່າຍໂທລະສັບໄດ້ກວມເອົາ 143 ຕົວເມືອງ, ສະເພາະເຄືອ ຂ່າຍສັນຍານ 3G ກວມເອົາ 131 ຕົວເມືອງ ຫຼື ເທົ່າກັບ 91%, ຮອດ ປັດຈຸບັນນີ້ ມີລູກຄ້ານຳໃຊ້ບໍລິ ການດ້ານຕ່າງໆຂອງລາວໂທລະ ຄົມທັງໝົດຫຼາຍກວ່າ 1,8 ລ້ານ ຄົນ, ມີສ່ວນແບ່ງຕະຫຼາດດ້ານໂທ ລະຄົມມະນາຄົມກວມເອົາ 40% ຂອງຜູ້ຊົມໃຊ້ໃນລາວ ແລະ ມີການວາງແຜນນຳ ໃຊ້ແຫຼ່ງທຶນ ຢ່າງມີປະສິດທິຜົນ ແລະ ຖືກຕ້ອງ ຕາມແນວທາງນະໂຍບາຍພັກ- ລັດກໍຄືການບຸກທະລຸດ້ານຈິນຕະນາການ, ຈາກນັ້ນຈຶ່ງເຮັດ ໃຫ້ວຽກງານໄດ້ດຳເນີນໄປຢ່າງດີ ແລະ  ສຳຄັນແມ່ນພວກເຮົາໄດ້ຮັບການຮ່ວມມື, ສະໜັບສະໜູນ ແລະ ອຳນວຍຄວາມສະ ດວກຈາກອົງການຈັດຕັ້ງຂອງລັດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ແລະ ຈາກອຳນາດການປົກຄອງທ້ອງຖິ່ນທຸກຂັ້ນໄດ້ຊ່ວຍ ເຮັດໃຫ້ບໍລິສັດໄດ້ຮັບການພັດທະນາຂະຫຍາຍໂຕດີຂຶ້ນຢ່າງບໍ່ຢຸດຢັ້ງ.
        ຜູ້ອຳນວຍການໃຫຍ່ບໍລິສັດໃຫ້ຮູ້ວ່າ: ລາວໂທລະຄົມມີຄວາມເຂັ້ມແຂງສາມາດກຸ້ມຕົນເອງ 100% ທາງດ້ານທຶນຮອນ ໂດຍ ທີ່ບໍ່ໄດ້ກູ້ຢືມເງິນທຶນຈາກສະຖາບັນການເງິນຕ່າງໆມາລົງທຶນນີ້ ສະແດງເຖິງປະສິດທິພາບໃນການດຳເນີນທຸລະກິດຂອງ ພວກເຮົາ ແລະ ໃນແຕ່ລະປີໄດ້ລົງທຶນຂະຫຍາຍເຄືອຂ່າຍຕາໜ່າງໂທ ລະຄົມຢ່າງຕໍ່ເນື່ອງ ແລະ ຂະຫຍາຍເຄືອຂ່າຍການບໍລິ ການຢູ່ໃນຂອບເຂດທົ່ວປະເທດ ເປັນມູນຄ່າທັງໝົດຫຼາຍກວ່າ 303  ລ້ານໂດລາ, ສາມາດຮອງຮັບລູກຄ້າ ໄດ້ 2 ແສນເລກ ໝາຍ, ໂທລະສັບ ມືຖືຮອງຮັບໄດ້ 2,5 ລ້ານກວ່າ ເລກໝາຍ ແລະ ດ້ານເຄືອຂ່າຍ ອິນເຕີເນັດສາມາດຮອງຮັບໄດ້ 1 ແສນຄົນ ແລະ ຕະຫຼອດໄລຍະ 16 ປີຜ່ານມາ, ລາວໂທລະຄົມ ສາ ມາດສ້າງລາຍຮັບທາງທຸລະກິດ ໄດ້ 8.578 ຕື້ກີບ ແລະ ມີກຳໄລ ສຸດທິທັງໝົດ 2.420 ຕື້ກີບ, ສຳ ລັບແຜນການສູ້ຊົນດ້ານລາຍຮັບທຸລະກິດ ປະຈຳປີ 2013 ລາວ ໂທລະຄົມ ໄດ້ຕັ້ງເປົ້າ ໝາຍໄວ້ 1.044 ຕື້ກີບ, ຮອດປັດຈຸບັນສາ ມາດສ້າງລາຍຮັບໄດ້ແລ້ວ 994,3 ຕື້ກີບ ເທົ່າກັບ 96% ຂອງແຜນ ການປີ ແລະ ຄາດວ່າໝົດປີ 2013 ຈະປະຕິບັດໄດ້ລື່ນແຜນປະມານ 5% ແລະ ເພີ່ມຂຶ້ນຈາກປີ 2012 ຜ່ານມາ 12% ແລະ ຈະສາມາດ ສ້າງກຳໄລໄດ້ທັງໝົດປະມານ 115 ຕື້ກີບ. ຈາກຈັງຫວະອັດຕາ ການເຕີບໃຫຍ່ທາງດ້ານລາຍຮັບ, ລາວໂທລະຄົມສາມາດປະຕິ ບັດ ແລະ ປະກອບສ່ວນມອບພັນທະ ດ້ານອາກອນຕ່າງໆໃຫ້ລັດຖະ ບານຕະຫຼອດ 16 ປີຜ່ານມາມີ 1.810 ຕື້ກີບ ແລະ ໃນປີ 2013 ຄາດວ່າຈະປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດ 195 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 5,8%.
          ທ່ານ ທອງໃສ ຊານໄຊຍະ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລາວໂທລະຄົມ ກ່າວວ່າ: ລາວໂທລະຄົມ ໄດ້ອອກ ແຮງດຳເນີນທຸລະກິດຂອງຕົນດ້ວຍ ຄວາມຕັ້ງໜ້າເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາໃຫ້ມີການເຕີບໃຫຍ່ຂະຫຍາຍຕົວໜັກແໜ້ນໂດຍສະເພາະກໍແມ່ນການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ທາງດ້ານເຕັກນິກໂທລະຄົມມະນາຄົມ ແລະ ເພື່ອ ເປັນການຮອງຮັບການເຂົ້າເປັນ ປະຊາຄົມເສດຖະກິດອາຊຽນ ໃນປີ 2015 ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ສັງຄົມທີ່ນັບມື້ສູງຂຶ້ນນັ້ນ ລາວ ໂທລະຄົມກໍໄດ້ໃຫ້ຄວາມສຳຄັນ ໃນ ການພັດທະນາບຸກຄະລາກອນຂອງຕົນໃຫ້ມີຄວາມຮູ້ຄວາມສາມາດ ແລະ ຊຳນານງານເຊັ່ນ: ໂຄງການຍົກລະດັບຄວາມອາດ ສາມາດດ້ານວິຊາການ-ເຕັກນິກ ໃຫ້ພະນັກງານວິຊາການ 200 ຄົນ ນັບແຕ່ປີ 2012-2014 ດ້ວຍ ມູນຄ່າ 1 ລ້ານໂດລາ, ໂຄງ ການຂະຫຍາຍລະບົບສາຍສົ່ງໄຍແກ້ວທີ່ເປັນແບັກບອນເຊື່ອມຕໍ່ແຕ່ເໜືອ ເຖິງໃຕ້ ພ້ອມນັ້ນຍັງມີລະບົບ ສາຍສົ່ງເຊື່ອມຕໍ່ກັບ 5 ປະເທດ ອ້ອມຂ້າງດ້ວຍຄວາມໄວ 3G ເຊິ່ງປັດຈຸບັນພວມຂະຫຍາຍໃຫ້ ເປັນຄວາມໄວ 5G ຈະສຳເລັດໃນໄວໆນີ້.

No comments:

Post a Comment