Ad

Ad

17 December 2013

ETL ມອບລົດຮຸນໄດ EON ໃຫ້ລູກຄ້າຜູ້ໂຊກດີ



      ໃນວັນທີ 16 ທັນວານີ້, ບໍລິສັດ ອີທີແອລ ມະຫາຊົນ ໄດ້ຈັດພິທີມອບລາງວັນ ໃຫ້ນາງອາ​ລຸນ​ທິດ ​ແກ້ວ​ເມືອງ​ຈັນ ຢູ່​ບ້ານ ວັດ​ໄຕ​ທົ່ງ ​ເມືອງສີ​ໂຄດ​ຕະບອງ ນະຄອນ ຫຼວງວຽງຈັນ ຜູ້​ໂຊກ​ດີ​ຄົນທີ 2 ໄດ້​ຮັບ​ລາງວັນ​ລົດ​ໃຫຍ່ຮຸນ​ໄດ EON ຈາກ​ການ​ຂູດ​ບັດ​ຊີງ​ໂຊກ ກັບ​ບໍລິສັດ ອີ​ທີ​ແອວ ມະຫາຊົນ ເຊິ່ງ​ເປັນ​ລົດ​ໃຫຍ່​ຄັນ​ທີ 2 ທີ່​ບໍລິ ສັດ​ໄດ້​ແຈກ​ໃຫ້​ກັບ​ລູກ​ຄ້າ ​ແລະ ຍັງ​ມີ​ອີກຫຼາຍລາງວັນທີ່​ບໍລິສັດ​ຈະມອບ​ໃຫ້ໃຫ້ລູກຄ້າ.
      ທ່ານ ຄຳ​ຮຸ່ງ ສໍ​ສຳພັນ ຮອງ ຜູ້ອຳນວຍການໃຫຍ່ ອີທີແອລ ກ່າວ​ວ່າ: ລົດ​ໃຫຍ່​ຮຸນ​ໄດ EON ແມ່ນ​​ລາງວັນ​ທີ່ບໍລິສັດ​ໄດ້​ຈັດ ໂຄງການ​ຂູດ​ບັດ​ຮັບ​ໂຊກ​ພາກ 2 ເພື່ອ​ເປັນ​ການ​ຄືນ​ກຳ​ໄລ​ໃຫ້​ກັບ​ລູກ​ຄ້າ ເຊິ່ງ​ຜ່ານ​ຈາກການຈັດ​ໂຄງການເຫັນ​ວ່າ​ມີ​ຜູ້​ໂຊກ​ດີ​ທີ່​ໄດ້​ຮັບ​ລາງວັນ​ເປັນ​ຈຳນວນຫຼາຍ.​ ແນວ​ໃດ​ກໍດີ, ການຈັດ​ໂຄງການ​ຂູດ​ບັດ​ຮັບ​ໂຊກ​ພາກ 2 ນີ້ ກໍ​ຈະໝົດ​ເຂດ​ໃນ​ວັນ​ທີ 31 ທັນວານີ້ ເຊິ່ງ​ລາງວັນ​ໃຫຍ່​ທີ່ຈະ​ໄດ້​ຮັບ​ກໍ​ແມ່ນລົດ​ວີ​ໂກ້ແຊັມໜຶ່ງຄັນໄວ້ຄອຍຖ້າລູກຄ້າຜູ້​ໂຊກ​ເພື່ອຈະເປັນເຈົ້າຂອງ.

No comments:

Post a Comment