ທ່ານ ສົມດີ ດວງດີ ລັດຖະ ມົນຕີວ່າການກະຊວງແຜນການ
ແລະ ການລົງທຶນ ໃຫ້ຮູ້ວ່າ: ການອະນຸມັດໂຄງການສຳປະ ທານດ້ານບໍ່ແຮ່ ແລະ ປູກໄມ້ອຸດສາຫະກຳຢູ່ປະເທດເຮົາມີຫລາຍສົມຄວນ,
ແຕ່ການກວດກາບັນດາໂຄງການດັ່ງກ່າວຍັງມີຄວາມຫຍຸ້ງຍາກເນື່ອງຈາກຫລາຍປັດໄຈ.
ທ່ານລັດຖະມົນຕີວ່າການກະ ຊວງແຜນການ ແລະ ການລົງ
ທຶນ ກ່າວວ່າ: ໂຄງການລົງທຶນດ້ານແຮ່ທາດມີທັງໝົດ 470 ໂຄງການ, ມີເນື້ອທີ່ສຳປະທານ
36 ພັນກວ່າກິໂລຕາແມັດ ໃນມູນຄ່າລົງທຶນທັງໝົດ 5,9 ຕື້ໂດລາສະຫະລັດ, ໂຄງການລົງທຶນປູກຢາງ
ພາລາ ແລະ ໄມ້ວິກມີ 212 ໂຄງ ການ, ມີເນື້ອທີ່ 574 ພັນກວ່າເຮັກ ຕາ, ມີມູນຄ່າ
1,65 ຕື້ກວ່າໂດລາສະຫະລັດ. ໃນໜຶ່ງປີຜ່ານມາ, ການກວດກາຕິດຕາມບັນດາໂຄງ ການດັ່ງກ່າວແມ່ນອີງໃສ່
8 ມາດ ຖານຂອງຂະແໜງການກ່ຽວ ຂ້ອງ ລວມເຖິງກວດກາດ້ານເອ ກະສານສັນຍາ ແລະ ນິຕິກຳຕ່າງໆ
ພ້ອມລົງກວດກາຕົວຈິງພາກສະໜາມບາງໂຄງການ ແລະ ສາ ມາດຈັດປະ
ເພດເບື້ອງ ຕົ້ນໂຄງການແຮ່ທາດ
ຄືປະເພດດີມີ 14 ໂຄງການ, ກາງມີ 92 ໂຄງ ການ, ອ່ອນ 56 ໂຄງການ ແລະ ປະເພດຫລາຍທີ່ຈະຕ້ອງໄດ້ນຳ
ສະເໜີໃຫ້ມີການຍົກເລີກ 8 ໂຄງ ການ, ຍັງບໍ່ທັນໄດ້ຈັດປະເພດ 23 ໂຄງການ, ໂຄງການໃໝ່ຍັງບໍ່ທັນຈັດປະເພດ
9 ໂຄງການ ແລະ ໂຄງການທີ່ສະເໜີສົ່ງຄືນລັດຖະ ບານ 3 ໂຄງການ, ສ່ວນການກວດກາໂຄງການປູກຢາງພາລາ
ແລະ ໄມ້ວິກແມ່ນປະເພດດີມີ 9ໂຄງການ, ກາງ 11 ໂຄງການ, ອ່ອນ 11 ໂຄງການ ແລະ ຈະສະເໜີຍົກເລີກມີ
4 ໂຄງການ. ແນວໃດກໍຕາມ, ຜ່ານການຈັດຕັ້ງປະ ຕິບັດວຽກງານກວດກາໃນໄລຍະໜຶ່ງປີຜ່ານມາ
ເຫັນວ່າຍັງມີຈຸດອ່ອນ ແລະ ຂໍ້ຫຍຸ້ງຍາກຫລາຍດ້ານ ເປັນຕົ້ນການເກັບກຳຂໍ້ມູນຍັງບໍ່ທັນແທດເຖິງໃນແຕ່ລະໂຄງການ
ເນື່ອງຈາກຂາດງົບປະ ມານໃນການລົງເຮັດວຽກຕົວຈິງ. ຂະນະທີ່ ໜ່ວຍສະເພາະກິດທີ່ຖືກແຕ່ງຕັ້ງກໍຍັງບໍ່ທັນເອົາໃຈໃສ່ເຄື່ອນໄຫວວຽກງານຢ່າງຕັ້ງ
ໜ້າ ຈຶ່ງສົ່ງຜົນໃຫ້ການເກັບກຳຂໍ້ມູນຂອງບັນດາໂຄງການທີ່ທ້ອງຖິ່ນອະນຸມັດບໍ່ຈະແຈ້ງເທົ່າທີ່ຄວນ.
No comments:
Post a Comment