Ad

Ad

17 December 2013

ໂຈນປຸ້ນຊັບໃຈໂຫດ ຖືກເຈົ້າຫນ້າທີ່ຈັບຕົວມາດຳເນີນຄະດີ



    ພາຍຫລັງ​ໄດ້​ລົງມື​ກໍ່​ເຫດ​ປຸ້ນ​ຊັບຍິງ​ຄົນ​ໜຶ່ງ​ຢ່າງ​ໂຫດ​ຫ້ຽມຢູ່ ບ້ານ​ໂນນຂີ້​ເຫລັກ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ດ້ວຍ​ການ​ເອົາ​ໄມ້ຄ້ອນ​ຂະໜາດ​ໃຫຍ່​ຟາດ​ເຂົ້າ​​ໃບ​ໜ້າ​ຫລາຍ​ບາດ ແລະ ​ໃຊ້​ມີດ​ປາດ​ຄໍ​ເຫຍື່ອ ຈົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ແລະ ​ຮື້ຄົ້ນ​ເອົາ​ຊັບ​ໄດ້ ຄື​ສາຍ​ແຂນ​ຄຳ​ໜັກ 2 ບາດ, ​ແຫວນ​ຄຳ 2 ສະຫລຶງ ​ແລະ ​ເງິນ 9 ພັນບາດ (ສະກຸນ​ເງິນ​ໄທ) ຫລົບໜີ​ໄປ ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 11 ທັນວາ​ ​​ແລະ ເວລາ 2 ​ໂມງ​ເຊົ້າ​ຂອງມື້ຕໍ່​ມາ ​ເຈົ້າໜ້າ​ທີ່​ກໍ​ສາ ມາດ​ຈັບ​ຕົວ​ຜູ້​ທີ່​ລົງມື​ກໍ່​ເຫດ​ປຸ້ນ​ຊັບ​ດັ່ງກ່າວ ຄື​ທ້າວ ວັນ​ໄຊ ຫລື ແອ ອາຍຸ 21 ປີ ຢູ່​ບ້ານ​ໂນນ​ຂີ້​ເຫລັກ ​ເມືອງ​ສີ​ໂຄດ​ຕະບອງ ນະ ຄອນຫລວງ​ວຽງ​ຈັນ ​ເຊິ່ງ​ໄດ້​ຫລົບໜີ​ມາ​ລີ້ຊ້ອນ​ຕົວຢູ່​ສະຖານ​ທີ່​ກໍ່ສ້າງ​ແຫ່ງ​ໜຶ່ງ​ຢູ່ເຂດບ້ານ​ຮ່ອງ​ໄກ່​ແກ້ວ ​ເມືອງ​ຈັນທະ​ບູລີ ນະ ຄອນຫລວງ​ວຽງ​ຈັນ ​ເພື່ອ​ນຳ​ມາ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ ແລະ ຜ່ານ​ການ​ສືບສວນ-ສອບ​ສວນ, ຜູ້ ກ່ຽວ​​ຮັບ​ສາລະພາບ​ວ່າ: ​ເປັນ​ຜູ້​ລົງມື​ກໍ່​ເຫດ​ແທ້ ຍ້ອນ​ຄວາມ​ຄຽດ​ແຄ້ນ​ສ່ວນ​ຕົວ ​ແລະ ​ເພື່ອ​ຫວັງ​ເອົາ​ຊັບ​ຂອງ​ເຫຍື່ອ.

     ​ເຈົ້າໜ້າ​ທີ່​ໃຫ້​ຮູ້​ວ່າ: ຈາກ​ການ​ສອບ​ຖາມ​ສາມີ​ຂອງ​ຜູ້​ເຄາະ​ຮ້າຍ​ຮູ້​ວ່າ: ຜູ້​ຕ້ອງ​ຫາ​ລາຍ​ນີ້​ເຄີຍ​ງັດ​ເຮືອນ​ຂອງ​ຕົນ​ມາ​ແລ້ວ​ສອງ​ຄັ້ງ​ໃນ​ເດືອນ​ເມສາ 2013 ​ໂດຍ​ມີ​ເຄື່ອງ​ເຮືອນ​ຈຳນວນ​ໜຶ່ງ​​ເສຍ​ຫາຍ ​ແລະ ບໍ່​ຄິດ​ວ່າ​ຜູ້ກ່ຽວ​ຈະ​ຄືນ​ມາ​ກໍ່​ເຫດ​ຢ່າງ​​ໂຫດຫ້ຽມ​ໃນ​ຄັ້ງນີ້.

No comments:

Post a Comment