Ad

Ad

17 December 2013

ການບໍລິການລ້າງລົດຂ້າງຖະຫນົນ ຄວນຈັດລະບຽບແນວໃດ ?



      ໃນທຸກມື້ນີ້ ເຫັນມີການບໍລິການຫລາຍຢ່າງເຕັມບ້ານເຕັມເມືອງ ແລະ ນອກຈາກນີ້ແລ້ວ ຍັງພົບເຫັນການບໍລິການລ້າງ ອັດຊີດລົດນັບທັງອັດຊີດລ້າງລົດນ້ອຍລົດໃຫຍ່ ແລະ ລົດຈັກຕາມຂອບແຄມທາງຖະໜົນຕ່າງໆ. ການອັດຊີດລ້າງລົດບ່ອນ ທີ່ເຂົາເຈົ້າກຽມໄວ້ສະເພາະແມ່ນດີ ແລະ ບໍ່ລົບກວນຄົນທ່ຽວທາງ, ແຕ່ບາງບ່ອນພັດເຮັດບ່ອນລ້າງ ລົດໃສ່ກະໂຕແຄມທາງຍ່າງ ແລະ ບໍ່ມີແນວມາກັ້ງບັງນ້ຳເປືອນນ້ຳເສຍແຕ່ຢ່າງໃດເຮັດໃຫ້ນ້ຳຟົ້ງໄປທົ່ວທີບ, ບາງເທື່ອກໍຖືກຮອດຄົນທຽວທາງເກີດມີການ ຖົກຖຽງກັນເກີດຂຶ້ນ ແລະ ຕໍ່ສະພາບ ດັ່ງກ່າວມີຫລາຍຄົນໃຫ້ຄຳເຫັນວ່າ: ການບໍລິການລ້າງລົດຕາມແຄມທາງແທ້ຈິງກໍດີຢູ່ ເຮັດໃຫ້ຄົນເຮົາສາມາດໃຊ້ບໍລິການໄດ້ທຸກບ່ອນທຸກທີ່, ແຕ່ການບໍລິການແນວນີ້ມັນບໍ່ຄັກປານໃດ ພ້ອມສ້າງພາບພົດບໍ່ດີໃຫ້ ແກ່ຕົວເມືອງ ແລະ ກໍ່ໃຫ້ເກີດມີສະພາບເປື້ອນເປິ ແລະ ສ້າງຄວາມເດືອດຮ້ອນ ໃຫ້ແກ່ການຈະລາຈອນຄົນທຽວໄປມາຕາມ ຖະໜົນທີ່ເຫັນແນວນີ້ ກໍມີໃນແຖວບ້ານຫ້ວຍຫົງຫາດົງປ່າແຫລບ ແລະ ສາຍທາງດົງໂດກອອກໄປໃສ່ຖະໜົນໃຫຍ່ຈາກໃນ ເມືອງຜ່ານອອກໄປຫາເຂດດອນໜູນ ແລະ ອື່ນໆ ກໍ່ໃຫ້ເກີດມີຫລາຍຫາງສຽງຈົ່ມວ່າໄປຕ່າງໆນາໆ ຄືກັບວ່າສັງຄົມບໍ່ມີການດູ
ແລເບິ່ງແຍງກັນໃຫ້ເປັນລະບຽບເຮັດໃຫ້ສັງຄົມເດືອດຮ້ອນ. ມີຫລາຍຄົນໃຫ້ທັດສະນະວ່າ: ມັນຄວນມີອົງການຈັດຕັ້ງຂອງລັດ ໃດໜຶ່ງເບິ່ງແຍງດູແລໃນ ເລື່ອງນີ້. ຕົວຢ່າງຄືໄລຍະເວລາວັນຊາດ ຫລື ວັນສຳຄັນອື່ນໆ ຈຶ່ງມີການກວດກາ, ແຕ່ອັນນີ້ມັນຄວນ ກວດກາເປັນປະຈຳເພື່ອຕັກເຕືອນໃຫ້ຄົນຮັບຮູ້ແລ້ວປະຕິບັດຕາມບໍ່ແມ່ນວ່າຮອດວັນບຸນວັນງານຈຶ່ງໄປບອກຄວາມຈິງແລ້ວ ມັນຄວນຈັດແຈງໄວ້ ແລະ ຄວາມເປັນລະບຽບອັນນີ້ຄວນໃຫ້ເປັນປົກກະຕິ. ການທີ່ຈັດແຈງເລື່ອງການລ້ຽງອັດຊີດລົດກໍເຊັ່ນ ດຽວກັນຄວນຈັດແຈງກວດກາໃນແຕ່ລະມື້ ນັບທັງຜູ້ເຮັດການບໍລິການນີ້ກໍຄວນເປັນເຈົ້າການຈັດລະບຽບໃຫ້ກັບຕົນເອງ ແລະ ບໍ່ຄວນເຫັນແກ່ຕົວແລ້ວສ້າງຄວາມເດືອດຮ້ອນໃຫ້ຜູ້ອື່ນ. ບາງທັດສະນະບອກວ່າ: ການເຮັດການບໍລິການແບບນີ້ກໍຄວນເບິ່ງ ວ່າມັນເໝາະສົມແລ້ວບໍເພາະແຄມທາງຖະໜົນແມ່ນເພິ່ນສ້າງໃຫ້ຄົນຍ່າງໄປມາໄດ້ສະດວກບໍ່ແມ່ນສະເພາະໃຫ້ວາງຂາຍເຄື່ອງ ຫລື ເຮັດບໍລິການຕ່າງໆ. ສະນັ້ນ ໃນເລື່ອງນີ້ທຸກຄົນຄວນເປັນເຈົ້າການທັງແມ່ນການປະກອບສ່ວນເປັນເຈົ້າການປົກປັກຮັກ ສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະດວກຈົບງາມຂອງຕົວເມືອງ.

No comments:

Post a Comment