ພິທີມອບ-ຮັບເຄື່ອງຈັກທຳລາຍທະນະບັດທີ່ທັນສະໄໝໄດ້ມີຂຶ້ນເມື່ອມໍ່ໆມານີ້
ຢູ່ທະນາຄານ ແຫ່ງ ສປປ ລາວ ລະຫວ່າງ ທ່ານ ນາງ ພາສີ ພົມມະກອນ ຫົວໜ້າຫ້ອງ ການທະນາຄານແຫ່ງ
ສປປ ລາວ ແລະ ທ່ານນາງ ຄອນສະຫວັນ ໄຊສຸລຽນ ຜູ້ອຳ ນວຍການ ບໍລິສັດອິນໂຟເທັກ ເພື່ອເອົາມານຳໃຊ້ຢູ່
ສປປ ລາວ ເປັນເຄື່ອງຈັກທີ່ທັນ ສະໄໝຂອງໂລກທີ່ນຳເຂົ້າຈາກປະເທດ ໂຮນລັງ. ເຄື່ອງ ຈັກດັ່ງກ່າວປະກອບດ້ວຍ ລະບົບ
ເຄື່ອງຈັກທຳລາຍທະນະບັດ ແລະ ອັດແໜ້ນເປັນກ້ອນ Kuster Enging CDS 250 L and Online
Brigetting 1 ຊຸດ, ເຄື່ອງອາໄຫລ່ ສຳຮອງ ແລະ ເຄື່ອງມືການຕິດ ຕັ້ງ 1 ຊຸດ ເຊິ່ງໂຄງການດັ່ງ
ກ່າວ ໄດ້ເລີ່ມປະຕິບັດມາແຕ່ປີ 2009 ເປັນຕົ້ນມາ ແລະ ເປັນໂຄງການທຳລາຍທະ ນະບັດທີ່ຂາດມຸ່ນ
ແລະ ເຊື່ອມຄຸນນະພາບ, ເປັນເຄື່ອງມືທີ່ທັນສະໄໝ ສາມາດທຳລາຍທະນະບັດເຊື່ອມຄຸນນະພາບ ແລະ
ອັດແໜ້ນບໍ່ມີຂີ້ຝຸ່ນໂດຍຊົ່ວໂມງໜຶ່ງປະຕິບັດໄດ້ 250 ກິໂລ.

No comments:
Post a Comment