Ad

Ad

17 December 2013

SCG ສານຝັນນັກຮຽນລາວໃນປີທີ 2



    ເອັສຊີຈີສານຕໍ່ໃນໂຄງການ ”SCG sharing the dream” ປີທີ 2 ໃນ ສ.ປ.ປ ລາວ, ໂດຍໄດ້ມອບ ທຶນການສຶກສາ ຈຳນວນ 100 ທຶນໃນໂອກາດຄົບຮອບ 100 ປີ ເພື່ອພັດທະນາໂອກາດການສຶກ ສາໃຫ້ເຍົາວະຊົນ ເຊິ່ງໃນວັນທີ 16 ທັນວານີ້, ຢູ່ມະ ຫາວິທະຍາ ໄລແຫ່ງຊາດ (ຄະນະເສດຖະ ສາດ ), ນະຄອນຫຼວງວຽງຈັນ, ໄດ້ຈັດພິ ທີມອບ-ຮັບທືນການສຶກສາໃຫ້ແກ່ນ້ອງໆນັກຮຽນມັດທະຍົມຕອນປາຍທົ່ວນະ ຄອນ ຫຼວງວຽງຈັນ, ໂດຍການເຂົ້າຮ່ວມ ຂອງ ທ່ານນາງ ແສງເດືອນ ຫຼ້າ ຈັນທະ ບູນ ລັດຖະມົນຕີຊ່ວຍວ່າ ການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາຣີ ເຊົາວາ ລິດຊີວິນກຸນຮອງປະທານບໍລິສັດ SCG Cement​​​​​​-Building Materials ແລະ ບັນດາພະນັກ ງານຄູອາຈານພ້ອມນັກຮຽນທີ່ ໄດ້ຮັບທຶນເຂົ້າຮ່ວມຢ່າງພ້ອມ ພຽງ.
            ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງ ຈັນ ກ່າວວ່າ: ໂຄງການແບ່ງ ປັນຄວາມຝັນ ເອສຊີຈີ ເປັນໂຄງການໜຶ່ງທີ່ເກີດຈາກບໍລິສັດ SCG ເທດດິງ ແລະ ສະມາຄົມ ຮ່ວມນ້ຳໃຈເດັກນ້ອຍລາວ
ຮ່ວມກັບພະແນກສຶກທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ໂດຍມີຈຸດປະສົງຊ່ວຍສ້າງເງື່ອນໄຂ ໃຫ້ນັກຮຽນຊັ້ນມັດທະ ຍົມສຶກສາຕອນປາຍ, ຜູ້ມີຄວາມມຸ້ງຫວັງຢາກສຶກສາຮ່ຳຮຽນແຕ່ສະພາບຄອບຄົວມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ໃຫ້ສາມາດສືບຕໍ່ການຮ່ຳຮຽນຂອງຕົນຕໍ່ໄປໄດ້ດ້ວຍຮູບການມອບທຶນການສຶກສາດັ່ງກ່າວແລະໂຄງການສານຝັນຄັ້ງນີ້ ແມ່ນ ເລີ່ມເປີດການຮັບສະໝັກແຕ່ວັນທີ 23 ຕຸລາເຖິງວັນທີ 7 ພະຈິກ 2013 ໂດຍມີການຄັດເລືອກຈາກຄະນະກຳມະການເຊິ່ງ ໃນເບື້ອງຕົ້ນໄດ້ກຳນົດເອົາຜູ້ທີ່ມີເງື່ອນໄຂທັງໝົດ 133 ນ້ອງ ແລະ ເພື່ອໃຫ້ມີຄວາມຖືກຕ້ອງຊັດເຈນ ແລະ ເປັນທຳຄະນະກຳ ມະການກໍໄດ້ຈັດຕັ້ງກັນລົງເບິ່ງສະພາບຄອບຄົວຕົວຈິງຂອງນັກຮຽນເປົ້າໝາຍດັ່ງກ່າວ ແລະ ໄດ້ຄັດເອົານັກຮຽນ 100 ຄົນທີ່ ໄດ້ຮັບທຶນຜູ້ລະ 1,5 ລ້ານກີບ ເພື່ອມີເງື່ອນໄຂສຶກສາຮ່ຳຮຽນ.
          ທ້າວ ຄຳນ້ອຍ ທິບພະວົງ ນັກຮຽນ ມ7 ໂຮງຮຽນມັດທະຍົມສົມບູນ ມ.ສ ຈັນສະຫວ່າງ ກ່າວວ່າ: ນ້ອງຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ຮັບທຶນການສຶກສາຈາກໂຄງການເພາະເປັນປະໂຫຍດຕໍ່ກັບການຮຽນ ແລະ ຊ່ວຍເຫຼືອຄອບຄົວໄດ້, ນ້ອງຢາກຮຽນຈົບມັດທະຍົມ ແລະ ໄດ້ຮຽນຕໍ່ໃນມະຫາວິທະຍາໄລໃນອະນາຄົດນ້ອງຢາກເປັນຄູວິຊາ ທຳມະຊາດ, ແຕ່ ຍ້ອນສະພາບຄອບຄົວມີຄວາມຫຍຸ້ງຍາກ, ດັ່ງນັ້ນ, ຫຼັງຈາກໃດ້ຮັບທຶນສະໜັບສະໜູນທາງດ້ານການສຶກສາຈາກເອັສຊີຈີນີ້ ແລ້ວຈະເຮັດໃຫ້ການຮຽນຂອງນ້ອງໄດ້ດີຂຶ້ນນ້ອງຂໍຂອບໃຈ ເອັສຊີຈີ ຫຼາຍໆ.

No comments:

Post a Comment