Ad

Ad

16 December 2013

ອັງເຊີນພະບາງຂຶ້ນປະດິດສະຖານຢູ່ຫໍພະບາງຫລັງໃຫມ່



      ພິທີອັງເຊີນພະບາງຂຶ້ນປະດິດສະຖານຢູ່ຫໍພະບາງຫລັງໃໝ່ ໄດ້ຈັດຂຶ້ນໃນຕອນ ເຊົ້າຂອງວັນທີ 14 ທັນວາຜ່ານມານີ້, ໂດຍ ຫໍພະບາງຫລັງໃໝ່ນີ້ຕັ້ງຢູ່ບໍລິເວນຫໍພິພິທະ ພັນແຫ່ງຊາດຫລວງພະບາງ ເມືອງ ແລະ ແຂວງຫລວງພະບາງ ໂດຍທ່ານ ຈູມມາລີ ໄຊ ຍະສອນ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກລັດຖະມົນຕີ, ປະທານຈັດພິທີອັງເຊີນພະບາງຂຶ້ນປະດິດສະຖານທີ່ຫໍພະບາງ ຫລັງໃໝ່່, ທ່ານ ອາຊາງ ລາວ​ລີ ຮອງນາຍົກລັດ ຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ວັດທະ ນະທຳ​-ສັງຄົມ, ບັນດາກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງ ຖະແຫລງ ຂ່າວ- ວັດທະນະທຳ ແລະ ທ່ອງ ທ່ຽວ, ເຈົ້າຄອງນະຄອນຫລວງວຽງ ຈັນ, ບັນດາເຈົ້າແຂວງ, ຮອງ ເຈົ້າແຂວງຕະຫລອດບັນດາ ມວນຊົນຫລວງພະບາງ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.
            ພິທີອັງເຊີນດັ່ງກ່າວໄດ້ດຳ ເນີນເປັນເວລາ 3 ມື້ 3 ຄືນ ຄືແຕ່ວັນທີ 14-16 ທັນວາ2013 ໂດຍມີພິທີແຫ່ພະບາງ
ອ້ອມເມືອງຕາມເສັ້ນທາງກາງເມືອງທີ່ໄດ້ກຳນົດໄວ້, ເລີ່ມແຕ່ໜ້າວັດທາດນ້ອຍ-ຫໍພະບາງ 11 ຂະບວນ, ກອງຜ້າປ່າສາມັກຄີ. ຂະນະທີ່ພິທີທາງສາສະໜານັ້ນ, ພະສົງ 25 ອົງ ໄດ້ສູດພຸດທະມົນ, ເທດສະຫລອງຫໍພະບາງ. ນອກນີ້ກໍໄດ້ຄົບງັນຕາມປະເພ ນີທັງໄດ້ສະແດງຟ້ອນພະລັກພະລາມ, ຟ້ອນນາງແກ້ວ, ຂັບທຸ້ມ, ອ່ານໜັງສື,ຂັບສະຫລາງສາມສ່າວເພື່ອອະນຸລັກປົກປັກຮັກ ສາພະບາງທີ່ເປັນພະພຸດທະຮູບຄູ່ບ້ານຄູ່ເມືອງຂອງຊາວລາວທົ່ວປະເທດທັງເປັນມໍລະດົກອັນລ້ຳຄ່າທາງວັດທະນະທຳຂອງຊາດທີ່ມີຊື່ສຽງຂອງແຂວງຫລວງພະບາງໃຫ້ ຍືນຍົງຄົງຢູ່ກັບບ້ານເມືອງໄປຊົ່ວກາລະນານ.
            ​ໂອກາດ​ດັ່ງກ່າວ, ທ່ານ ສົມ ສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ປະທານຈັດພິທີອັງເຊີນພະບາງ ​ໄດ້​ກ່າວ ວ່າ:ພວກເຮົາເອກອ້າງທະນົງໃຈເປັນຢ່າງຍິ່ງທີ່​ໄດ້​ຈັດພິທີຂຶ້ນໃນມື້ນີ້ເຊິ່ງເປັນເຫດການໜຶ່ງທີ່ສຳຄັນໃນຂະບວນການລວມ ຂອງທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ທີ່ພວມອອກແຮງແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 7 ໃນເຄິ່ງສະ​ໄໝ​ທີສອງທັງສ້າງຜົນງານຂ່ຳນັບຮັບຕ້ອນ 2 ວັນ ປະຫວັດສາດຂອງພັກ ແລະ ຂອງຊາດຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 60 ປີ ແລະ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ. ຂໍສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ທ່ານ ຈູມມາລີ ໄຊ ຍະສອນ ປະທານປະເທດພ້ອມດ້ວຍພັນລະຍາທີ່ໄດ້ໃຫ້ກຽດເປັນປະທານພິທີອັນເປັນສິລິມຸງຄຸນນີ້. ສິ່ງນີ້ເປັນການຢືນຢັນ ເຖິງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດເຮົາຕໍ່ການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດ ຄອງປະເພນີອັນດີງາມຂອງຊາດລາວເຮົາ. ທັງນີ້ ເມື່ອສະຕະວັດທີ 14, ພະເຈົ້າຟ້າງຸ່ມມະຫາລາດໄດ້ເຕົ້າໂຮມເອົາບັນດາຫົວ ເມືອງນ້ອຍທີ່ກະແຈກກະຈາຍມາໂຮມເຂົ້າກັນເປັນອານາຈັກລາວລ້ານຊ້າງອັນກວ້າງໃຫຍ່ໄພສານທີ່ເປັນເອກະພາບກາຍເປັນ ລັດສັກດີນາລວມສູນລັດທຳອິດຂອງຊາດລາວ. ເພື່ອປັບປຸງແນວຄິດຈິດໃຈຂອງປວງຊົນລາວບັນດາເຜົ່າໃຫ້ເປັນປຶກແຜ່ນອັນ ດຽວ, ພະເຈົ້າຟ້າງຸ່ມມະຫາລາດໄດ້ນຳເອົາພະພຸດທະສາສະໜານິກາຍຫິນະຍານເຂົ້າມາອານາຈັກລາວລ້ານຊ້າງ ໂດຍຜ່ານປະ ເທດຂະ​ແ​ມ​ ( ປັດຈຸບັນແມ່ນປະເທດກຳປູເຈຍ) ໂດຍໄດ້ຊົງຂໍເອົາພະພຸດທະຮູບຄຳອົງສັກສິດຄືອົງພະບາງຈາກກະສັດ ຂອງກຳ ປູເຈຍມາພ້ອມ. ຈາກນັ້ນ, ອົງພະບາງຈຶ່ງກາຍເປັນປູສະນີວັດຖຸລ້ຳຄ່າມະຫາສານ, ເປັນພະມິ່ງບ້ານຂວັນເມືອງປະດິດສະຖານ ຢູ່ຄູ່ກັບຊາດລາວມາເປັນເວລາ 600 ກວ່າປີ. ຕາມຕຳນານກ່າວໄວ້ວ່າ: ອົງພະບາງໄດ້ຫລໍ່ຢູ່ສີລັງກາທະວີບ   (ປະເທດສີລັງກາ ໃນປັດຈຸບັນ) ເຊິ່ງຕາມປະເພນີສະໄໝນັ້ນ, ຄຳ ແມ່ນວັດຖຸປະເສີດເປັນສິຣິມຸງຄຸນຕໍ່ບ້ານເມືອງ, ເປັນວັດຖຸປະດັບເອ້ ແລະ ເໝາະສົມຕໍ່ຜູ້ມີຄຸນງາມຄວາມດີຕໍ່ສັງຄົມ ແລະ ປະເທດຊາດ. ພະບາງເປັນພະພຸດທະຮູບຢືນ, ພະຫັດມືທັງສອງເບື້ອງຍົກ ໄວ້ ພຽງພະອຸລາເອິກປິດພະຫັດທັງສອງ ໄປກ້ຳໜ້າ ເຊິ່ງສະແດງອອກເຖິງກິລິຍາຫ້າມບໍ່ໃຫ້ວິວາດຜິດຖຽງກັນ. ພະບາງເປັນອົງທີ່ມີລິດເດດສັກສິດເຂັດຢຳມະຫັດສະຈັນ ແລະ ທີ່ສຳຄັນຍິ່ງເປັນພະພຸດທະຮູບຄູ່ປາລະມີຂອງພະມະຫາກະສັດ
ລາວມາແຕ່ສະໄໝລາວລ້ານຊ້າງ ແລະ ເປັນທີ່ເຄົາລົບບູຊາ ກາບໄຫວ້ຂອງພຸດທະສາສະນິກະຊົນມາໄດ້ຫລາຍພັນປີແລ້ວ ເຊິ່ງ ຫລາຍຮ້ອຍປີຜ່ານມາ, ພະບາງເຄີຍປະດິດສະຖານຢູ່ຫລາຍບ່ອນເຊັ່ນ:ເມືອງວຽງຄຳແຂວງວຽງຈັນ, ວັດມະໂນລົມ, ວັດວິ ຊຸນ, ວັດໃຫຍ່ເມືອງຫລວງພະບາງ. ດັ່ງນັ້ນ, ຈຶ່ງໄດ້ຮຽກຮ້ອງ ອົງການຈັດຕັ້ງພັກ-ລັດທຸກຂັ້ນ ແລະ ປະຊາຊົນທຸກເຜົ່າທຸກຊັ້ນ ຄົນຢູ່ຫລວງພະບາງ ແລະ ໃນທົ່ວປະເທດຈົ່ງເຊີດຊູຄວາມຮັບຜິດຊອບຮ່ວມກັນປົກປັກຮັກສາອົງພະບາງ ແລະ ຫໍພະບາງ ແຫ່ງນີ້ໃຫ້ຄົງຢູ່ກັບຊາດລາວເຮົາຕະຫລອດໄປ.
              ໂອກາດນີ້, ທ່ານ ຈູມມາລີ ໄຊ ຍະສອນ ໄດ້ຂຶ້ນກ່າວອາລາດທະນາອັງເຊີນອົງພະບາງຂຶ້ນປະດິດສະຖານຢູ່ຫໍພະ ບາງຫລັງໃໝ່.

No comments:

Post a Comment