Ad

Ad

16 December 2013

ກິລາພື້ນເມືອງທົ່ວປະເທດຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການ ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີໃຫ້ກຽດເຂົ້າຮ່ວມ

      ການແຂ່ງຂັນກິລາພື້ນເມືອງ ທົ່ວປະເທດຄັ້ງທີ IX ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນຕອນແລງວັນທີ 13 ທັນວາ 2013 ຢູ່ສະ ໜາມຫລວງແຂວງໄຊຍະບູລີ ໂດຍການ ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາຊາງ ລາວລີ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລົດຖະມົນຕີ ແລະ ມີລັດຖະມົນຕີວ່າການກະຊວງ ສຶກສາທິການ ແລະ ກິລາ, ເຈົ້າ ແຂວງໄຊຍະບູລີ, ແຂກ ຮັບເຊີນຈາກສູນກາງ, ບັນດາແຂວງ, ອໍານາດການ ປົກຄອງແຂວງ, ຄະນະນໍາພາ, ຄູເຝິກ, ນັກກິລາ ໃນທົ່ວປະເທດ ແລະ ມວນຊົນຊາວ ໄຊຍະບູລີເຂົ້າຮ່ວມ.    
        ພິທີໄຂການແຂ່ງຂັນໄດ້ເລີ່ມຕົ້ນໂດຍການຮ້ອງເພງປະກອບການຟ້ອນ “ ຊີວິດໃໝ່ໄຊຍະບູລີ ” ແລະ ເພງ “ ເຊີນທ່ຽວ ໄຊຍະບູລີ”, ການສວນສະໜາມຂອງກອງເຍົາວະຊົນ ແລະ ກອງດຸລິຍາງ, ຂະບວນແຫ່ທຸງຊາດ, ທຸງກິລາ, ຂະບວນຮູບພາບ ທ່ານຜູ້ນໍາ, ປ້າຍຄໍາຂວັນ, ປ້າຍສັນຍະ ລັກ, ຂະບວນຮູບສັດນໍາໂຊກ, ກ້ອນກໍາລັງຂອງຄະນະກໍາມະການຕັດສິນ, ຄະນະນໍາ,
ຄູເຝິກ ແລະ ນັກກິລາແຕ່ລະແຂວງ, ກ້ອນກໍາລັງອົງການຈັດຕັ້ງມະ ຫາຊົນ, ການສະແດງສິລະປະ ວັນນະຄະດີ 8 ເຜົ່າ ພາຍ ໃນແຂວງໄຊຍະບູລີ, ການສະແດງຂອງຊ້າງຄໍາຮູ້ 9 ໂຕ  ແລະກິດຈະກໍາອື່ນໆອັນໄດ້ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມເປັນ
ຢ່າງດີ ແລະ ໃນພິທີອັນມີຄວາມ ໝາຍສໍາຄັນດັ່ງກ່າວ, ທ່ານ ພົງ ສະຫວັນ ສິດທະວົງ ຮອງເຈົ້າແຂວງໄຊຍະບູລີ, ປະທານ ການແຂ່ງຂັນກິລາພື້ນເມືອງທົ່ວປະ ເທດຄັ້ງທີ IX ໄດ້ລາຍງານການກຽມຄວາມພ້ອມເປັນເຈົ້າພາບວ່າ:ການແຂ່ງຂັນກິລາພື້ນ ເມືອງທົ່ວປະເທດຄັ້ງທີ IX ໄດ້ກາຍເປັນຂີດໝາຍສໍາຄັນທາງປະຫວັດສາດຂອງປະຊາຊົນແຂວງຂອງຕົນທີ່ໄດ້ຮັບກຽດເປັນ ເຈົ້າພາບແຕ່ວັນທີ 13-19 ທັນວາ 2013 ໂດຍກຳນົດ 6 ປະເພດກິລາ ແຂ່ງຂັນຄືກິລາໝາກຂ່າງຍິງ- ຊາຍ, ກິລາຍິງໜ້າເກັກ ຍິງ-ຊາຍ, ກິລາໝາກແລ້ຍິງ-ຊາຍ, ກິລາດຶງ ເຊືອກ ຍິງ-ຊາຍ, ກິລາຂີ່ໄມ້ໂຢກ ເຢກຍິງ-ຊາຍ ແລະ ກິລາເຮືອ ຊ່ວງ  12 ສີພາຍ ຍິງ-ຊາຍ ໂດຍ ຈະຊີງ  743 ຫລຽນ, ໃນນີ້ຫລຽນຄໍາ 43 ລາຍການ 225 ຫລຽນ, ຫລຽນເງິນ 43 ລາຍການ 225 ຫລຽນ ແລະ ຫລຽນທອງ 62 ລາຍການ 293 ຫລຽນ.      
          ທ່ານ ພົງສະຫວັນ ກ່າວ ຕື່ມວ່າ:ເພື່ອເຮັດໃຫ້ການແຂ່ງຂັນກິລາພື້ນເມືອງທົ່ວປະເທດຄັ້ງທີ IXກ້າວສູ່ຄຸນນະພາບ ໃໝ່ ນັ້ນ, ຄະນະກໍາມະການກະກຽມ ແລະ ແຂວງຂອງຕົນໄດ້ຄົ້ນຄວ້າປືກ ສາຫາລືກໍານົດກົດລະບຽບ, ກົດ ກະຕິກາ, ລາຍການ ແຂ່ງຂັນ ແລະ ໄດ້ກໍານົດເອົາຮູບຊ້າງນ້ອຍ ຄໍາຮູ້ເປັນສັດນໍາໂຊກເນື່ອງຈາກແຂວງໄຊຍະບູລີມີສັດລ້ຽງສັດປ່ານາໆຊະນິດໂດຍ ສະເພາະມີ ຊ້າງບ້ານ ແລະ ສັດປ່າເປັນ ຈໍານວນຫລາຍ, ກໍານົດເອົາ “ ກາໝາຍຂອງແຂວງ ” ເປັນສັນຍະລັກເພື່ອສື່ໃຫ້ເຫັນ ຄວາມເປັນເອກະລັກສະເພາະ, ສ່ອງແສງ ໃຫ້ເຫັນທໍາມະຊາດ, ປະຫວັດ ສາດ, ວັດທະນະທໍາຂອງເຜົ່າຕ່າງໆ.  
     ໃນຕອນທ້າຍພິທີ, ທ່ານ ອາຊາງ ລາວລີ ຮອງນາ ຍົກລັດຖະມົນຕີໄດ້ໃຫ້ກຽດກ່າວໄຂພິທີຢ່າງເປັນທາງການພ້ອມທັງລັ່ນ ຄ້ອງ 9 ບາດ ແລະ ຮ່ວມຕັດແຖບຜ້າໄຂມະຫະກຳກິລາ ພື້ນເມືອງທ່ົວປະເທດຄັ້ງທີ IX ຢ່າງເປັນທາງການໂດຍມີລັດຖະມົນ ຕີວ່າການກະຊວງສຶກສາທິການ ແລະ ກິລາ, ເຈົ້າແຂວງ ໄຊຍະບູລີ ແລະ ແຂກຖືກຮັບເຊີນເຂົ້າຮ່ວມ.

No comments:

Post a Comment