Ad

Ad

16 December 2013

ກອງປະຊຸມສຸດຍອດຍີ່ປຸ່ນ-ລາວ ຫາລືກ່ຽວກັບການຮ່ວມມືສອງຝ່າຍ



   ກອງປະຊຸມສຸດຍອດຍີ່ປຸ່ນ- ລາວຈະຈັດຂຶ້ນໃນວັນ 15 ເດືອນ ທັນວາທີ່ໂຕກຽວ ເຊິ່ງສອງປະ ເທດໄດ້ປຶກສາຫາລືກ່ຽວກັບ ການສຶບຕໍ່ການຮ່ວມມືສອງຝ່າຍລະ ຫວ່າງ ບັນດາປະເທດພາກພື້ນແມ່ນໍ້າຂອງ ແລະ ປະເທດຍີ່ປຸ່ນ. ກອງປະຊຸມສຸດຍອດລະ ຫວ່າງບັນດາປະເທດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ່ 5 ໄດ້ຈັດຂຶ້ນພ້ອມກັນກັບກອງປະຊຸມ ສຸດຍອດສະຫລອງ ອາຊຽນ-ຍີ່ປຸ່ນ ຄົບ ຮອບ 40 ປີ ລະຫວ່າງທີ່ 13-15 ເດືອນ ທັນວາ.    ກອງປະຊຸມສອງຝ່າຍລະຫວ່າງສປປລາວ ແລະ ຍີ່ປຸ່ນ. ນໍາໂດຍ ທ່ານ ທອງ ສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວພ້ອມດ້ວຍຄະນະຈະພົບປະກັບຄູ່ ຮ່ວມຕໍາແໜ່ງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ. ສອງຝ່າຍຈະໄດ້ສຶບຕໍ່ປຶກສາຫາລືກ່ຽວກັບການເສີມຂະຫຍາຍ ການເຈລະຈາທາງດ້ານການ ເມືອງ ແລະ ໝັ້ນຄົງ, ສົ່ງເສີມການໄປມາຫາສູ່ລະຫ່ວາງປະຊາຊົນລວມທັງສົນທິສັນຍາການບໍລິ ການການບິນ ແລະ
ການຮ່ວມໃນອະນາຄົດເນື່ອງໃນໂອກາດຈະຄົບຮອບ 60 ປີການສ້າງຕັ້ງສາຍ ພົວພັນການທູດລະຫວ່າງ ສອງປະເທດໃນປີ 2015. ກອງປະຊຸມ ສຸດຍອດລະຫວ່າງບັນດາປະເທດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ່ 5 ຈະທົບທວນຄືນການສະ ຫນັບສະຫນູນຂອງປະເທດຍີ່ປຸ່ນໃນພາກພື້ນແມ່ນ້ຳຂອງກ່ຽວກັບການເຊື່ອມຍົງ ແລະ ການຫລຸດຜ່ອນຄວາມແຕກໂຕນທາງ
ດ້ານການພັດທະນາໃນບັນດາປະເທດອາຊຽນຈຸດປະສົງກໍເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃນປີ 2015. ບັນດາປະເທດແມ່ນ້ຳຂອງປະກອບດ້ວຍ ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ. ບັນດາຜູ້ນໍາຍັງຈະທົບ ທວນຄືນເຖິງຄວາມຄືບຫນ້າການຈັດຕັ້ງການປະຕິບັດການຮ່ວມມື “ຍຸດທະສາດໂຕກຽວ ປີ 2012” ກາງສະໄໝລະຫວ່າງບັນ ດາປະເທດແມ່ນ້ຳຂອງ-ຍີ່ປຸ່ນ ແລະ ແຜນການດໍາເນີນງານ. “ຍຸດທະສາດໂຕກຽວປີ 2012” ມີ ສາມເສົາຄໍ້າຫລັກ ແລະ ແຜນ ການດໍາເນີນງານສຸມໄສ່ການປັບປຸງການເຊື່ອມຍົງຂອງບັນດາປະເທດແມ່ນ້ຳຂອງ (1): ການຊ່ວຍ ເຫລືອການພັດທະນາແລວ ເສດຖະກິດເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ແລວເສດຖະກິດພາກໃຕ້, ການພັດທະນາຮ່ວມກັນ (2): ການເສີມ ຂະຫຍາຍການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ, ການປັບປຸງການ ລົງທຶນ, ສົ່ງເສີມການທ່ອງທ່ຽວ, ການຮັບປະກັນ ຄວາມປອດໄພ ແລະ ຮັກສາສິ່ງແວດລ້ອມໃຫ້ຄວາມຍືນຍົງ (iii): ສົ່ງເສີມສຸຂະພາບແມ່ ແລະ ເດັກນ້ອຍ, ການປ່ຽນແປງດິນ ຟ້າອາກາດ ແລະ ການຫລຸດຜ່ອນຄວາມສ່ຽງໄພພິບັດ, ອີງຕາມກອງປະຊຸມການຖະແຫລງຂ່າວຂອງກະຊວງການຕ່າງປະເທດ ຍີ່ປຸ່ນວັນທີ 12 ທັນວາ. ຫລັງຈາກນັ້ນທ່ານ ທອງສິງ ທໍາມະວົງ ນາຍົກລັດຖະພ້ອມຄະນະຈະໄປຢ້ຽມຢາມການຜະລິດຢູ່ເມືອງ ກາກາວະ ເພື່ອໄປເບິ່ງມາດຕະການການພັດທະນາ ແລະ ການສົ່ງເສີມການຜະລິດລະຫວ່າງ 15-16 ທັນວາ.

No comments:

Post a Comment