Ad

Ad

16 December 2013

ບໍລິສັດຈິດຈະເລີນກໍ່ສ້າງເຊັນສັນຍາຊື້-ຂາຍລົດບັນທຸກນ້ຳມັນຍີ່ຫໍ້ ທາທາແດວູ ຈຳນວນ 100 ຄັນ



      ພິທີເຊັນສັນຍາຊື້-ຂາຍລົດ ຍີ່ຫໍ້ທາທາ ແດວູ ( TATA Daewoo) ປະເພດລົດ ບັນ ທຸກນ້ຳມັນຈຳນວນ 100 ຄັນ ລວມ ມູນຄ່າ ເກືອບ 12 ລ້ານໂດລາສະຫະລັດລະ ຫວ່າງ ທ່ານ ສຸກສະໝອນ ສີຫາເທບ ປະທານຄະນະຜູ້ບໍລິຫານຂອງກຸ່ມບໍລິສັດ ມະ ນີຍົມ ໂອໂຕກຣຸບ ຈຳກັດ ແລະ ທ່ານ ສົມຫວັງ ວົງວິໄລ ປະທານ ບໍລິສັດ ຈິດຈະເລີນ ກໍ່ສ້າງ ຈຳກັດ ຂຶ້ນໃນວັນທີ 13 ທັນ ວາ­ທີ່ໂຮງແຮມລາວພຣາຊານະຄອນຫລວງວຽງ ຈັນ ໂດຍມີ ທ່ານ ພູເພັດ ຄຳພູນວົງ ລັດຖະມົນຕີ ວ່າການກະຊວງການເງິນ, ມີບັນດາ ລັດຖະມົນຕີຊ່ວຍວ່າການ, ພ້ອມດ້ວຍແຂກທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພິຍານ.    
          ທ່ານ ສຸກສະໝອນ ສີຫາ ເທບ ກ່າວວ່າ: ບໍລິສັດ ມະນິຍົມ ໂອໂຕ ກຣຸບ ເຊິ່ງເປັນຕົວແທນ ຈຳໜ່າຍຢ່າງເປັນທາງ ການແຕ່ພຽງຜູ້ດຽວໃນ ສປປ ລາວ ຂອງ ລົດບັນທຸກໜັກຍີ່ຫໍ້ TATA Daewoo Commercial Vehicle  ເປັນບໍລິສັດ
ທີ່ຜະລິດລົດບັນທຸກ ໃຫຍ່ທີ່ສຸດໃນ ສ.ເກົາຫລີ ແລະ ໄດ້ດຳເນີນທຸລະກິດມາຕັ້ງແຕ່ ກາງປີ 2010 ຈົນເຖິງປັດຈຸບັນ, ໄລຍະ 3 ປີ ຜ່ານມາທາງບໍລິສັດ ໄດ້ສົ່ງມອບລົດບັນທຸກໜັກຫຼາຍປະເພດໃຫ້ແກ່ກັບບັນດາຜູ້ປະກອບການທຸລະກິດຂົນສົ່ງຫລາຍກວ່າ 800 ຄັນ, ຊຶ່ງເປັນການ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນໃນຄຸນນະພາບຂອງສິນຄ້າ ແລະ ການບໍລິການຫລັງການຂາຍ ຢ່າງດີຕະຫລອດມາຕັ້ງແຕ່ ເລີ່ມດຳເນີນທຸລະກິດ. ທັງເປັນສ່ວນໜຶ່ງຂອງການປະກອບ ສ່ວນພັດທະນາປະເທດທັງດ້ານເສດ ຖະກິດ-ການເງິນ ແລະ ການພັດທະນາລະບົບໂຄງສ້າງພື້ນຖານທົ່ວປະເທດ. ສຳລັບການ ສົ່ງມອບລົດຈຳນວນດັ່ງກ່າວຈະມີ ຂຶ້ນໃນອີກ 3 ເດືອນນັບຈາກພິທີເຊັນສັນຍາໃນມື້ນີ້.

No comments:

Post a Comment