Ad

Ad

16 December 2013

ບໍລິສັດ ລາວເວີນ ວິສະວະກຳ ຂົວ-ທາງ ສະແດງຄວາມຮັບຜິດຊອບການຊັກຊ້າໃນການກໍ່ສ້າງເສັ້ນທາງເບຕົງ ໃນຕົວເມືອງປາກເຊ



     ທ່ານ ພັນສະຫວັດ ໂສມສັກ ຫົວໜ້າໂຄງການກໍ່ສ້າງເສັ້ນທາງ 13 ໃຕ້ ໄລຍະແຕ່ ຫລັກ 9 ສາຍ ເໜືອເຖິງໜ້າໂຮງແຮມ ຈຳປາສັກ ພາເລດ ລວມທັງຂົວເຊໂດນ 1 (ຂົວ ເກົ່າປາກເຊ-ທ່າຫີນ) ທີ່ເປັນຊ່ວງຮັບຜິດຊອບການກໍ່ສ້າງ ຂອງບໍລິສັດລາວເວິນ ວິສະ ຫະກຳກໍ່ສ້າງຂົວທາງຈຳກັດ ໄດ້ອອກມາສະແດງຄວາມຮັບຜິດຊອບຕໍ່ຄວາມຫລ້າຊ້າ ໃນການກໍ່ສ້າງເສັ້ນທາງດັ່ງກ່າວ ວ່າ:ໂຄງການກໍ່ສ້າງເສັ້ນທາງເບຕົງແຫ່ງນີ້ເປັນໂຄງການ ໃຫຍ່ທີ່ມີ 2 ບໍລິສັດຮັບຜິດຊອບໃນການກໍ່ສ້າງ ແລະ ກໍ ໄດ້ຈັດແບ່ງອອກ ເປັນ 2 ໄລຍະ ຄື ໄລຍະແຕ່ໂຮງແຮມພາເລດ (ວົງ ວຽນ) ໄປຫາຫລັກ 8 ໃຕ້ແມ່ນຮັບ ຜິດ ຊອບໂດຍບໍລິສັດຕັງຈະເລີນກຣຸບ, ສ່ວນໄລຍະຈາກໜ້າໂຮງ ແຮມຈຳປາສັກພາເລດ ລວມທັງ ຂົວເຊໂດນ 1 ເຖິງຫລັກ 9 ສາຍ ເໜືອແມ່ນບໍລິສັດລາວເວິນວິສະ ວະກຳຂົວ-ທາງເປັນຜູ້ຮັບຜິດ ຊອບ ເຊິ່ງໂຄງການດັ່ງກ່າວນີ້ໄດ້ ເລີ່ມລົງມືກໍ່ສ້າງຕົວຈິງໃນວັນທີ 9 ມິຖຸນາ 2013 ໃນຄວາມ ຍາວ 8.500 ແມັດ, ກວ້າງ 6 ເລນ ແລະ 4 ເລນ ແຕ່ທາງແບ່ງສະໜາມບິນເຖິງໜ້າໂຮງແຮມພາ ເລດມີມູນຄ່າການກໍ່ສ້າງ ທັງໝົດ 40 ລ້ານ ກວ່າໂດລາສະຫະລັດ.

     ທ່ານຫົວໜ້າຮັບຜິດຊອບໂຄງ ການ ກ່າວວ່າ: ຄວາມຈິງແລ້ວ ໂຄງການດັ່ງກ່າວແມ່ນໄດ້ເລີ່ມ ລົງມືກໍ່ສ້າງຊ້າກວ່າແຜນການ ຈຶ່ງເຮັດໃຫ້ການກໍ່ສ້າງຫລ້າຊ້າ ແກ່ຍາວມາຮອດປັດຈຸບັນ ສຳ ເລັດພຽງປະມານ 18,85% ເທົ່າ ນັ້ນ ແລະ ເປັນເຂດເສັ້ນທາງ ມີປະຊາຊົນອາໄສຢູ່ ແລະ ສ້າງຕຶກອາ ຄານບ້ານເຮືອນແອອັດຄັບແຄບ ເປັນເຫດໃຫ້ການຍົກຍ້າຍສິ່ງກີດ ຂວາງ ແລະ ຂະ ຫຍາຍໜ້າທາງ ຊັກຊ້າເຊັ່ນ: ຍົກຍ້າຍສາຍແລວ ໄຟຟ້າພ້ອມຫລັກໄຟຟ້າທັງໝົດ, ຍົກຍ້າຍທໍ່ນ້ຳປະປາບາງສ່ວນ ແລະ ສາຍ ໄຍແກ້ວໂທລະສັບ ເຊິ່ງຈະມີມູນຄ່າເສຍຫາຍສູງຫາກໄປແຕະຕ້ອງ ຫລື ເກີດຂໍ້ຜິດ ພາດໃນເວລາດຳເນີນການ. ນອກນັ້ນ ການໄກ່ເກ່ຍກັບປະຊາ ຊົນທີ່ຢູ່ສອງຟາກທາງເຂດບ້ານທ່າຫີນເໜືອ, ທ່າຫີນໃຕ້, ທ່າໄຮ, ຄັນເກີງ ພົບຄວາມຫຍຸ້ງຍາກ ຫລາຍ, ແຕ່ທັງໝົດນັ້ນທ່ານຫົວໜ້າໂຄງການກໍ່ສ້າງໄດ້ຢັ້ງຢືນວ່າ: ການຍົກຍ້າຍສິ່ງກີດຂວາງ ອອກຈະໃຫ້ສຳເລັດໃນເດືອນກຸມ ພາ 2014 ນີ້ຢ່າງແນ່ນອນ.
    ສຳເລັດໜ້າວຽກ ແລະ ໂຄງການກໍ່ສ້າງຂົວເຊໂດນ 1 (ຂົວທ່າ ຫີນເກົ່າ) ທ່ານໄດ້ກ່າວວ່າ: ຈະໄດ້ ເລີ່ມລົງມືກໍ່ສ້າງໃນເດືອນ ມັງກອນ 2014 ນີ້ ເພາະໂຄງການດັ່ງກ່າວ ແລະ ຈະໃຫ້ສຳເລັດໃນໄລ ຍະ 30 ເດືອນຕາມສັນຍາກໍ່ສ້າງເໝືອນກັນຄືຈະຕ້ອງ ໃຫ້ສຳເລັດໃນທ້າຍປີ 2015 ໂດຍຈະສ້າງ ເປັນຂົວເບຕົງມີ 4 ເລນຂຶ້ນ-ລ່ອງ ຍາວ 220 ແມັດ ມີມູນຄ່າການກໍ່ສ້າງທັງໝົດ 14 ລ້ານກວ່າໂດລາສະຫະລັດ. ດັ່ງນັ້ນ, ທາງບໍລິສັດ ໄດ້ຮ້ອງຂໍຄວາມເຫັນໃຈທີ່ການກໍ່ສ້າງຫລ້າຊ້າ ແລະ ອາດເຮັດໃຫ້ການສັນ    ຈອນໄປມາເກີດຄວາມຫຍຸ້ງຍາກ ແລະ ບໍລິສັດຈຶ່ງຂໍອະໄພໃນຄວາມບໍ່ສະດວກໄວ້ລ່ວງໜ້າ ແລະ ຫວັງວ່າປະຊາຊົນຜູ້ຊົມໃຊ້ ເສັ້ນທາງຄົງຈະເຫັນໃຈກັບບໍລິສັດຂອງພວກເຮົາດ້ວຍ.

No comments:

Post a Comment