Ad

Ad

16 December 2013

ແລ່ນເພື່ອສຸຂະພາບສະຫລອງຄົບຮອບ 5 ປີ ທະນາຄານຊາຄອມແບ໋ຢູ່ລາວ



     ​ໃນ​ວັນ​ທີ 14 ທັນວາ​ນີ້, ​ໄດ້​ຈັດ​ໃຫ້​ມີ​ກິດຈະກຳ​ແລ່ນ​ເພື່ອ​ສຸຂະພາບ ​ສະຫລອງ ວັນ​ຄົບຮອບ 5 ປີ ການ​ສ້າງຕັ້ງທະນາຄານ​ຊາ​ຄອມ​ແບ໋ງຢູ່​ລາວ​ຂຶ້ນ ​ໂດຍ​ເລີ່​ມ​ແຕ່​ສຳ ນັກງານ​ໃຫຍ່​ທະນາຄານ​ດັ່ງ ກ່າວ​ຢູ່​ບ້ານ​ຫາຍ​ໂສກ ​ເມືອງ​ຈັນທະ​ບູລີ ຈົນ​ໄປ​ຮອດ​ສີ່​ແຍກ​ທາດ​ດຳ ​ແລະ ກັບ​ຄືນ​ມາ​ເຂົ້າ​ເສັ້ນ​ໄຊ​ຢູ່​ທະນາຄານ​ດັ່ງກ່າວ ໂດຍ​ມີ​ນ້ອງ​ນັກຮຽນ​ລະດັບ​ມັດ ທະຍົມ​ປາຍ 12 ​ແຫ່ງ​ຢູ່​ນະ ຄອນຫລວງ​ວຽງ​ຈັນ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ ​ແລະ ຕົວ​ແທນ​ຈາກ ມປ ທົ່ງ​ປົ່ງ ທັງ​​ເພດ​ຊາຍ ແລະ ຍິງ ສາມາດ​ຄວ້າ​ລາງ ວັນ​ທີ 1, 2 ​ແລະ 3 ​ໃນ​ການ​ແຂ່ງຂັນ​ຄັ້ງ ນີ້ ​ໂດຍ​ລາງວັນ​ທີ 1 ​ແມ່ນ​ໂທ ລະພາບ LCD ຊຳ​ຊຸງ 32 ນິ້ວ, ລາງວັນ​ທີ 2 ​ໂທລະ ສັບ​ມື​ຖື​ຊຳ​ຊຸງ S3 ​ແລະ ລາງວັນ​ທີ 3 ກ້ອງຖ່າຍ ຮູບ​ດີ​ຈີ​ຕອນ ​ແລະ ນອກຈາກ​ນີ້ ຍັງ​ມີ​ລາງວັນ​ຊົມ​ເຊີຍ​ອື່ນໆ.
     ທ່ານ​ອຳນວຍ​ການ​ຊາ​ຄອມ​ແບ໋ງສາຂາ​ລາວ ຟາ​ມ ດຶກ ຢຸຍ (PHAM DUC DUY) ກ່າວ​ວ່າ: 22 ປີ​ແຫ່ງ​ການ​ສ້າງຕັ້ງ ທະນາຄານ​ຊາ​ຄອມ​ແບ໋ງ​ໄດ້​ກາຍ​ເປັນ​ເຄື່ອງໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງ​ໃນ​ຂົງ​ເຂດ​ການ​ເງິນ​ການ​ທະນາ ຄານ​ຢູ່ ສສ ຫວຽດນາມ, ມີ​
ໜ່ວຍ​ບໍລິການ​ຫລາຍ​ກວ່າ 423 ​ແຫ່ງ​ໃນ​ບັນດາ​ແຂວງ​ຢູ່ ສສ ຫວຽດ ນາມ, ສປປ ລາວ ​ແລະ ຣາຊະ​ອານາຈັກ​ກຳປູ​ເຈຍ.
    ສຳລັບ​ທະນາຄານ​ຊາ​ຄອມ​ແບ໋ງສາຂາ​ ສປປ ລາວ​ສ້າງຕັ້ງ​ຂຶ້ນໃນ​ປີ 2008 ຕະຫລອດ​ໄລຍະ 5 ປີຜ່ານມາ ​ເຫັນ​ວ່າການ​ດຳ​ເນີນ​ທຸລະ​ກິດ​ຂອງ​ທະນາຄານ​ມີ​ບາດກ້າວ​ເຕີບ​ໃຫຍ່​ຂະຫຍາຍຕົວ​ໃນ​ລະດັບ​ທີ່​ໜ້າ​ພໍ​ໃຈ ​ແລະ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດ ທະນາ​ເສດຖະກິດ​ຂອງ​ປະ​ເທດ​ນຳ​ດ້ວຍ. ​ໄປ​ຄຽງ​ຄູ່​ກັນນັ້ນທະ ນາຄານ​ຍັງ​ໄດ້​ປະກອບສ່ວນ​ຊ່ວຍ​ເຫລືອ​ສັງຄົມ​ຫລາຍຢ່າງ ເປັນຕົ້ນ​ໄດ້​ມອບ​ຕັ່ງ​ຫີນ​ໃຫ້​ສວນ ສາທາລະນະ​ຕ່າງໆ, ​ໂຮງໝໍ, ໂຮງຮຽນ, ວັດ ​ແລະ ມອບ​ທຶນ​ການ​ສຶກສາ​ໃຫ້​ນັກຮຽນ​ທຸກ​ຍາກ, ຈັດ​ກິດຈະກຳ​ວັນ​ເດັກ ​ແລະ ວັນ​ສຳຄັນ​ອື່ນໆ ​ແລະ ​ໃນ​ປີ 2013 ນີ້ ກໍ​ໄດ້​ປະກອບສ່ວນ​ມອບ​ເງິນ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ໄພພິບັດ​ຕ່າງໆ​ທີ່​ເກີດ​ຂຶ້ນຢູ່​ແຂວງ​ພາກ​ເໜືອ ​ແລະ ພາກ​ໃຕ້​ຂອງ​ລາວ ລວມ​ເຖິງ​ການ​ມອບ​ເງິນ​ຊ່ວຍ​ເຫລືອ​ໃຫ້​ແກ່​ສູນ​ຄົນ​ພິການ​ທາງ​ສາຍຕາ​ຢູ່ນະຄອນຫລວງ​ວຽງ​ຈັນ​ນຳ​ດ້ວຍ. ສຳລັບ​ກິດຈະກຳ​ແລ່ນ​ເພື່ອ​ສຸຂະພາບ​ໃນ​ຄັ້ງນີ້​ແມ່ນ​ປີ​ທີ 3 ທີ່​ທະນາຄານ​ໄດ້​ຈັດ​ຂຶ້ນເປັນ​ການ​​ສົ່ງ​ເສີມ​ສຸຂະພາບ​ໃຫ້​​ໄວ​ໜຸ່ມກໍ​ຄື​ນ້ອງ​ນັກຮຽນ​ຕ່າງໆ ແລະ ທັງ​ເປັນ​ການສະ​ເຫລີ​ມສະຫລອງ​ການ​ສ້າງຕັ້ງ ສາຂາ​ທະນາຄານ​ຢູ່​ລາວ​ນຳ​ດ້ວຍ.

No comments:

Post a Comment