ໃນວັນທີ 13 ທັນວາຜ່ານ ມານີ້, ຢູ່ກອງປະຊຸມສະໄໝສາ
ມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 7 ໄດ້ມີການຮັບຮອງເບື້ອງ ຕົ້ນກ່ຽວກັບການສະເໜີສ້າງຕັ້ງແຂວງໄຊສົມບູນຂຶ້ນໃໝ່
ທີ່ປະ ກອບດ້ວຍ 5 ເມືອງຄື: ເມືອງອະນຸວົງ(ໄຊສົມບູນເກົ່າ), ເມືອງລ້ອງແຈ້ງ, ເມືອງຮົ່ມ,
ເມືອງ ລ້ອງຊານ ແລະ ເມືອງພູນ.ມີ 96 ບ້ານ, ພົນລະເມືອງ 81 ພັນກວ່າຄົນ, ຍິງ 39 ພັນຄົນ
ແລະ ມີພື້ນທີ່ປົກຄອງປະມານ 8.500 ກວ່າກິໂລຕາແມັດ ທັງນີ້ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການ
ນຳພັກ-ລັດໄດ້ລົງເຄື່ອນໄຫວຊີ້ ນຳ-ນຳພາ, ເຮັດໃຫ້ເຂດດັ່ງ ກ່າວໄດ້ຮັບການພັດທະນາໄວຂຶ້ນ
ແລະ ທົ່ວເຖິງ.
ທ່ານຄຳມູນ ວິພົງໄຊ ລັດ ຖະມົນຕີຊ່ວຍວ່າການກະຊວງພາຍໃນຊີ້ແຈງວ່າ:ກ່ອນປີ
1994 ເຂດດັ່ງກ່າວມີຄວາມທຸລະກັນ ດານ, ທຸກຍາກຫລ້າຫລັງ ແລະ ເສດຖະກິດ-ສັງຄົມບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ
ໂດຍສະເພາະຖະໜົນຫົນທາງອອກສູ່ບັນດາເມືອງ ຮອດລະດູຝົນຖືກຕັດຂາດ, ລະບົບຊົນລະປະທານ,ເນື້ອທີ່ການຜະລິດມີຈຳກັດ,
ໄຟ ຟ້ານ້ຳປະປາ ແລະ ການສື່ສານ ບໍ່ມີ, ໂຮງຮຽນ, ສຸກສາລາບໍ່ ພຽງພໍ. ມາເຖິງກາງປີ
1994 ເຂດດັ່ງກ່າວຈຶ່ງໄດ້ການສ້າງຕັ້ງເປັນເຂດພິເສດ ໄຊສົມບູນທີ່ປະ ກອບດ້ວຍເມືອງໄຊສົມບູນ,
ເມືອງພູນ, ເມືອງທ່າໂທມ, ເມືອງຮົ່ມ ແລະ ເມືອງລ້ອງຊານ. ຜ່ານມາໄລຍະໜຶ່ງເຫັນວ່າເຂດດັ່ງກ່າວໄດ້ຮັບການພັດທະ
ນາດ້ານເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ ແລະ ຖືກທິດທາງ. ດັ່ງ ນັ້ນ, ລັດຖະບານຈຶ່ງມີການຊັບ
ຊ້ອນຄືນ
ໃໝ່ດ້ວຍການມອບ-ໂອນບັນເມືອງໃຫ້ແຂວງໃກ້ຄຽງ ແລະ ສິ້ນສຸດການເປັນເຂດພິເສດໃນປີ
2006. ດ້ວຍວັດຖຸປະ ສົງ ແລະ ອຸດົມການຂອງພັກ ເພື່ອນຳພາປວງຊົນລາວທັງຊາດດຳເນີນພາລະກິດປ່ຽນແປງໃໝ່,
ສືບຕໍ່ນຳພາປະເທດກ້າວຂຶ້ນສູ່ຄວາມມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຮັ່ງມີຜາສຸກ,
ສັງຄົມມີຄວາມຈະ ເລີນສີວິໄລເປັນກ້າວໆ
ຈຶ່ງມີຄວາມຈຳເປັນຕ້ອງໄດ້ຮັບການພັດທະນາໃຫ້ສອດຄ່ອງ.
ແຂວງໄຊສົມບູນ, ນອນຢູ່ໃນໃຈກາງຂອງປະເທດ
ທີ່ມີຄວາມເໝາະສົມແກ່ການປົກຄອງ, ມີຄວາມໝາຍດ້ານຍຸດທະສາດ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກ,
ມີຄວາມອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດ, ມີແຫລ່ງທ່ອງທ່ຽວ ທາງປະຫວັດສາດ,
ທຳມະຊາດ ແລະ ວັດທະນະທຳ, ປ່າໄມ້ຍັງປົກຫຸ້ມເປັນສ່ວນໃຫຍ່, ອາກາດເຢັນສະບາຍເໝາະກັບການລ້ຽງ
ສັດໃຫຍ່ ແລະ ສ້າງເປັນເຂດທ່ອງທ່ຽວໃຈກາງທີ່ມີນະຄອນ ຫລວງວຽງຈັນ-ບໍລິຄຳໄຊ-ຊຽງ
ຂວາງ-ຫລວງພະບາງ ແລະ ແຂວງວຽງຈັນຕັ້ງຢູ່ອ້ອມຮອບ. ສຳລັບເມືອງອະນຸວົງມີ 19 ບ້ານ,
2.998 ຄອບຄົວ, ພົນລະເມືອງ 22.024 ຄົນ, ເມືອງລ້ອງແຈ້ງ 13 ບ້ານ, ມີ 1.370 ຄອບ ຄົວ,
ພົນລະເມືອງ 8.224 ຄົນ,ເມືອງທ່າໂທມ 25 ບ້ານ, ມີ 2.893 ຄອບຄົວ, ພົນລະເມືອງ
17.575 ຄົນ, ເມືອງຮົ່ມ 13 ບ້ານ, ມີ 1.417 ຄອບຄົວ, ພົນລະເມືອງ 10.521 ແລະ ເມືອງລ້ອງຊານ
21 ບ້ານ, ມີ 3.387 ຄອບຄົວ, ພົນລະເມືອງ 23.457 ຄົນ.
No comments:
Post a Comment