Ad

Ad

20 December 2013

ທະນາຄານ​ຈະ​ຄວບຄຸມ​ບໍ່​ໃຫ້​ອັດຕາ​ແລກປ່ຽນເໜັງ​ຕີງ​ແຮງ



       ທະນາຄານ​ແຫ່ງ ສປປ ລາວ ຄາດ​ຄະ​ເນ​ວ່າ: ​ໃນ​ສົກ​ປີນີ້ ​ເສດ ຖະກິດ​ຂອງ​ໂລກ​ຍັງ​ມີ​ການ​ຜັນ​ຜວນ​, ລາຄາ​ນ້ຳມັນ, ຄຳ, ສະບຽງ​ອາຫານ ​ລວມ​ໄປ​ເຖິງ​ອັດຕາ​ແລກປ່ຽນ ອາດ​ມີ​ການ​ເໜັງ​ຕີງ​ແຮງ. ສຳລັບ​ທະນາຄານ​ແຫ່ງ ສປປ ລາວ ຈະ​ຄວບ​ຄຸມ​ບໍ່​ໃຫ້​ອັດຕາ​ແລກປ່ຽນ​ພາຍ​ໃນ​ປະ​ເທດ​ເໜັງ​ຕີງ​ແຮງ ດ້ວຍ​ການ​ນຳ​ໃຊ້​ເຄື່ອງມື​ນະ​ໂຍບາຍ​ເງິນຕາ​ໃຫ້​ແທດ​ເໝາະ​ກັບ​ສະພາບ ​ແລະ ວິທະຍາສາດ​ຫລາຍ​ຂຶ້ນ, ປັບປຸງ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້, ຈຳກັດ​ໜີ້ສິນ​ຂອງ​ລະບົບ​ທະນາຄານ​ໃຫ້​ໜ້ອຍ​ລົງ ​ແລະ ສຳຄັນ​ສືບຕໍ່​ນຳ​ໃຊ້​ນະ​ໂຍບາຍ​ອັດຕາ​ແລກປ່ຽນ​ຕາມ​ກົນ​ໄກ​ຕະ ຫລາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ແນ​ໃສ່​ຮັກສາ​ອັດຕາ​ແລກປ່ຽນ​ໃຫ້​ມີ​ຄວາມ​ສະຫງົບ ​ເຮັດ​ໃຫ້​ຄວາມ​ແຕກ​ຕ່າງ​ອັດຕາ​ແລກ ປ່ຽນ​ທະນາຄານ ​ແລະ ຕະຫລາດ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ ດ້ວຍ​ການ​ນຳ​ໃຊ້​ມາດ​ຕະການ​ແຊກ​ແຊງ​ເມື່ອ​ມີ​ຄວາມ​ຈຳ​ເປັນ.

       ທະນາຄານ​ແຫ່ງ ສປປ ລາວ ​ໃຫ້​ຮູ້​ວ່າ: ​ໃນ​ສົກ​ປີຜ່ານມາ, ອັດ ຕາ​ແລກປ່ຽນ​ຂ້ອນ​ຂ້າງ​ເໜັງ​ຕີງ​ແຮງ, ​ເງິນ​ກີບ​​ແຂງ​ຄ່າ​ສະ​ເລ່ຍ 0,62% ທຽບ​ກັບ​ເງິນ​ໂດ​ລາ​ສະ ຫະລັດ ​ແລະ ​ແຂງ​ຄ່າ 2,12% ທຽບ​ກັບ​ເງິນ​ບາດ​​ໄທ, ສ່ວນ​ອັດ ຕາ​ແລກປ່ຽນ​ແຕ່​ເດືອນ​ກໍລະກົດ​ຫາ​ເດືອນ​ກັນຍາ 2013 ກໍ​ມີ​ສະພາບ​ຄວາມ​ແຕກ​ຕ່າງ​ອັດຕາ​ແລກປ່ຽນ​ທະນາຄານ ​ແລະ ຕະຫລາດ​ຈາກ 0,07% ມາ​ເປັນ 3,3% ສຳລັບ​ເງິນ​ກີບ ທຽບ​ໃສ່​ເງິນ​ໂດ​ລາ​ສະຫະລັດ ​ແລະ ຈາກ 0,46% ມາ​ເປັນ 4,2% ສຳລັບ​ເງິນ​ກີບ​ທຽບ​ໃສ່​ເງິນ​ບາດ. ຈາກ​ສະ ພາບ​ດັ່ງກ່າວ​ມີ​ສາ​ເຫດ​ມາ​ຈາກ​ການ​ປະຕິບັດ​ມາດ​ຕະການ​ຄຸ້ມ​ຄອງ​ເງິນ ​ແລະ ຄວາມ​ບໍ່​ຄ່ອງ​ຕົວ​ຂອງ​ເງິນຕາ​ຕ່າງປະ​ເທດ ດ້ວຍ​ການ​ຢຸດຕິ​ການ​ປ່ອຍ​ສິນ​ເຊື່ອ​ແກ່​ໂຄງການ​ກໍ່ສ້າງ​ພື້ນຖານ ​ແລະ ຫ້າມ​ທະນາຄານທຸລະ​ກິດ​ປ່ອຍ​ເງິນ​ກູ້​ເປັນ​ເງິນຕາ​ຕ່າງປະ​ເທດ​ແກ່​ໂຄງການ​ທີ່​ບໍ່​ສ້າງ​ລາຍ​ຮັບ​ເປັນ​ເງິນຕາ​ຕ່າງປະ​ເທດ.

No comments:

Post a Comment