Ad

Ad

20 December 2013

ກະຊວງອຸດສາຫະກຳ ແລະ ການຄ້າຊີ້ແຈງບັນຫາການນຳເຂົ້າລົດ



      ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຊີ້​ແຈງ​ກ່ຽວ​ກັບ​ການ​ປ່ອຍ​ໃຫ້​ມີ​ການ​ນຳ​ເຂົ້າລົດ​ເປັນ​ຈຳນວນ​ຫລາຍ​ໃນ​ໄລຍະ​ຜ່ານ​ມາ, ພາຍຫລັງ​ສັງຄົມ​ໃຫ້​ຄວາມ​ສົນ​ໃຈ​ວ່າ: ບັນຫາ​ດັ່ງກ່າວ​ພາ​ໃຫ້​ເກີດ​ສະພາບ​ລົດ​ຕິດ​ແອ​ອັດ​ໃນ​ຕົວ​ເມືອງ.
          ກະຊວງ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ປັດຈຸບັນ ບັນຫາ​ທີ່​ພົ້ນ​ເດັ່ນ​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ສັງຄົມ​ແມ່ນ​ການ​ນຳ​ເຂົ້າ ​ແລະ ຈຳໜ່າຍ​ລົດ​ຂອງ​ບັນດາ​ບໍລິສັດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ​ເຊິ່ງ​ໃນ​ນັ້ນລວມມີ​ທັງ​ການ​ນຳ​ເຂົ້າລົດ​ທີ່​ຖືກຕ້ອງ ​ແລະ ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ, ການ​ຫລັ່ງ​ໄຫລ​ເຂົ້າມາ​ຢ່າງ​ຫລວງຫລາຍ​ຂອງ​ຍານພາຫະນະ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການ​ເຄື່ອນ​ໄຫວ ​ແລະ ດຳລົງ​ຊີວິດ​ຂອງ​ປະຊາຊົນ​ໃນ​ຕົວ​ເມືອງ​ຫລາຍ​ພໍ​ສົມຄວນ ​ເປັນຕົ້ນສະ ພາບ​ການ​ສັນຈອນ​ທີ່​ບໍ່​ຄ່ອງ​ຕົວ (ລົດ​ຕິດ), ສຽງ​ເນືອງ​ນັນ, ອຸປະຕິ​ເຫດ ​
ແລະ ອື່ນໆ​ ທັງ​ໝົດ​ນີ້ບໍ່​ພຽງ​ແຕ່​​ແມ່ນເກີດ​ຈາກ​ສາ​ເຫດ​ຂອງ​ການ​ປ່ອຍ​ໃຫ້​ມີ​ການ​ນຳ​ເຂົ້າ ຫລາຍ​ເກີນ​ໄປ ດັ່ງ​ທີ່​ສັງຄົມ​ເຂົ້າ​ໃຈ, ​ແຕ່​ມັນ​ພົວພັນ​ເຖິງ​ການ​ກວດ ກາ, ການຈັດຕັ້ງປະຕິບັດ​ກົດ​ລະ ບຽບ​ການ​ຈະລາຈອນ​ບໍ່​ທົ່ວ​ເຖິງ, ການຈັດ​ສັນ​ເສັ້ນທາງ​ສຳລັບ​ການ​ສັນຈອນ​ໄປ-ມາ​ທີ່​ບໍ່​ເປັນ​ລະບົບ ລວມ​ເຖິງ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າພາຫະນະ​ທີ່​ບໍ່​ປະຕິບັດ​ຕາມ​ລະບຽບ​ການ​ທີ່​ມີ​ຢູ່. ການ​ນຳ​ເຂົ້າ ລົດ​ມີ​ລັກສະນະ​ເພີ່ມ​ຂຶ້ນທຸກ​ປີ ຈາກ 1,1 ລ້ານ​ກວ່າ​ຄັນ ​ໃນ​ປີ 2011 ​ເພີ່ມ​ຂຶ້ນ 12% ​ໃນ​ສົກ​ປີ 2012 ​ແລະ 5% (6 ​ເດືອນ​ຕົ້ນປີ 2013 ຈຳ ນວນ​ລົດ​ທີ່​ຂຶ້ນທະບຽນ​ທັງ​ໝົດ​ມີ 1,3 ລ້ານ​ກວ່າ​ຄັນ), ​ໃນ​ນັ້ນ ​79% ​ແມ່ນ​ລົດຈັກ. ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ມີ​ການ​ນຳ​ເຂົ້າທີ່​ເພີ່ມ​ຂຶ້ນທຸກ​ປີ ​ແມ່ນ​ມາ​ຈາກ​ການ​ຂະຫຍາຍຕົວ​ດ້ານ​ເສດຖະກິດ, ຄວາມ​ຕ້ອງການ​ລົດ​ເພື່ອ​ຮັບ​ໃຊ້​ໃນ​ການ​ຂົນ​ສົ່ງ​ສິນຄ້າ, ການ​ຜະ ລິດ ​ແລະ ການ​ຄ້າຂາຍ​ຍ່ອຍ​ແບບ​ເຄື່ອນ​ທີ່​ເພີ່ມ​ຂຶ້ນ ອັນ​ທີ່​ເຫັນ​ໄດ້​ຊັດ​ເຈນ​ແມ່ນ​ລົດ​ບັນທຸກ 1-2,5 ​ໂຕນ ທີ່​ເລາະ ຫລື ຈອດ​ຂາຍ​ສິນຄ້າ​ຕາມ​ແຄມ​ທາງ ​ແລະ ຢູ່​ຕາມ​ຊົນ ນະບົດ. ນອກຈາກ​ນັ້ນ ປະຊາຊົນ​ທີ່​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນກໍ​ຢາກ​ຊົມ​ໃຊ້​ລົດ​ເຂົ້າ​ໃນ​ວຽກ​ງານ​ປະຈຳ​ວັນ, ສ້າງ​ຄວາມ​ສະດວກ​ສະບາຍ​ໃຫ້​ແກ່​ຕົນ​ເອງ ​ແລະ ຄອບຄົວ.
       ກະຊວງ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າພາ ຫະນະ​ແມ່ນ​ພົວພັນ​ເຖິງ​ຫລາຍ​ກະຊວງ​ກ່ຽວຂ້ອງ, ​ແຕ່​ການຈັດ ຕັ້ງປະຕິບັດ​ຜ່ານ​ມາ​ເຫັນ​ວ່າ​ບາງ​ຂະ​ແໜງ​ການ​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ໃນ​ການຈັດຕັ້ງປະຕິບັດ​ລະບຽບ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າຢ່າງ​ເຂັ້ມງວດ, ຍັງ​ມີ​ປາກົດການ​ໃນ​ການ​ອະນຸມັດ​ໃຫ້​ບັນດາ​ບໍລິສັດ, ບຸກຄົນ ​ຫລື ນິຕິບຸກຄົນ​ທີ່​ບໍ່​ມີ​ມາດ ຖານ​ເງື່ອນ​ໄຂ​ຄົບ​ຖ້ວນ​ໃນ​ການ​ນຳ​ເຂົ້າ ​ແລະ ຈຳໜ່າຍ, ມີ​ການ​ອອກ​ໃບຢັ້ງຢືນ​ເຕັກນິກ​ທີ່​ບໍ່​ຖືກ ຕ້ອງ​ກັບ​ສະພາບ​ລົດ​ຕົວ​ຈິງ​ເຊັ່ນ: ການ​ຫ້າມ​ລົດ​ທີ່​ມີ​ຄວາມ​ແຮງ​ເກີນ 250 ຊີ​ຊີ, ​ແຕ່​ໃນ​ຕົວ​ຈິງ​ຍັງ​ເຫັນ​ແລ່ນ​ຕາມ​ທ້ອງ​ຖະໜົນ ​ແລະ ການ​ແຈ້ງ​ເສຍ​ພາສີ​ຕ່ຳ​ກວ່າລາ ຄາຕົວຈິງ. ຕົວຢ່າງລົດກະບະລາ ຄາໂຮງງານ 15 ພັນໂດລາສະ ຫະລັດ ແຕ່ແຈ້ງເສຍພາສີພຽງ ແຕ່ 7.200 ໂດລາສະຫະລັດ.
     ພາຍຫລັງ ສປປ ລາວ ໄດ້ຖືກຮັບຮອງເຂົ້າເປັນສະມາຊິກອົງການການຄ້າໂລກການຫ້າມນຳເຂົ້າແມ່ນບໍ່ສາມາດຫ້າມໄດ້, ແຕ່ຖ້າຕ້ອງການຫລຸດຜ່ອນການນຳເຂົ້າລົດສາມາດສ້າງມາດຕະ ການອື່ນໄດ້ເຊັ່ນ: ແຕ່ລະຂະແໜງ ການເປັນເຈົ້າການ ປະຕິ ບັດລະບຽບການທີ່ວາງອອກຢ່າງເຂັ້ມງວດເຊັ່ນ: ການຄຸ້ມຄອງການນຳເຂົ້າ, ການກວດກາສະພາບເຕັກນິກ, ການເກັບພາສີ-ອາກອນ, ການຈຳໜ່າຍ ແລະ ອື່ນໆ; ເຫັນຄວນນຳໃຊ້ລາຄາພາຫະນະຕົວຈິງໃນການແຈ້ງເສຍພາສີ-ອາກອນເວລານຳເຂົ້າ ເພື່ອເຮັດໃຫ້ ການ ເກັບລາຍຮັບເຂົ້າງົບປະ ມານ ໄດ້ຮັບປະສິດທິຜົນສູງກວ່າ ເກົ່າ ແລະ ຈະເຮັດໃຫ້ຫລຸດຜ່ອນ ການນຳເຂົ້າ ລົດ; ການປັບປຸງ ລະບົບຂົນສົ່ງໃຫ້ແກ່ສາທາລະນະ ຫລາຍຂຶ້ນເຊັ່ນ: ລົດເມ ແລະ ລະ ດົມໃຫ້ນັກລົງທຶນ ພາຍໃນ ແລະ ຕ່າງປະເທດມາລົງທຶນໃສ່ບໍລິ ການຂົນສົ່ງມວນຊົນຢ່າງກວ້າງ ຂວາງ ແລະ ທົ່ວເຖິງ; ປັບປຸງ ລະ ບົບການສັນຈອນ ແລະ ລະບົບ ການຈອດລົດ, ປັດຈຸບັນຂະແໜງ ໂຍທາທິການ ແລະ ຂົນສົ່ງ ແລະ ຕຳຫລວດຈະລາຈອນພວມທົດ ລອງຢ່າງເຂັ້ມ ງວດຕໍ່ບັນຫານີ້ ເພື່ອຫລຸດຜ່ອນຄວາມແອອັດ ຕາມທ້ອງຖະໜົນ; ສືບຕໍ່ປະຕິບັດ ຂໍ້ຕົກລົງຂອງນາຍົກລັດຖະມົນຕີສະບັບ ເລກທີ 78/ນຍ ວ່າດ້ວຍ ການຢຸດຕິການນຳເຂົ້າລົດມືສອງ ແລະ ການຢຸດຕິໃຫ້ນະໂຍບາຍ ຫລຸດຜ່ອນພາສີ-ອາກອນສຳລັບ ການນຳເຂົ້າລົດ Hybrid, ລົດ​ທີ່​ແລ່ນ​ດ້ວຍ​ອາຍ​ແກັສ NGV, LPG ​ແລະ ນ້ຳມັນ​ເຊື້ອ​ໄຟ.

No comments:

Post a Comment