Ad

Ad

20 December 2013

ກອງປະຊຸມຂົນສົ່ງອາຊຽນຄັ້ງທີ 19 ເນັ້ນແກ້ໄຂຫລຸດໂຕນ ແລະ ເຊື່ອມຈອດດ້ານການຂົນສົ່ງ



        ກອງ​ປະຊຸມ​ລັດຖະມົນຕີ​ຂົນ​ສົ່ງ​ອາ​ຊຽນ ຄັ້ງທີ 19 ​ໄດ້​ໄຂ​ຂຶ້ນ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 19- 20 ທັນວາ​ນີ້, ຢູ່​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ ສປປ ລາວ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ ລັດຖະມົນຕີ​ແຫ່ງ ສປປ ລາວ, ມີ​ບັນດາ​ລັດຖະມົນຕີ​ຮັບຜິດຊອບ​ວຽກ​ງານ​ຂົນ​ສົ່ງ​ປະ​ເທດ​ສະມາ ຊິກ​ອາ​ຊຽນ​ເຂົ້າຮ່ວມ ​ໂດຍ​ກອງ​ປະຊຸມ​ຄັ້ງນີ້ ​ແນ​ໃສ່​ການ​ຫລຸ​ດ ຜ່ອນ​ຄວາມ​ແຕກ​ໂຕນດ້ານ​ການ​ຂົນ​ສົ່ງ ​ແລະ ​ໃຫ້​ລະບົບ​ການ​ຂົນ​ສົ່ງ​ສາມາດ​ເຊື່ອມ​ຈອດ​ໃນ​ອາ​ຊຽນ ​ແລະ ພາກພື້ນ​ໃນຕໍ່ໜ້າ.
     ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ໃຫ້​ກຽດ​ຂຶ້ນ ກ່າວ​ໄຂກອງ​ປະຊຸມ​ວ່າ: ​ເພື່ອ​ຫັນ​ເອົາ​ຈຸດ​ພິ​ເສດ​ທາງ​ດ້ານ​ທີ່​ຕັ້ງ
ພູມ​ສາດ ອັນ​ເປັນ​ທ່າ​ແຮງ​ໃຫ້​ກາຍ​ເປັນ​ກາລະ​ໂອກາດ​ທີ່​ເອື້ອ ອຳນວຍ​ໃຫ້​ແກ່​ການ​ພັດທະນາ​ໂດຍ​ລວມຂອງ​ປະ​ເທດ, ຕະ ຫລອດ​ໄລຍະ​ຜ່ານ​ມາ ລັດຖະ ບານໄດ້​ກຳນົດ​ທິດ​ທາງ​ເພື່ອ​ຫັນ ສປປ ລາວ ​ເປັນ​ປະ​ເທດ​ບໍລິການ​ທາງ​ຜ່ານ​ຂອງ​ອະນຸ​ພາກພື້ນ​ເຂົ້າ​ໃນ​ແຜນ​ຍຸດ​ທະ​ສາດ​ການ​ພັດທະ ນາ​ຂອງ​ຕົນ​ຮອດ​ປີ 2020, ​ໃນ​ນັ້ນ ວຽກ​ງານ​ການ​ເຊື່ອມ​ຈອດ​ອາ​ຊຽນຖື​ວ່າ​ເປັນວຽກ​ບູລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ ສປປ ລາວ ກັບ​ພາກພື້ນ ​ແລະ ສາ ກົນ. ລັດຖະບານ​ຍາມ​ໃດ​ກໍ​ຖື​ເອົາ​ການ​ຄົມມະນາຄົມ​ຂົນ​ສົ່ງ​ເປັນ​ປາຍ​ແຫລມ​ຂອງ​ເສດຖະກິດ​ແຫ່ງ​ຊາດ ​ໂດຍ​ໄດ້​ຂຸດ​ຄົ້ນນຳ​ໃຊ້​ທຶນ ຮອນ​ອັນ​ຫລວງ ຫລາຍ ທັງ​ພາຍ​ໃນ ​ແລະ ຈາກ​ການ​ຊ່ວຍ​ເຫລືອ​ສະໜັບສະໜູນ​ຈາກ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ສາກົນ ​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທາງ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ​ຂອງ​ປະ​ເທດ​ຢ່າງ​ຕັ້ງໜ້າ ​ເພື່ອ​ສົ່ງ​ເສີມ​ການ​ໄປມາຫາສູ່, ການທ່ອງ ທ່ຽວ, ການ​ຄ້າ ​ແລະ ການ​ດຶງ​ດູດ​ການ​ລົງທຶນ​ຢູ່​ພາຍ​ໃນ​ບັນດາ​ປະ​ເທດ​ອາ​ຊຽນກໍ​ຄື​ການ​ເຊື່ອມ​ໂຍງ​ພາກພື້ນ ​ແລະ ສາກົນ.
    ທ່ານ​ນາຍົກລັດຖະມົນຕີ ກ່າວ​ຕື່ມ​ວ່າ: ​ໄປ​ພ້ອມ​ກັບ​ການ​ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ​ໃຫ້​ແກ່​ການ​ຄົມມະນາຄົມ​ຂົນ​ສົ່ງ​ທາງບົກ, ທາງນ້ຳ, ທາງ​ອາກາດ ​ແລະ ທາງ​ລົດ​ໄຟ ​ໂດຍ​ສະ​ເພາະ​ໄດ້​ກໍ່ສ້າງ​ຍົກ​ລະດັບ​ບັນດາ​ເສັ້ນ ທາງ​ອາ​ຊຽນທີ່​ຜ່ານ​ລາວ, ພັດທະ ນາ​ບັນດາ​ສະໜາມ​ບິນ ​ແລະ ອື່ນໆ​, ​ແຕ່​ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ ຍັງ​ມີ​ຫລາຍ​ອັນ​ທີ່​ຍັງ​ເປັນ​ສິ່ງ​ທ້າ​ທາຍ ​ໂດຍ​ສະ​ເພາະ​ທຶນຮອນ​ທີ່​ມີ​ຈຳກັດ, ​ແຕ່​ຄວາມ​ຕ້ອງການ​ພັດທະນາ​ພັດ​ສູງ.ນອກ​ ນັ້ນການ​ບູລະນະ​ຮັກສາ​ພື້ນຖານ​ໂຄງ​ລ່າງ​ທີ່​ມີ​ແລ້ວ​ໃຫ້​ນຳ​ໃຊ້​ໄດ້​ຍາວ​ນານ, ການ​ແກ້​ໄຂ​ຜົນ​ກະທົບ​ຈາກ​ທຳ​ມະ​ຊາດ ​ແລະ ​ໄພພິບັດ​ຕ່າງໆ ກໍ​ລ້ວນ​ແຕ່​ມີ​ຄວາມ​ຮຽກ ຮ້ອງ​ຕ້ອງການ​ທຶນຮອນ​ເປັນ​ຈຳ ນວນ​ຫລາຍ. ສະນັ້ນ ​ເພື່ອ​ເຊື່ອມ​ຈອດ​ອາ​ຊຽນ​ໃຫ້​ເປັນ​ຮູບ​ປະ​ທຳ ມັນ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ຮ່ວມ​ກັນ​ຄົ້ນຄວ້າ​ຊອກ​ຫາ​ວິທີ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ດັ່ງກ່າວ​ຢ່າງ​ມີ​ປະ ສິດທິ​ຜົນ. ປັດຈຸບັນ ລັດຖະບານ​ພວມ​ກະກຽມ​ລິ​ເລີ່​ມຮູບ​ແບບ​ສົ່ງ​ເສີມ​ການ​ລົງທຶນ​ຮ່ວມ​ກັນ​ລະ ຫວ່າງ​ພາກ​ລັດ ​ແລະ ພາກ​ທຸລະ​ກິດ​ເຂົ້າ​ໃນ​ການ​ກໍ່ສ້າງ ​ແລະ ຍົກ​ລະດັບ​ບາງ​ເສັ້ນທາງ ​ເຊິ່ງ​ເຫັນ​ວ່າ​ເປັນ​ທາງ​ເລືອກ​ທີ່​ດີ ​ແລະ ​ເຊື່ອ​ວ່າ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຄັ້ງນີ້ຈະ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ສົ່ງ​ເສີມ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ຢ່າງ​ຕັ້ງໜ້າ​ໃຫ້ການ​ພັດທະນາ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ​ບໍ່​ໃຫ້​ຫລຸດ​ໂຕນ​ກັນ ​ແລະ ການ​ເຊື່ອມ​ຈອດ​ອາ​ຊຽນ​ໃຫ້​ມີ​ຄວາມ​ສະດວກ​ວ່ອງ​ໄວ​ປອດ​ໄພ ​ແລະ ທັນ​ສະ​ໄໝ​ຂຶ້ນອີກ​ລະດັບ​ໜຶ່ງ​.
         ໃນ​ໂອກາດ​ນີ້, ທ່ານ ດຣ. ສອນ​ໄຊ ສີ​ພັນ​ດອນ ​ເຈົ້າ​ແຂວງ​ຈຳປາ​ສັກ ກ່າວ​ວ່າ: ​ແຂວງ​ຈຳ ປາ​ສັກ​ມີ​ພື້ນຖານ​ໂຄງ​ລ່າງ​ເສດ ຖະກິດ-ສັງຄົມ​ທີ່​ໄດ້​ຮັບ​ການ​ກໍ່ ສ້າງ​ເປັນ​ລະບົບ​ໃນ​ແຕ່ລະ​ຂະ​ແໜງ​ການ, ມີ​ຊັບພະຍາກອນ​ທຳ​ມະ​ຊາດ​ອັນ​ອຸດົມສົມບູນ, ມີ​ແຫ​ລ່ງນ້ຳຫລາຍ​ສາຍ ສາມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ອ່າງ​ເກັບ​ນ້ຳຜະລິດ​ກະ​ແສ​ໄຟຟ້າ​ນ້ຳຕົກ, ການ​ຜະລິດ​ກະສິກຳ​ສະອາດ ​ແລະ ​ເສັ້ນທາງ​ຄົມມະນາຄົມ​ທາງບົກ, ທາງ​ອາກາດ ​ເຊື່ອມ​ຈອດ​ກັບປະ​ເທດ​ໃກ້​ຄຽງ ຄື​ຫວຽດນາມ, ​ໄທ ​ແລະ ກຳປູ​ເຈຍ, ມີ​ດ່ານ​ສາກົນ 3 ​ແຫ່ງ ຄື​ດ່ານ​ສາກົນ​ວັງ​ເຕົ່າ, ດ່ານ​ໜອງ​ນົກ ຂຽນ ​ແລະ ດ່ານ​ສາກົນ​ສະໜາມ​ບິນ​ສາກົນ​ປາກ​ເຊ ​ເຊິ່ງ​ເປັນ​ທ່າ​ແຮງ​ສຳຄັນ​ຕໍ່​ການ​ເຊື່ອມ​ໂຍງ​ກັບ​ສາກົນ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ.

No comments:

Post a Comment