Ad

Ad

30 December 2013

ສຳ​ເລັດ​ການ​ເຝິກອົບ​ຮ​ົມຂ່າວ​ໃຫ້​​ສື່ມວນ​ຊົນລາວ​



          ຊຸດ​ຝຶກ​ອົບຮົມ​​ໃຫ້​ສື່​ມວນ​ຊົນ​ລາວ ພາຍ​ໃຕ້​ຫົວ​ຂໍ້​:  ” ທັກ​ສະ​ໃນ​ການ​ເກັບ​ກຳ​ ​ແລະ ​ແກ້​ໄຂຂໍ້​ມູນ​ຂ່າວສານ​ໃນ​ບັນດາ​ເຫດການ​ໃຫຍ່ ”, ​ໄດ້ສຳ​ເລັດ​ລົງ, ​ພາຍຫຼັງ​ດຳ​ເນີນ ໄປ​ເປັນ​ເວລາ 5 ວັນ, ​​ແຕ່​ວັນ​ທີ 23-27 ທັນວາ 2013,  ​ເພື່ອ ແນ່​ໃສ່​ການ​ພັດທະນາ​ບຸກຄະ​ລະ​ກອນສື່​ມວນ​ຊົນລາວ​ໃຫ້​ມີ​ຄວາມ​ກ້າວໜ້າ ​ແລະ ນຳ​ໃຊ້​ຫຼັກການ​ຂອງ​ສື່​ມວນ​ຊົນ​ໃຫ້​ຖືກຕ້ອງການ, ມີ​ທັກ​ສະ​ໃນ​ການ​ເກັບ​ກຳ​ຂໍ້​ມູນ​ສານໃຫ້ວ່ອງ​ໄວ,  ທັນ​ກັບ​ສະຖາ ນະ​ການ ແລະ ສະ​ເໜີ​ຂ່າວ​​ໃຫ້​ຖືກຕ້ອງ​ຕາມ​ຄວາມ​ຈິງເຊິ່ງພິທີປິດຊຸດອົບຮົມດັ່ງກ່າວ ມີຂຶ້ນຢູ່​ສະ​ຖາ​ບັນ​ສື່​ມວນ​ຊົນ ແລະ ວັດທະນະ​ທຳ, ນະຄອນຫຼວງ​ວຽງ​ຈັນ, ​ ໂດຍການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສະຫວັນຄອນ ຣາຊະ​ມົນຕຼີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນາ​ທຳ ​ແລະ ທ່ອງ​ທ່ຽວ, ທ່ານ ໂດ ກຸຍ ດ່ວານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ  ສ.ສ ຫວຽດນາມ ​​ແລະ ພ້ອມ​ດ້ວຍຄູ​ອາຈານ  ​ແລະ ນັກ​ສຳ​ມະ​ນາ​ເຂົ້າ​ຮ່ວມ​ 31 ຄົນ (ຍິງ 11 ຄົນ).

           ທ່ານ ສະຫວັນ​ຄອນ ຣາຊະ​ມົນຕຼີ ກ່າ​ວວ່າ: ຂໍ​ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ​ຕໍ່​ຜົນສຳ​ເລັດ​ຂອງ​ການ​ເຝິກ​ອົບຮົມ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ ແລະ ຂໍຂອບ​ໃຈມາ​ຍັງ​ ທ່ານ ໂດ​ ກຸຍ ດ່ວານ ເຊິ່ງ​ເປັນ​ຜູ້​ຊີ້​ນຳນຳພາເຂົ້າ​ຮ່ວມ​ໂດຍ​ກົງ ​ແລະ ​ທ່ານ ອາຈານ​ທັງ​ໝົດ​ທີ່​ໄດ້ຖ່າຍ​ຖອດ​ຄວາມ​ຮູ້​ໃຫ້​ສື່​ມວນ​ຊົນ​ລາວ​ ​ແລະ ຫວັງ​ວ່າ​ຈະສືບຕໍ່ແບ່ງປັນ​ຄວາມ​ຮູ້, ວິຊາ​ໃຫ້​ແກ່​ສື່​ມວນ​ຊົນ​ລາວ​ໃນ​ໂອກາດ​ຕໍ່ໜ້າ.
           ການ​ຝືກອົບຮົມ​ໃນ​ຄັ້ງ​ນີ້ ແມ່ນ​​ໄດ້​ຮັບ​ການຊ່ວຍ​ເຫຼືອສະໜັບສະໜູນຈາກ​​ລັດຖະບານ​ຫວຽດນາມ ​ໂດຍ​ສະ​ເພາະ​ແມ່ນ​ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານແຫ່ງ ສ.ສ ຫວຽດນາມ, ການ​ຊ່ວຍ​ເຫຼືອ​ດັ່ງກ່າວ​ແມ່ນ​ການ​ຕອບ​ສະໜອງ​ຕາມ​ຈິດ​ໃຈ​ການ​ນຳ​ຂັ້ນ​ສູງ​ຂອງສອງ​ພັກສອງ​ລັດ​ຂອງ​ປະຊາຊົນ​ລາວ-ຫວຽດນາມ ຂອງ​ພວກ​ເຮົາ.

No comments:

Post a Comment