Ad

Ad

30 December 2013

ລະດົມທຶນຈັດຂະບວນຄາຣາວານສູ່ຖິ່ນກຳເນີດຂອງກອງທັບປະຊາຊົນລາວ



             ວັນທີ 27 ທັນວານີ້ກະຊວງຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ຮ່ວມກັບກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບໄດ້ ຈັດພິທີ ຖະແຫຼ່ງຂ່າວລະດົມທຶນການຈັດຂະບວນຄາຣາວານ” ສູ່ຖິ່ນກຳເນີດຂອງກອງທົບ ປະຊາຊົນລາວ” ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນໂດຍການເຂົ້າ ຮ່ວມຂອງທ່ານ ສຈ,ດຣ ບໍ່ແສງຄຳ ວົງ ດາລາລັດຖະມົນຕີວ່າການກະຊວງຖະແຫຼ່ງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ພົນຕີ ຈັນສະໝອນ ຈັນທະລາດ, ລັດ ຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ທ່ານ  ພົນຈັດຕະວາ  ກົງທອງ ພົງ ວິຈິດ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ, ພ້ອມດວ້ຍພາກສ່ວນກ່ຽວຂ້ອງ ແລະ ຕົວແທນຈາກບໍລິສັດ, ຫ້າງຮ້ານເຂົ້າຮ່ວມເປັນຈຳນວນຫຼາຍ.

       ທ່ານ ລັດຖະມົນຕີວ່າການກະຊວງຖະແຫ່ງຂ່າວວັດທະນະທຳ  ແລະ ທ່ອງທ່ຽວຖະແຫຼ່ງວ່າ: ໂດຍໄດ້ຮັບການອະນຸມັດ ເຫັນດີຈາກລັດຖະບານ, ຕາມແຈ້ງການຂອງຫ້ອງວ່າການາລັດຖະບານລະບັບເລກທີ 1002/ຫລບ.ຫກ, ລົງວັນທີ 11 ກໍລະກົດ 2013 , ກະຊວງຖະແຫ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນ ຄວາມສະຫງົບຈະຈັດຂະບວນຄາຣາວານ ” ສູ່ຖິ່ນກຳນົດຂອງກອງທັບປະຊາຊົນລາວ” ແຂວງຫົວພັນ,ໂດຍຈະຜ່ານແຂວງບໍລິ ຄຳ ໄຊ  ແລະ ແຂວງຊຽງຂວາງ, ຊຶ່ງຈະມີຂື້ນ ໃນ ວັນທີ 8 -13 ມັງກອນ 2014 ທີ່ຈະມາເຖິງນີ້, ໂດຍມີຈຸດປະສົງ ຄື:  ເພື່ອ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 65 ປີ, ຫວນຄືນມູນເຊື້ອອັນພິລະອາດຫານຂອງປະຊາຊົນລາວ ບັນດາເຜົ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ ແລະ  ບັນດາທ່ານຜູ້ນຳໃນເມື່ອກ່ອນ,  ໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວຂອງບັນດາ ແຂວງພາກເໜືອ, ກໍຄືຕາມເສັ້ນທາງທີ່ຂະບວນຄາຣາວານຜ່ານດັ່ງກ່າວ , ແນ່ໃສ່ການສົ່ງ ເສີມການທ່ອງທ່ຽວພາຍໃນ ແລະ ໂຄສະນາເຜີຍແຜ່ ” ສປ ປລາວ ປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກສຳລັບ ປີ 2013.
        ທ່ານ ລັດຖະມົນຕີວ່າການກະຊວງຖະແຫ່ງຂ່າວກ່າວວ່າ: ເພື່ອຕອບສະໜອງຄຸນງາມຄວາມດີ, ການເສຍສະຫຼະອັນ ໃຫຍ່ຫຼວງ ແລະ ມີກຽດອັນສະຫງ່າຂອງພະນັກງານ, ນົກຮົບໃນກຳລັງປະກອບອາວຸດ, ທີ່ພວມປະຕິບັດໜ້າທີອັນຫຍຸ້ງຍາກ ກັນດານ, ພ້ອມທີ່ຈະອຸທິດຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ທີ່ຢູ່ຕາມເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ, ດັ່ງນັ້ນຂະບວນຄາຣາວານຂອງພວກເຮົາຈະເຕົ້າໂຮມເອົາວັດຖຸປັດໄຈ, ເຄື່ອງໃຊ້ສອຍ, ເຂົ້າສານອາຫານ ແຫ້ງ, ເຄື່ອງນຸ່ງຫົ່ມ, ເຄື່ອງກິລາ, ຢາປົວ ພະຍາດ ແລະ ອື່ນໆ, ເພື່ອນຳໄປມອບໃຫ້ແກ່ກົມກອງດັ່ງກ່າວຕາມເສັ້ນທາງ, ດັ່ງ ນັ້ນຈິ່ງຂໍຮຽກຮ້ອງມາອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ, ຫົວໜ່ວຍທຸລະກິດ, ບໍລິສັດຫ້າງຮ້ານ ແລະ ພໍ່ຄ້າຊາວ ຂາຍ, ຈົ່ງໃຫ້ການສະໜັບສະໜູນປະກອບສ່ວນຊ່ວຍເຫຼືອເພື່ອເປັນຂອງຕ້ອນ, ຂອງຝາກໄປຍັງແນວໜ້າໃນຄັ້ງນີ້  ແລະ ຖ້າ ຫາກທ່ານໃດຫາກຕ້ອງການໃຫ້ການອຸປະຖຳສາມາດແຈ້ງເຈດຈຳນົງ ແລະ ຈັດສົ່ງໃຫ້ອານຸກຳມະການງົບປະມານໂທລະສັບ ທ່ານ ນາງ ແພງຈັນ ແພງ ເມືອງ 020 5561 1497 ແລະ ທ່ານ ນາງ ຄຳໄມ ເພັງພະວັນ 020 22403865 ແລະ ຖ້າຫາກ ທ່ານ ໃດສົນໃຈຈະຮ່ວມເດີນທາງ ໄປກັບຂະບວນຄາ ຣາວານ ສາ ມາດລົງທະບຽນໄດທີ່: ສຳນັກ ງານຕຶກອົງການທ່ອງທ່ຽວ ເກົ່າ ແລະ ສະມາຄົມທຸລະກິດທ່ອງທ່ຽວ, ຖະໝົນລ້ານຊ້າງ, ຊຶ່ງຈະເປັນຮັບສະໝັກໄປຈົນເຖິງວັນທີ 2 ມັງກອນ 2014  ແລະ ຫວັງເປັນຢ່າງຍິ່ງວ່າຈະໄດ້ພ້ອມກັບບັນດາທ່ານເດີນທາງຮ່ວມຂະບວນຄາຣາວານຢ່າງຟົດຟື້ນ.

No comments:

Post a Comment