Ad

Ad

30 December 2013

ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດ ຊຸດທີ VII ອັດລົງດ້ວຍຜົນສຳເລັດສະຫງ່າງາມ



       ກອງ​ປະຊຸມ​ສະ​ໄໝສາມັນ​ ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ໄດ້ອັດ​ລົງ​ດ້ວຍ​ຜົນສຳ​ເລັດ ອັນຈົບງາມໃນຕອນ ບ່າຍ ຂອງ ວັນທີ 27 ທັນວານີ້, ພາຍຫລັງດຳ ເນີນມາເປັນ ເວລາ 15 ວັນ,ໂດຍ ມີທ່ານຈູມ​ມາລີ ໄຊ​ຍະ​ສອນ ເລຂາທິ ການ​ໃຫຍ່​ຄະ ນະບໍລິຫານງານສູນກາງພັກປະທານປະເທດ, ທ່ານ ທອງສິງ ທຳມະວົງ ນາຍົກ ລັດຖະມົນຕີ ແລະ ຄະນະ ລັດຖະບານ, ພ້ອມ ດ້ວຍສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເປັນກຽດເຂົ້າ​ຮ່ວມຢ່າງ ພ້ອມພຽງ.
        ທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມໄດ້ຊົມເຊີຍຕໍ່ລັດ ຖະບານທີ່ໄດ້ຍົກສູງຄວາມຮັບຜິດຊອບສູ້ຊົນເຮັດໃຫ້ເສດຖະກິດ- ສັງຄົມໃນປີ 2013 ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດສາມາດປະຕິບັດດ້ວຍຜົນສຳເລັດທີ່ຄາດໝາຍໄວ້; ການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບ
ດ້ານຕິດພັນກັບວຽກງານສາມສ້າງຢູ່ໃນ 109 ບ້ານ 51 ເມືອງເປົ້າໝາຍ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ເທື່ອລະກ້າວ. ແຕ່ຄຽງຄູ່ກັນນັ້ນ, ກໍຍັງເຫັນວ່າມີຂໍ້ຄົງຄ້າງທີ່ມີລັກສະ ນະແກ່ຍາວບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວເປັນຕົ້ນແມ່ນ: ການປັບປຸງໂຄງສ້າງເສດຖະກິດ, ໂຄງສ້າງການລົງທຶນ, ລວມທັງ ໂຄງປະກອບສິນເຊື່ອຂອງທະນາຄານທີ່ຍັງມີບາງດ້ານບໍ່ທັນໄປຕາມທິດ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງ ຄົມໄລຍະ 5 ປີ ຄັ້ງທີ 7 ຕາມທີ່ໄດ້ກຳນົດໄວ້ໃນ ມະຕິ 9 ຂອງພັກ.ແນວໃດກໍຕາມ, ທີ່ປະຊຸມໄດ້ຮຽກຮ້ອງໃຫ້ລັດຖະບານ ເພີ່ມທະວີການຊີ້ນຳເຮັດໃຫ້ເສດຖະກິດມະຫາພາກມີຄວາມສະຫງົບ ແລະ ໜັກແໜ້ນ, ສຸມໃສ່ແກ້ໄຂບັນຫາຂໍ້ຄົງຄ້າງ, ມີມາດ ຕະການຢ່າງຈິງຈັງ ແລະ ມີຄວາມຕັດສິນໃຈໂຈະບັນດາໂຄງການລົງທຶນທີ່ບໍ່ມີຄວາມຈຳເປັນ, ຖືເປັນບູລິມະສິດຈັດແບ່ງທຶນ ໃສ່ການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫລາຍຂຶ້ນຕິດພັນກັບວຽກສາມສ້າງຢ່າງມີຄຸນນະ ພາບ. ຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງເໝາສົມໂດຍມີການເລືອກເຟັ້ນຕິດພັນກັບການຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ; ສືບຕໍ່ປັບປຸງການບໍລິຫານລັດ, ສະກັດກັ້ນ ແລະ ຕ້ານການຟູມເຟືອຍ, ຕ້ານການສໍ້ລາດບັງ ຫລວງ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍແກ່ການດຳເນີນທຸລະກິດ, ຕາມນະໂຍບາຍ, ລະບຽບກົດໝາຍ, ເປີດກວ້າງ ການຮ່ວມມື ແລະ ການເຊື່ອມໂຍງກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນສາກົນໂດຍສະເພາະກຽມ ຄວາມພ້ອມເຂົ້າເປັນປະຊາຄົມເສດຖະກິດອາຊຽນ.
          ສະພາແຫ່ງຊາດໄດ້ມອບ ໃຫ້ອົງການກວດສອບແຫ່ງລັດສືບຕໍ່ກວດສອບບັນດາຫົວໜ່ວຍທີ່ຍັງເຫລືອຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ທົ່ວເຖິງ, ພາຍຫລັງທີ່ ໄດ້ສຳເລັດການກວດສອບແລ້ວ ກວ່າ 70 ຫົວໜ່ວຍ, ພ້ອມທັງຊຸກຍູ້ອົງການ ກວດກາລັດ ຖະບານ ແລະ ກະຊວງການເງິນ ຕິດຕາມ ກວດກາການແກ້ໄຂຜົນຂອງ ການກວດສອບຢູ່ໃນບັນດາງົບ ປະມານຕາມ 8 ມາດ ຕະການເຮັດໃຫ້ຫົວໜ່ວຍເຂົ້າສູ່ລະບຽບວິໄນການເງິນນັບມື້ດີຂຶ້ນ. ກອງປະຊຸມຍັງເຫັນດີການສ້າງຕັ້ງແຂວງໄຊສົມບູນໃໝ່ ຕາມການສະເໜີຂອງລັດຖະບານ, ແຕ່ໃຫ້ ເອົາໃຈໃສ່ປຸກລະດົມປະຊາຊົນບັນດາເຜົ່າທຸກຂັ້ນໃຫ້ເຂົ້າຮ່ວມຂະບວນການພັດ ທະນາເສດຖະກິດ-ສັງຄົມດ້ວຍຄວາມຕັ້ງໜ້າ, ຮັບປະກັນເຮັດໃຫ້ແຂວງໃໝ່ມີການພັດທະນາຢ່າງວ່ອງໄວ ແລະ ມີຄວາມສະ ຫງົບທຽບທັນກັບການພັດທະນາລວມຂອງປະເທດໃນຕໍ່ໜ້າ.    
       ກອງປະຊຸມໄດ້ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ແລະ ງົບປະມານແຫ່ງລັດ ສົກປີ2012-2013, ຄາດໝາຍແຜນການ ແລະ ມາດຕະການຈັດຕັ້ງປະຕິບັດສົກປີ 2013-2014; ຮັບຮອງຜົນການກວດສອບບົດສະຫລຸບຂາດຕົວການປະຕິບັດແຜນງົບປະມານແຫ່ງລັດສົກປີ 2011-2012; ຮັບ ຮອງການສ້າງ ຕັ້ງແຂວງໄຊສົມບູນ; ຮັບຮອງກົດໝາຍທັງໝົດ 14 ສະບັບ, ໃນນີ້ມີກົດໝາຍສ້າງໃໝ່ 6 ສະບັບຄື: ກົດໝາຍວ່າ ດ້ວຍອົງການໄອຍະການທະຫານ, ກົດໝາຍວ່າດ້ວຍສານທະຫານ, ກົດໝາຍວ່າດ້ວຍວຽກງານປ້ອງກັນຄວາມສະຫງົບ, ກົດ ໝາຍວ່າດ້ວຍການດຳເນີນຄະດີເດັກ, ກົດໝາຍວ່າດ້ວຍຄວາມປອດໄພທາງດ້ານເຕັກໂນໂລຊີຊີວະພາບ ແລະ ກົດໝາຍວ່າ ດ້ວຍອະຊີວະສຶກສາ. ພ້ອມນີ້ ຍັງຮັບຮອງກົດໝາຍປັບປຸງ 8 ສະບັບຄື: ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍວິສາ ຫະກິດ, ກົດໝາຍວ່າດ້ວຍການບັນຊີ, ກົດໝາຍວ່າດ້ວຍການໄປສະນີ, ກົດໝາຍວ່າດ້ວຍການວັດແທກ, ກົດໝາຍວ່າດ້ວຍ ມໍຣະດົກແຫ່ງຊາດ, ກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ແລະ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ.

No comments:

Post a Comment