Ad

Ad

24 January 2014

ເຈົ້າແຂວງຈໍາປາສັກມອບເຄື່ອງໃຫ້ສູນເສຍອົງຄະ 185 ຄົນ



          ໃນວັນທີ 18 ມັງກອນຜ່ານ ມານີ້ ທ່ານ ດຣ ສອນໄຊ ສີພັນດອນ ເລຂາພັກ ແຂວງເຈົ້າ ແຂວງໆຈຳປາສັກ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານ ບຳນານເສຍອົງຄະທີ່ມີຜົນງານໃນພາ ລະກິດການປະຕ ວັດກູ້ຊາດໃນເມື່ອກ່ອນທີ່ ສູນເສຍອົງຄະ 185 ບ້ານສີວິໄລ ເມືອງບາຈຽງຈະເລີນສຸກ ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວທີ່ໝູນວຽນມາ ບັນຈົບຄົບຮອບ 65 ປີ ( 20/01/1949- 20/01/2014). ໃນໂອກາດດັ່ງ ກ່າວ ທ່ານ ດຣ ສອນໄຊ ສີພັນດອນ ໄດ້ຍົກໃຫ້ ເຫັນຄວາມໝາຍຄວາມສຳຄັນຂອງການສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 65 ປີ ແມ່ນຖືເອົາ ໂອກາດນີ້ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ທົ່ວປວງຊົນລາວທັງຊາດ, ທຸກຊັ້ນຄົນຜູ້ປະກອບການ, ນັກທຸລະກິດ,
ພະ ນັກງານ, ທະຫານ, ຕຳຫລວດຮັບຮູ້ກ່ຽວກັບມູນເຊື້ອ ແລະ ຜົນງານອັນໃຫຍ່ຫລວງຂອງກອງທັບປະຊາຊົນລາວ, ພາຍໃຕ້ການ ນຳພາຂອງພັກໃນແຕ່ລະໄລຍະ,ນັບແຕ່ໄລຍະຕໍ່ສູ້ກູ້ຊາດຕ້ານກັບພວກຈັກກະພັດລ່າເມືອງຂຶ້ນກໍຄືໄລຍະແຫ່ງ ການ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ທັງເປັນການປັບປຸງກຳລັງກອງທັບໃຫ້ມີຄວາມໜັກແໜ້ນທາງ ດ້ານການ ເມືອງ-ແນວຄິດ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ມີຄວາມສາມັກຄີ, ພ້ອມນັ້ນ ທ່ານ ຍັງໄດ້ຍົກໃຫ້ເຫັນປາ ກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມກໍຄືສັດຕູພາຍນອກທີ່ຍາມໃດກໍຫວັງແຊກແຊງກໍ່ຄວາມວຸ້ນວາຍ, ແຕ່ເຖິງຢ່າງໃດກໍຕາມ ປະເທດເຮົາກໍຍັງສາມາດຮັກສາໄດ້ຄວາມສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ.
             ຫລັງຈາກນັ້ນທ່ານ ດຣ ສອນໄຊ ສີພັນດອນ ກໍໄດ້ອວຍໄຊໃຫ້ພອນມາຍັງພະນັກງານບຳນານເສຍອົງຄະພ້ອມ ຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ອາຍຸຍືນຍາວ, ມີຄວາມເບີກບານມ່ວນຊື່ນ. ໂອກາດນີ້ທ່ານຍັງໄດ້ມອບເຂົ້າ 1 ໂຕນ, ໝີ່ ແລະ ປາກະປ໋ອງ ລວມມູນຄ່າ 13 ລ້ານກວ່າກີບ ແລະ ເງິນສົດຈຳນວນ 10 ລ້ານກີບໃຫ້ແກ່ສູນເສຍອົງຄະ 185.

No comments:

Post a Comment