ໃນວັນທີ 21 ມັງກອນ 2014, ສູນພັດທະນາ ແລະ ບໍລິການ
ເຕັກນິກກະສິກຳ- ປ່າໄມ້ໜອງ ເຕົ່າໄດ້ຈັດການເຝິກອົບຮົມ ຄວາມຮູ້ເລື່ອງດິນ ແລະ ການປັບ ປຸງບຳ ລຸງດິນໃຫ້ປະຊາຊົນທີ່ເຮັດນາ
ຈາກບ້ານໂພນສິມ, ບ້ານນາຈະຫລີດ ເມືອງໄກສອນ ພົມວິຫານ ແລະ ພະນັກງານວິຊາການຈາກ 6 ສູນບໍລິການເຕັກນິກກະສິກຳ-ປ່າໄມ້ ຈາກບັນດາເມືອງພາຍໃນແຂວງສະຫວັນ
ນະເຂດ 30 ກວ່າຄົນ ໂດຍມີວິທະຍາ ກອນ ແລະ ວິຊາການຈາກແຂວງມຸກດາຫານປະເທດໄທ.
ໃນຊຸດອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ກຸ່ມຊາວນາກໍຄືຕົວແທນຊາວນາໄດ້ມີຄວາມຮູ້ຕື່ມກ່ຽວກັບການພັດທະນາ
ດິນ, ການເກີດດິນ, ລັກສະນະຂອງດິນທີ່ດີໂດຍສະເພາະດິນທີ່ໄດ້ຮັບການບົວລະບັດດີຈະກາຍເປັນດິນດີທີ່ສາມາດປູກ
ພືດໄດ້ ທຸກຊະນິດ, ຄວາມສຳຄັນຂອງດິນ, ສ່ວນປະກອບຂອງດິນ, ປັດໄຈທີ່ເຮັດໃຫ້ເກີດດິນຊຶ່ງສ້າງຄວາມສົນໃຈແກ່ຜູ້ອົບຮົມເປັນ ຢ່າງດີ.
ໃນຊຸດອົບຮົມຍັງໄດ້ມີການສາທິດການຜະລິດຝຸ່ນບົ່ມ
(ໝັກ) ໂດຍໃຊ້ສານເລັ່ງຊຸບເປີ ພດ. 1 ແລະ ການຜະລິດ ນ້ຳໝັກ ຊີວະພາບໂດຍໃຊ້ສານເລັ່ງຊຸບ ເປີ
ພດ. 2. ຊຶ່ງຝຸ່ນບົ່ມເປັນຝຸ່ນອິນຊີຊະນິດໜຶ່ງເກີດຈາກການນຳໃຊ້ຊາກຂອງພືດ ຫລື ສິ່ງເສດເຫລືອຈາກພືດມາບົ່ມຮ່ວມກັນ
ແລະ ຜ່ານການຍ່ອຍສະຫລາຍ ໂດຍກິດຈະກຳຂອງຈຸລິນຊີທີ່ປ່ຽນສະພາບ ໄປຈາກ ເດີມເປັນວັດຖຸທີ່ມີລັກສະນະອ່ອນ,
ເປື່ອຍບໍ່ແຂງກະດ້າງ ແລະ ມີສີນ້ຳຕານປົນດຳ. ສ່ວນສານເລັ່ງຊຸບເປີ ພດ.1 ແມ່ນກຸ່ມຈຸ ລິຊີ
ທີ່ມີປະສິດຕິພາບສູງໃນການຍ່ອຍສະຫລາຍວັດຖຸເຫລືອໃຊ້ໃນເວລາໄວ ແລະ ມີຄຸນນະພາບ, ຊຶ່ງປະກອບ ດ້ວຍເຊື້ອຣາ
ແລະ ເອັກຕິກ ໂນໄມຊີສ ທີ່ຍ່ອຍສານປະກອບ ເຊວລູໄລສ ແລະ ແບັກທີເລຍ ໄຂມັນ. ສ່ວນການຜະລິດນ້ຳ ໝັກຊີວະພາບ
ແມ່ນໄດ້ຈາກການຍ່ອຍສະຫລາຍວັດຖຸເຫລືອໃຊ້ຈາກພືດ ຫລື ສັດທີ່ມີລັກສະນະສົດ, ອົມນ້ຳທີ່ມີຄວາມຊຸ່ມ ສູງໂດຍອາໄສ
ກິດຈະກຳຂອງຈຸລິນຊີໃນສະພາບທີ່ບໍ່ມີອົກຊີແຊນທີ່ເຮັດໃຫ້ຮອກໂມນ ຫລື ສານເພີ່ມການຈະເລີນເຕີບໂຕ ຂອງພືດ.

No comments:
Post a Comment