ທ່ານລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ
ເຕັກໂນໂລຊີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ Prof.Huanming
yang ພ້ອມດ້ວຍຄະນະ ໃນຄັ້ງນີ້. ຜ່ານມາ ການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດ
ແລະ
ພັດທະນາເຕັກໂນໂລຊີລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຫລາຍດ້ານ,ການພັດທະນາວຽກງານວິທະຍາສາດ
ແລະ ເຕັກໂນໂລຊີ ຂອງ ສປປ ລາວ ກໍແມ່ນໜຶ່ງໃນບັນດາວຽກງານບູລິມະສິດທີ່ໄດ້ກຳນົດໄວ້ໃນແຜນຍຸດທະສາດການພັດທະນາວິທະຍາສາດ
ແລະ ເຕັກໂນໂລຊີຮອດປີ 2020 ແລະ ວິໄສທັດຮອດປີ
2030.ຜ່ານມາກໍມີຫລາຍໂຄງການຮ່ວມມືກັບ ບໍລິສັດ BGI, ທັງດ້ານການຊ່ວຍເຫລືອທາງດ້ານທຶນຮອນ
ແລະ ຖ່າຍທອດບົດຮຽນປະສົບການຕ່າງໆເຊັ່ນ:ໂຄງການສ້າງສວນສາທິດວິທະຍາສາດ ແລະ
ເຕັກໂນໂລຊີ ກະສີກຳທັນສະໄໝ ລາວ-ຈີນ,ໂຄງການທົດລອງເພາະພັນເຂົ້າໜຽວລູກປະສົມ
ແລະ ສົມທຽບແນວພັນເຂົ້າຈ້າວຫອມ ແລະ ໂຄງການອື່ນໆ. ຊຶ່ງທັງໝົດລ້ວນແຕ່ເປັນການປະກອບ
ສ່ວນໃນການພັດທະນາຂະແໜງເຕັກໂນໂລຊີ ຊີວະພາບ, ການພັດທະນາວິທະຍາ ສາດ ແລະ
ເຕັກໂນໂລຊີ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງລາວ ໃຫ້ດີຂຶ້ນເລື້ອຍໆ.
ໃນໂອກາດນີ້ ທ່ານ Prof.Huanming yang ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ
ຕໍ່ທ່ານ ລັດຖະມົນຕີວ່າກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນ
ທາງມາຄັ້ງນີ້. ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ 2013 ຂອງກຸ່ມບໍລິສັດ
BGI ທີ່ນະຄອນຫລວງວຽງຈັນ.

No comments:
Post a Comment