ກະຊວງແຜນການ ແລະ ການລົງທຶນ ເປີດເຜີຍວ່າ:
ພາຍຫລັງ ລັດຖະບານໄດ້ອອກຄຳສັ່ງໂຈະບັນດາໂຄງການລົງທຶນກ່ອນ ຈົນກວ່າຈະມີນິຕິກຳເພື່ອຄຸ້ມຄອງ
ໂດຍກະຊວງກ່ຽວຂ້ອງໄດ້ຕັ້ງຄະນະຮັບຜິດຊອບຄົ້ນຄວ້າເພື່ອຄຸ້ມຄອງໂຄງການລົງທຶນກ່ອນ
ແລະ ມາຮອດປັດຈຸບັນ ຄະນະດັ່ງກ່າວໄດ້ສັບຊ້ອນເນື້ອໃນລະບຽບການລົງທຶນກ່ອນເຂົ້າໃນຮ່າງດຳລັດແນະນຳຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດແລ້ວ
ເຊິ່ງດຳລັດດັ່ງກ່າວພວມຢູ່ໃນຂັ້ນຕອນການລົງນາມເຫັນດີຂອງນາຍົກລັດຖະມົນຕີເທົ່ານັ້ນ
ໂດຍເນື້ອໃນສຳຄັນຂອງລະບຽບການຄຸ້ມຄອງການລົງທຶນກ່ອນນີ້ກຳນົດວ່າ: ໂຄງການລົງທຶນກ່ອນຕ້ອງເປັນໂຄງການທີ່ມີຄວາມຈຳເປັນຮີບດ່ວນຂອງຂະແໜງ
ແລະ ທ້ອງຖິ່ນ ເຊິ່ງຍັງບໍ່ທັນສາມາດຈັດສັນງົບປະມານປະຈຳປີໄດ້, ຕ້ອງຜ່ານການສຶກສາສຳຫລວດ
ແລະ ອອກແບບ ໂດຍໄດ້ຮັບການຢັ້ງຢືນຈາກຂະແໜງເຕັກນິກກ່ຽວຂ້ອງ, ຕ້ອງຜ່ານການປະເມີນຕາມລະບຽບການ,
ແມ່ນຂະແໜງການທີ່ເປັນເຈົ້າຂອງໂຄງການຍື່ນໂດຍກົງຕໍ່ຄະນະຮັບຜິດຊອບພິຈາລະນາໂຄງການ
(ບໍ່ແມ່ນຜູ້ຮັບເໝົາມາຍື່ນເອກະ ສານ), ໄດ້ຮັບການເຫັນດີຈາກລັດຖະບານ ແລະ
ໄດ້ຮັບຮອງຈາກສະພາແຫ່ງ
ຊາດ, ຕ້ອງມີການປະມູນເປີດກວ້າງ ເພື່ອດຶງດູດການລົງທຶນພາຍໃນ
ແລະ ຕ່າງປະເທດ ແລະ ມີການແຂ່ງຂັນດ້ານລາຄາ, ໂຄງການຕ້ອງສຳເລັດ 100% ແລ້ວຈຶ່ງຂຶ້ນແຜນຊຳລະ
ແລະ ພາກສ່ວນໃດສະເໜີແມ່ນພາກສ່ວນນັ້ນຮັບຜິດຊອບຂຶ້ນແຜນຊຳລະດ້ວຍງົບປະມານທີ່ຕົນໄດ້ຮັບໃນແຕ່ລະສົກປີ
ແລະ ຄົບຕາມສັນຍາທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.
ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:
ການລົງທຶນຂອງລັດໃນສົກປີ 2012-2013 ເຫັນວ່າຫລາຍໂຄງການບໍ່ທັນສອດຄ່ອງກັບຄວາມຕ້ອງການພັດທະນາ
ແລະ ມີຫລາຍບັນຫາຈະຕ້ອງໄດ້ແກ້ໄຂ ເປັນຕົ້ນຂອດການຄຸ້ມຄອງຍັງມີຫລາຍໂຄງການບໍ່ໄດ້ຜ່ານການປະມູນ
ຫລື ປະມູນເປັນພຽງແຕ່ຮູບການ ແລະ ບໍ່ໄດ້ຜ່ານຂັ້ນຕອນການປະເມີນຜົນ ຈຶ່ງເຮັດໃຫ້ບາງໂຄງການບໍ່ຖືກກັບເປົ້າໝາຍ,
ຄຸນນະພາບບໍ່ສູງເທົ່າທີ່ຄວນ, ຫລາຍໂຄງການມີມູນຄ່າສູງເກີນຄວາມເປັນຈິງ
ເຊິ່ງບັນດາໂຄງການດັ່ງກ່າວຈະກາຍເປັນໜີ້ໃນອະນາຄົດ.
No comments:
Post a Comment