ໃນພິທີ
ຄະນະຈັດຕັ້ງໄດ້ຜ່ານມະຕິຕົກລົງຂອງຄະນະຈັດຕັ້ງສູນກາງພັກວ່າ ດ້ວຍການຮັບຮອງໜ່ວຍພັກຫ້ອງວ່າການປະທານປະເທດທີ່ຂຶ້ນກັບອົງຄະນະພັກຄະນະຈັດຕັ້ງສູນກາງພັກເປັນໜ່ວຍພັກເຂັ້ມແຂງຮູ້ນຳ
ພາຮອບດ້ານ ປະຈຳປີ 2012.ພ້ອມນີ້ກໍຍັງໄດ້ຜ່ານບົດສະຫລຸບຕີລາຄາໂດຍຫຍໍ້ກ່ຽວກັບການສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາ
ຮອບດ້ານໃນປີ 2012 ຜ່ານມາ.ໜ່ວຍພັກຫ້ອງວ່າການປະທານປະເທດເປັນໜ່ວຍພັກເອກະລາດຂຶ້ນກັບຄະນະພັກຂັ້ນເທິງຊຶ່ງ ກົມການເມືອງສູນກາງພັກໄດ້ມອບໝາຍໃຫ້ຄະນະພັກຄະນະຈັດຕັ້ງສູນກາງພັກເປັນ
ຜູ້ຊີ້ນຳ, ໜ່ວຍພັກດັ່ງກ່າວໄດ້ເຄື່ອນໄຫວ ວຽກງານຂອງຕົນບົນພື້ນຖານລັດຖະດຳລັດຂອງປະທານປະເທດວ່າດ້ວຍ
ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າ ການປະທານປະເທດ, ມີພາລະບົດບາດໃນການຈັດຕັ້ງນຳພາປະ
ຕິບັດໜ້າທີ່ການເມືອງພາຍໃນຫ້ອງວ່າການປະທານປະເທດ ໃຫ້ບັນລຸຜົນສຳເລັດ.ໃນປີ 2012 ຜ່ານມາການເຄື່ອນ
ໄຫວ ແລະ ການຈັດຕັ້ງປະຕິບັດການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳ ພາຮອບດ້ານ ໃນ ແຕ່ລະດ້ານເປັນຕົ້ນດ້ານ
ການເມືອງ, ດ້ານແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກແມ່ນ ໄດ້ຈັດເປັນປະເພດເຂັ້ມແຂງ
ແລະ ອື່ນໆ.

No comments:
Post a Comment